ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຄາດຫວັງທີ່ຕໍ່າ ສຳລັບ ກອງປະຊຸມສຸດຍອດ ລະຫວ່າງທ່ານ ທຣຳ ກັບ ທ່ານ ປູຕິນ


ແມ່ຍິງຄົນນຶ່ງຖ່າຍຮູບ ເອົາປ້າຍຕ້ອນຮັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຢູ່ຮ້ານຄ້າແຫ່ງນຶ່ງ ທີ່ຕົວເມືອງນະຄອນ
ຫຼວງ ແຮລຊິງກິ, ປະເທດ ຟິນແລນ. 14 ກໍລະກົດ, 2018.
ແມ່ຍິງຄົນນຶ່ງຖ່າຍຮູບ ເອົາປ້າຍຕ້ອນຮັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຢູ່ຮ້ານຄ້າແຫ່ງນຶ່ງ ທີ່ຕົວເມືອງນະຄອນ ຫຼວງ ແຮລຊິງກິ, ປະເທດ ຟິນແລນ. 14 ກໍລະກົດ, 2018.

ກອງປະຊຸມສຸດຍອດ ລະຫວ່າງ ຜູ້ນຳ ສະຫະລັດ ກັບ ຣັດເຊຍ, ໄດ້ມີກຳນົດຈັດຂຶ້ນໃນ
ວັນຈັນມື້ອື່ນ ໃນເມືອງທ່າເຮືອທະເລບາລຕິກນີ້, ປາກົດວ່າ ຈະບໍ່ມີເປົ້າໝາຍທີ່ແນ່ນອນ.
ແຕ່ມີການຄາດເດົາວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ປະທານາທິ
ບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຈະປຶກສາຫາລືກັນ ກ່ຽວກັບ ບັນຫາຕ່າງໆຢ່າງ
ກວ້າງຂວາງ, ຈາກການຫຼຸດຜ່ອນອາວຸດນິວເຄລຍ ເຖິງບັນຫາສົງຄາມໃນປະເທດ
ຊີເຣຍ, ເຊິ່ງວໍຊິງຕັນ ແລະ ຣັດເຊຍ ໄດ້ສະໜັບສະໜູນກອງກຳລັງທີ່ພົວພັນກັບຝ່າຍ
ກົງກັນຂ້າມກັນ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຄຽງຂ້າງນາຍົກລັດຖະມົນຕີ ອັງກິດ ທ່ານນາງ
ເທຣີຊາ ເມ ເມື່ອວັນສຸກທີ່ຜ່ານມາວ່າ “ນັ້ນຈະເປັນຄວາມສຳເລັດອັນຍິ່ງໃຫຍ່ ຖ້າພວກ
ເຮົາສາມາດເຮັດບາງຢ່າງ ກ່ຽວກັບ ໂຄງການນິວເຄລຍ” ໄດ້.

ກ່ອນການພົບປະກັບທ່ານ ປູຕິນ ນັ້ນ, ປະທານາທິບໍດີ ສະຫະລັດ ແມ່ນກຳລັງພັກຜ່ອນ
ສອງວັນ ທີ່ສະໂມສອນສ່ວນຕົວ ຂອງທ່ານໃນເມືອງ ເທີນແບຣີ ໃນປະເທດ ສກັອດ
ແລນ, ສຳລັບ “ການປະຊຸມ, ໂທລະສັບ ແລະ ຫວັງວ່າ ຈະມີການຕີກັອຟແດ່ ເຊິ່ງແມ່ນ
ຮູບແບບໃນການອອກກຳລັງກາຍຫຼັກຂອງຂ້າພະເຈົ້າ.” ອີງຕາມການກ່າວຂອງທ່ານ
ໃນ ທວິດເຕີ ເມື່ອວັນເສົາວານນີ້.

ສິ່ງທີ່ປາກົດຂຶ້ນ ໃນລະຫວ່າງ ກອງປະຊຸມສຸດຍອດນີ້ ກໍແມ່ນການຟ້ອງຄະດີຕໍ່ຊາວ
ຣັດເຊຍ ໃນວັນສຸກທີ່ຜ່ານມາ ໃນຂໍ້ຫາ ກ່ຽວກັບ ການລັກເຈາະຂໍ້ມູນຂອງພັກເດໂມ
ແຄຣັດ ກ່ອນທ່ານ ທຣຳ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີປີ 2016.

ການຟ້ອງຮ້ອງໄດ້ກ່າວຫາວ່າ ສະມາຊິກຂອງອົງການທະຫານ ຣັດເຊຍ ຫຼື GRU ໄດ້
ລັກຂໍ້ມູນຈາກເຄືອຂ່າຍຄອມພິວເຕີຂອງອົງການຕ່າງໆຂອງພັກເດໂມແຄຣັດ ກັບ
ການໂຄສະນາຫາສຽງຂອງທ່ານນາງ ຮິລແລຣີ ຄລິນຕັນ.

ຮອງລັດຖະມົນຕີຍຸຕິທຳ ສະຫະລັດ ທ່ານ ຣັອດ ໂຣເຊັນສໄຕນ໌ ໄດ້ກ່າວຕໍ່ບັນດານັກ
ຂ່າວເມື່ອວັນສຸກທີ່ຜ່ານມາວ່າ “ເປົ້າໝາຍຂອງພວກສົມຮູ້ຮ່ວມຄິດ ແມ່ນເພື່ອສ້າງຜົນ
ກະທົບຕໍ່ການເລືອກຕັ້ງ.” ກ່ອນການຟ້ອງຮ້ອງໄດ້ຖືກປະກາດນັ້ນ, ທ່ານ ທຣຳ ໄດ້ປະ
ຕິຍານວ່າ ຈະຍົກບັນຫາການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງ ສະຫະລັດ
ຂຶ້ນມາເວົ້າລົມກັບທ່ານ ປູຕິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG