ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ຝ່າຍຄ້ານ ກຳປູເຈຍ ສັນຍາ ຈະເດີນທາງ ກັບຄືນ ປະເທດ


ທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານຂອງກຳປູເຈຍ ທີ່ລີ້ໄພຢູ່ປະເທດຝຣັ່ງ
ທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານຂອງກຳປູເຈຍ ທີ່ລີ້ໄພຢູ່ປະເທດຝຣັ່ງ
ທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານຂອງກຳປູເຈຍທີ່ລີ້ໄພຢູ່ໃນຕ່າງ
ປະເທດ ກ່າວວ່າ ທ່ານຈະເດີນທາງ ກັບຄືນປະເທດ ກ່ອນການ ເລືອກຕັ້ງທົ່ວໄປ ຊຶ່ງພວມມີການແຂ່ງຂັນກັນຢ່າງດຸເດືອດ ທີ່ກຳ
ນົດໃສ່ ວັນທີ 28 ກໍລະກົດນີ້. Robert Carmicheal ຜູ້ສື່ຂ່າວວີ
ໂອເອລາຍງານມາຈາກກຸງພະນົມເປັນວ່າໃນຂະນະທີ່ທ່ານຣັງສີ
ມີໂທດຈຳຄຸກ 11 ປີຕິດຕົວຢູ່ ມັນຈຶ່ງຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ທ່ານເວລາທ່ານເດີນທາງກັບຄືນໄປເຖິງ
ທີ່ນັ້ນ. ໄພສານ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ການປະກາດຂອງທ່ານແຊມ ຣັງສີ ໃນທ້າຍສັບປະດາຜ່ານມານີ້ວ່າ ທ່ານຈະເດີນທາງກັບ
ຄືນໄປກຳປູເຈຍນັ້ນ ແນ່ນອນຈະສ້າງຄວາມຕື່ນເຕັ້ນ ຢ່າງບໍ່ຕ້ອງສົງໄສໃດໆໃຫ້ແກ່ພວກ ສະໜັບສະໜຸນພັກຊ່ອຍກູ້ຊາດກຳປູເຈຍທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ CNRP ຊຶ່ງເປັນ ແນວໂຮມຂອງພັກຝ່າຍຄ້ານສຳຄັນໆ ທີ່ເຂົ້າຮ່ວມໃນການເລືອກຕັ້ງຄັ້ງນີ້.

ນອກນັ້ນແລ້ວ ມັນຍັງເປັນບັນຫາ ສຳລັບນາຍົກລັດຖະມົນຕີຮຸນເຊນ ທີ່ປົກຄອງປະເທດ ແບບຜະເດັດການມາເປັນເວລາດົນນານນັ້ນເພາວ່າມັນມີຂຶ້ນໃນຂະນະທີ່ສະຖານະການ ທາງດ້ານການເມືອງຂອງກຳປູເຈຍພວມຕົກຢູ່ໃນລະຫວ່າງການເພັ່ງເລັງຫຼາຍຂຶ້ນ. ໃນວັນ ອັງຄານວານນີ້ ລັດຖະສະພາສະຫະລັດ ໄດ້ຮັບຟັງຄຳໃຫ້ການກ່ຽວກັບສະພາບການທາງ ດ້ານການເມືອງ ທີ່ມີການຈຳກັດຮັດແຄບຂອງກຳປູເຈຍ.

ທ່ານແຊມ ຣັງສີ ທີ່ລີ້ໄພຢູ່ໃນຕ່າງປະເທດ ເຄີຍໄດ້ກ່າວໃນຫລາຍໆໂອກາດກ່ອນໜ້ານີ້ວ່າ ທ່ານຈະກັບຄືນໄປກຳປູເຈຍ ແຕ່ກໍບໍ່ໄດ້ຄືນໄປ. ນັກວິເຄາະການເມືອງ Chea Vannath ເຊື່ອວ່າ ເທື່ອນີ້ແມ່ນຕ່າງຈາກເທື່ອກ່ອນໆ.

ທ່ານນາງວັນນາດເວົ້າວ່າ “ເບິ່ງຄືວ່າໃນເທື່ອນີ້ ບໍ່ແມ່ນຕັ້ງແກ້ງເວົ້າຊື່ໆ ທ່ານເຄີຍເວົ້າ ວ່າ ທ່ານຈະເດີນທາງກັບຄືນປະເທດ ແຕ່ກໍ່ບໍ່ໄດ້ຄືນມາຈັກເທື່ອ. ແຕ່ໃນເທື່ອນີ້ມັນ ຢູ່ໃນສະພາບທີ່ແຕກຕ່າງ ດັ່ງນັ້ນຈຶ່ງມີທ່າທາງວ່າທ່ານອາດ ຈະເດີນທາງກັບຄືນປະ ເທດອີຫຼີ.”

ໃນສິ່ງຜັກດັນຕ່າງໆ ທີ່ນາງໄດ້ລະບຸອອກມານັ້ນ ກໍມີຮວມທັງບັນດາຜູ້ມີສິດປ່ອນບັດທີ່ຍັງ ໜຸ່ມນ້ອຍໃນຈຳນວນເພີ້ມຂຶ້ນທີ່ພາກັນໃຫ້ຄວາມສົນໃຈແກ່ພັກຝ່າຍຄ້ານແລະຄວາມຫວັງ ໄປໃນແງ່ດີທີ່ວ່າ ພັກ CNRP ຈະໄດ້ຮັບການສະໜັບສະໜຸນເປັນຢ່າງດີໃນການປ່ອນບັດ. ການກົດດັນຂອງນາໆຊາດກໍມີສ່ວນຊ່ອຍຄືກັນ.

ທ່ານຣັງສີ ໄດ້ເດີນທາງອອກຈາກກຳປູເຈຍໃນປີ 2009 ກ່ອນທີ່ສານຈະດຳເນີນ 2 ຄະດີ ຊຶ່ງຕ່າງກໍພົວພັນກັບເລື່ອງຊາຍແດນຂອງກຳປູເຈຍຕິດກັບຫວຽດນາມ ທີ່ບໍ່ມີການກຳນົດ ຢ່າງຄັກແນ່.

ສານໄດ້ຕັດສິນໃຫ້ຈຳຄຸກທ່ານຣັງສີ ເປັນເວລາສອງປີ ຍ້ອນໄດ້ຖອນຫຼັກໝາຍຊາຍແດນ ຊົ່ວຄາວ ແລະຈຳຄຸກອີກ 9 ປີ ໃນຖານປ່ອຍຂ່າວທີ່ບິດເບືອນ ຫລັງຈາກທ່ານໄດ້ສະແດງ
ແຜນທີ່ກ່ຽວກັບຊາຍແດນ ທີ່ລັດຖະບານເວົ້າວ່າ ບໍ່ຖືກຕ້ອງນັ້ນ.

ການຕັດສິນໂທດຈຳຄຸກ ທັງສອງນີ້ ໄດ້ມີການເບິ່ງກັນຢ່າງກວ້າງຂວາງວ່າ ເປັນຄວາມພະ
ຍາຍາມແບບເຫງີກຫງາກ ໃນການໃຊ້ສານ ເພື່ອເຮັດໃຫ້ຄູ່ແຂ່ງທາງການເມືອງທີ່ແຂັງຂັນ ແລະມີປະສິດທິພາບທີ່ສຸດຂອງທ່ານຮຸນເຊນເປັນອຳມະພາດ.

ນອກນັ້ນແລ້ວ ທ່ານ ຣັງສີ ຍັງຖືກຖອນບ່ອນນັ່ງຢູ່ໃນສະພາແຫ່ງຊາດ ແລະຖືກຫ້າມບໍ່ໃຫ້ ເຂົ້າແຂ່ງຂັນໃນການເລືອກຕັ້ງໃດໆ.

ທ່ານຣັງສີ ກ່າວໃນທ້າຍສັບປະດາຜ່ານມານີ້ວ່າ ການເດີນທາງ ກັບຄືນປະເທດຂອງທ່ານ ຈະເປັນການທົດສອບເບິ່ງ ການກ່າວອ້າງຂອງລັດຖະບານທີ່ເວົ້າວ່າ ການເລືອກຕັ້ງຄັ້ງນີ້ ຈະເປັນການເລືອກຕັ້ງທີ່ເສລີແລະຍຸຕິທຳນັ້ນ.

ລັດຖະບານຍັງສືບຕໍ່ ຢືນຢັນວ່າ ຕົນຍິນດີຕ້ອນຮັບ ການເດີນທາງກັບຄືນປະເທດ ຂອງ
ທ່ານຣັງສີ. ແຕ່ໂຄສົກຂອງລັດຖະບານ ທ່ານ Phay Siphan ກ່າວໃນມື້ວັນຈັນຜ່ານມາ ນີ້ວ່າ ທ່ານຄາດວ່າ ສານຈະປະຕິບັດຄວາມຮັບຜິດຊອບຂອງຕົນ ຊຶ່ງໝາຍວ່າ ທ່ານຣັງສີ ຈະຖືກຈັບແລະຖືກບັງຄັບໃຫ້ຕິດຄຸກ.

ແຕ່ການຈັບກຸມຜູ້ນຳພັກຝ່າຍຄ້ານ ຈະທຳລາຍພາບພົດຂອງກຳປູເຈຍຢູ່ໃນຕ່າງປະເທດ ແລະສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ບາງປະເທດທີ່ໃຫ້ຄວາມຊ່ອຍເຫຼືອເປັນຈຳນວນ ຫຼວງຫຼາຍໃນແຕ່ລະປີນັ້ນ.

ທ່ານນາງ Chea Vannath ເວົ້າວ່າ ການຈຳຄຸກທ່ານຣັງສີ ຍັງສ່ຽງຕໍ່ການເຮັດໃຫ້ຜູ້ກ່ຽວ ກາຍເປັນວິລະຊົນອີກດ້ວຍ. ທ່ານນາງເຊື່ອວ່າ ມີທາງຢູ່ ທີ່ພໍຈະຮັກສາໜ້າໄວ້ໄດ້ ຊຶ່ງກະ
ສັດກຳປູເຈຍ ທີ່ເປັນກະສັດຢູ່ພາຍໃຕ້ກົດໝາຍລັດຖະທຳມະນູນນັ້ນ ສາມາດຊ່ອຍໃຫ້ມີ ການຕົກລົງກັນໄດ້.

ທ່ານນາງໄດ້ຊີ້ໃຫ້ເຫັນວ່າ ກະສັດສີຫານຸມື້ລາງພະຣາຊະບິດາຂອງກະສັດອົງປັດຈຸບັນຊົງ ໄດ້ໄກ່ເກ່ຍໃຫ້ມີການແກ້ໄຂບັນຫາການເມືອງໃນລະຫວ່າງທີ່ພະອົງຍັງຊົງຄອງຣາດຢູ່ ໃນ ຊຸມປີ 1990 ນັ້ນ.

ທ່ານນາງວັນນາດເວົ້າວ່າ “ມັນມີທ່າງເປັນໄປໄດ້ ຖ້າຫາກມີການປະນີປະນອມກັນ ຈາກສະໜາມບິນໄປຫາຄຸກ ແລະ ການປະນີປະນອມກັນ ແບບໃດແບບນຶ່ງອີກ ຫຼັງຈາກນັ້ນ.”

ທ່ານນາງເວົ້າວ່າ ການເຮັດແບບນັ້ນຈະເປັນການພິສູດໃຫ້ເຫັນວ່າເປັນການແກ້ໄຂທີ່ທຸກ ຝ່າຍໄດ້ຮັບຜົນປະໂຫຍດ ເຖິງແມ່ນວ່າ ທ່ານຣັງສີ ຕ້ອງໃຊ້ເວລາສີ່ຫ້າຊົ່ວໂມງ ຢູ່ໃນຄຸກ. ແລ້ວກໍຕ້ອງມີການລົງໂທດແບບໃດແບບນຶ່ງ ແລະຫລັງຈາກນັ້ນ ການປະທານອະໄພຍະ ໂທດຂອງກະສັດ ກໍສາມາດມີຂຶ້ນໄດ້.

ທ່ານນາງວັນນາດເວົ້າວ່າ “ນັ້ນຄືຊ່ອງທາງທີ່ເປັນໄປໄດ້. ແລະຂ້າພະເຈົ້າໃຫ້ຄວາມ ສຳຄັນ ຕໍ່ບົດບາດຂອງກະສັດ ຫລາຍກວ່າປະຊາຄົມນາໆຊາດ ຍ້ອນນາຍົກລັດ ຖະມົນຕີ ຈະຮູ້ສຶກຂ້ອນຂ້າງບໍ່ພໍໃຈ ຖ້າຫາກມີຜູ້ໃດຜູ້ນຶ່ງເວົ້າວ່າ ທ່ານໄດ້ ຮັດສິ່ງ ນັ້ນສິ່ງນີ້ຍ້ອນຖືກນາໆຊາດກົດດັນ. ທ່ານຮູ້ສຶກວ່າກຳປູເຈຍເປັນປະເທດທີ່ມີອະ ທິປະໄຕບໍ່ໄດ້ຢູ່ໃຕ້ການກົດດັນຂອງປະເທດໃດ. ດັ່ງນັ້ນກະສັດຈຶ່ງໝາະສົມຫຼາຍ ກວ່າປະຊາຄົມນາໆຊາດ.”

ພັກຝ່າຍຄ້ານມີຄວາມຫວັງໄປໃນແງ່ດີວ່າ ທ່ານຣັງສີຈະເດີນທາງກັບຄືນປະເທດກ່ອນວັນ ປ່ອນບັດ ແລະການມີໜ້າຂອງທ່ານ ຈະເຮັດໃຫ້ພັກຝ່າຍຄ້ານມີໂອກາດຫຼາຍຂຶ້ນ. ແຕ່ຖ້າ ທ່ານຫາກປ່ຽນໃຈ ທ່ານນາງ Chea Vannath ເວົ້າວ່າ ພວກສະໜັບສະໜຸນທ່ານຫຼາຍໆ ຄົນກໍຈະຮູ້ແຈ້ງເຫັນຈິງ ເລີກຫຼົງເຊື່ອທ່ານ ແລະປີ 2013 ອາດເປັນຂີດໝາຍການສິ້ນສຸດ
ລົງຂອງອາຊີບການເມືອງທີ່ຍາວນານຂອງທ່ານ ກໍເປັນໄດ້.
XS
SM
MD
LG