ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮອງປະທານາທິບໍດີ ເຢເມນ ຢ້ຽມຢາມ ເມືອງ Aden


ຮອງປະທານາທິບໍດີ ເຢເມນ Khaled Bahah, ກາງ, ກ່າວຕໍ່ບັນດານັກຂ່າວໃນຂະນະທີ່ທ່ານໄດ້ມາຮອດສະໜາມບິນ Aden , 1 ກໍລະ​ກົດ, 2015.
ຮອງປະທານາທິບໍດີ ເຢເມນ Khaled Bahah, ກາງ, ກ່າວຕໍ່ບັນດານັກຂ່າວໃນຂະນະທີ່ທ່ານໄດ້ມາຮອດສະໜາມບິນ Aden , 1 ກໍລະ​ກົດ, 2015.

ນາຍົກລັດຖະມົນຕີ ເຢ​ເມນ ທ່ານ Khaled Bahah ​ ທີ່​ໄດ້​ຫຼົບ​ໜີ​ອອກ​ຈາກ​ປະ​ເທດ​ໄປ ​ໄດ້​ທຳ​ການ​ຢ້ຽມຢາມ​ເວລາ​ສັ້ນ ​ແຕ່ສຳ​ຄັນ ທີ່​ເມືອງ​ຫາ​ກໍ​ໄດ້ຮັບ​ການ​ປົດ​ປ້ອຍໃໝ່ໆ ຄືເມືອງ Aden ທາງພາກ ໃຕ້ຂອງປະເທດໃນວັນເສົາວານນີ້.

ທ່ານ Bahah, ຜູ້ທີ່ເປັນທັງຮອງປະທານາທິບໍດີຂອງ ເຢເມນ, ແມ່ນຜູ້ນຳທີ່ມີຕຳແໜ່ງສູງ ສຸດຂອງ ເຢເມນ ທີ່ໄດ້ຢ້ຽມຢາມເມືອງ Aden ຕັ້ງແຕ່ກຳລັງ ສະໜັບສະໜູນລັດຖະບານ ໄດ້ປົດປ່ອຍ ເມືອງດັ່ງກ່າວຈາກພວກກະບົດ Houthi ເມື່ອສອງອາທິດທີ່ຜ່ານ ມາ.

ທ່ານ Bahah ໄດ້ທ່ຽວຊົມຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍ ແລະ ໄດ້ຢ້ຽມຢາມ ປະຊາຊົນທີ່ໄດ້ຮັບບາດເຈັບຈາກການຕໍ່ສູ້ກັນ.

ທ່ານໄດ້ໃຫ້ຄຳສັນຍາວ່າ ອີກບໍ່​ດົນເມືອງ Aden ກໍ​ຈະ​ກັບ​ຄື​ນສູ່ “ຊີວິດ​ການ​ເປັນ​ຢູ່​ປົກກະຕິ.”

​ເມືອງ Aden ​ແມ່ນ​ເມືອ​ງທ່າ​ເຮືອ​ສຳ​ຄັນ​ຂອງ ​ເຢ​ເມນ ​ເຊິ່ງ​ເປັນ​ບ່ອນ​ທີ່​ອາຫານ​ທີ່​ມີ​ຄວາມ​ຕ້ອງການ​ຢ່າງ​ແຮງ ​ແລະ ສິ່ງ​ຂອງ​ດ້ານ​ມະນຸດສະທຳ​ຖືກ​ນຳ​ສົ່ງ​ຜ່ານ.

​ບັນດາ​ນັກ​ຮົບ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ທີ່​ໄດ້​ຖືກ​ຂັບ​ໄລ່​ອອກປະ​ເທດ ​ໄດ້​ຂັບ​ໄລ່​ພວກ Houthi ອອກ​ຈາກ​ເມືອງ Aden ໃນທ້າຍຂອງເດືອນ ກໍລະກົດ. ພວກກະບົດນິກາຍ Shi’ite ຍັງຄວບຄຸມພື້ນທີ່ທາງພາກໃຕ້ ແລະ ພາກຕາເວັນຕົກຂອງເມືອງຢູ່, ແລະ ພື້ນທີ່ສ່ວນຫຼາຍ ທາງພາກເໜືອຂອງ ເຢເມນ, ແລະ ນະຄອນຫຼວງ Sana’a ຢູ່.

ທ່ານ Bahah ​ໄດ້​ເດີນທາງ​ໄປ​ສູ່​ເມືອງ Aden ຈາກ ຊາ​ອຸ​ດິ ອາ​ເຣ​ເບຍ, ​ປະ​ເທດ​ທີ່ ລັດຖະບານ​ ​ເຢ​ເມ​ນ ໜູນ​ຫຼັງ​ໂດຍ​ສາກົນ​ໄດ້​ຫຼົບໜີ​ໄປ​ລີ້​ໄພ​ຫຼັງ​ຈາກ​ພວກ​ກະບົດ​ທີ່​ໜູນ​ຫຼັງ​ໂດຍ ອິຣ່ານ ​ໄດ້​ຍຶດ​ເອົາ​ນະຄອນຫຼວງ Sana’a ປີກາຍນີ້, ແລ້ວກໍຍຶດເອົາເມືອງ Aden ​ໃນ​ເດືອນ​ມີນາ​ ຂອງ​ປີ​ນີ້.

XS
SM
MD
LG