ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳລັງ ທີ່ໜຸນຫລັງ ໂດຍຊາອຸດີ ອາຣາເບຍ ເຂົ້າຢຶດເອົາ ເມືອງທ່າເອເດັນ ແລ້ວ


ກຳລັງນິຍົມລັດຖະບານພັດຖິ່ນ ໃນເຢເມນ (16 ກໍລະກົດ 2015)
ກຳລັງນິຍົມລັດຖະບານພັດຖິ່ນ ໃນເຢເມນ (16 ກໍລະກົດ 2015)

ຮອງປະທານາທິບໍດີຂອງລັດຖະບານພັດຖິ່ນເຢເມນ ກ່າວວ່າ ກຳ
ລັງທີ່ໄດ້ຮັບການໜຸນຫລັງຈາກຊາອຸດີ ອາຣາເບຍໄດ້ເຂົ້າຢຶດເອົາ
ເມືອງທ່າເອເດັນ ຈາກພວກກະບົດຊີໄອທ໌ແລ້ວ.

ພວກນັກລົບທີ່ຈົງຮັກພັກດີຕໍ່ລັດຖະບານພັດຖິ່ນ ໄດ້ທຳການບຸກ
ໂຈມຕີຄັ້ງສຳຄັນໃນອາທິດນີ້ ຕໍ່ກຳລັງພວກກະບົດ Houthi ທີ່ໄດ້
ຮັບການໜຸນຫລັງ ຈາກອີຣ່ານ ຢູ່ທີ່ເມືອງທ່າ ເອເດັນ ຊຶ່ງເປັນຫົວ ເມືອງໃຫຍ່ສຸດອັນດັບສອງຂອງເຢເມນ.

ຮອງປະທານາບໍດີ Khadled Fahah ກ່າວຜ່ານທາງເຟສບຸກໃນ
ວັນສຸກມື້ນີ້ວ່າ “ລັດຖະບານປະກາດກ່ຽວກັບການປົດປ່ອຍແຂວງ
ເອເດັນໃນມື້ທຳອິດຂອງບຸນ Eid al-Fitr.

ພວກກະບົດ Houthi ເຂົ້າຢຶດເອົາເມືອງທ່າເອເດັນໃນເດືອນມີນາຜ່ານມາໂດຍບັງຄັບໃຫ້ ລັດຖະບານຂອງປະທານາທິບໍດີ AbdRabu Mansour Hadi ຕ້ອງໄດ້ໄປລີ້ໄພຢູ່ຊາອຸດີ
ອາຣາເບຍ ທີ່ເປັນເພື່ອນບ້ານ.

ກຳລັງປະສົມຂອງບັນດາປະເທດອາຣັບພາຍໃຕ້ການນຳພາຂອງຊາອຸດີນັບຕັ້ງແຕ່ນັ້ນມາ ໄດ້ທຳການໂຈມຕີທາງອາກາດ ຢ່າງຮ້າຍແຮງ ຕໍ່ພວກກະບົດ Houthi ທີ່ໄດ້ພາໃຫ້ເກີດວິ ກິດການດ້ານມະນຸດສະທຳຄັ້ງໃຫຍ່.

ມີຢ່າງໜ້ອຍ 3,500 ຄົນແລ້ວ ໄດ້ເສຍຊີວິດໃນການສູ້ລົບ. ຫຼາຍກວ່າ 20 ລ້ານຄົນຫລືປະ ມານ 80 ເປີເຊັນ ຂອງປະຊາຊົນຊາວເຢເມນເວລານີ້ຕ້ອງການໆຊ່ອຍເຫລືອທາງດ້ານອາ ຫານບໍ່ໃນຮູບໃດກໍໃນຮູບນຶ່ງ.

ການເຈລະຈາສັນຕິພາບ ທີ່ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປະຊາຊາດບໍ່ ສາມາດຕົກລົງກັນໄດ້ກ່ຽວກັບການແກ້ໄຂບັນຫາຂັດແຍ້ງດັ່ງກ່າວ ທີ່ໄດ້ເລີ້ມຂຶ້ນ ໃນທ້າຍ ປີກາຍນີ້ເວລາພວກກະບົດ Houthi ພ້ອມກັບພວກນັກລົບທີ່ຈົງຮັກພັກດີຕໍ່ອະດີດປະທາ ນາທິບໍດີ Ali Abdullah Saleh ເຂົ້າຢຶດເອົານະຄອນຫຼວງ Sana’a.

Yemen
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG