ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານກົວ ເວິນກຸຍ ນັກທຸລະກິດຈີນ ທີ່ລີ້ໄພຢູ່ໃນສະຫະລັດ ປະເຊີນກັບ ຂໍ້ຫາສໍ້ໂກງຂອງສະຫະລັດ


ແຟ້ມພາບ - ທ່ານໂຫ ວານ ຄວັອກ (Ho Wan Kwok), ຍັງຮູ້ຈັກອີກຊື່ນຶ່ງວ່າ ມາຍສ໌ ກົວ (Miles Guo) ແລະ ກົວ ເວິນກຸຍ (Guo Wengui), ແມ່ນເຫັນໄດ້ໃນພາບຖ່າຍນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນ ນິວຢອກ, ວັນທີ 20 ພະຈິກ 2018.
ແຟ້ມພາບ - ທ່ານໂຫ ວານ ຄວັອກ (Ho Wan Kwok), ຍັງຮູ້ຈັກອີກຊື່ນຶ່ງວ່າ ມາຍສ໌ ກົວ (Miles Guo) ແລະ ກົວ ເວິນກຸຍ (Guo Wengui), ແມ່ນເຫັນໄດ້ໃນພາບຖ່າຍນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນ ນິວຢອກ, ວັນທີ 20 ພະຈິກ 2018.

ໃນວັນຄານວານນີ້ ຜູ້ພິພາກສາສະຫະລັດ ໄດ້ປະຕິເສດຕໍ່ຄວາມພະຍາຍາມ ຂອງນັກທຸລະກິດຈີນ ທີ່ລີ້ໄພຢູ່ໃນສະຫະລັດ ທ່ານ ກົວ ເວິນກຸຍ ທີ່ຈະໃຫ້ສານ ຍົກຟ້ອງຂໍ້ກ່າວຫາທ່ານ ໃນຖານສໍ້ໂກງເງິນຈາກບັນດານັກລົງທຶນຫຼາຍພັນຄົນ ມູນຄ່າຫຼາຍກວ່າ 1 ຕື້ໂດລາ ອີງຕາມອົງການຂ່າວຣອຍເຕີສ໌.

ຜູ້ພິພາກສາສານເມືອງລັດນິວຢອກຂອງສະຫະລັດ ໃນເຂດແມນແຮັດແທັນ ໄດ້ກ່າວວ່າ ບັນດາໄອຍະການໄດ້ກ່າວຫາຢ່າງພຽງພໍວ່າ ທ່ານ ກົວ ມີສ່ວນ ຮ່ວມໃນຮູບແບບຂອງສີ່ແຜນການສໍ້ໂກງ ແລະການພິສູດນັ້ນເປັນເລື້ອງສຳລັບ ການດຳເນີນຄະດີ.

ທະນາຍຄວາມຂອງທ່ານກົວ ບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການຂໍໃຫ້ມີຄວາມ ເຫັນຫຼັງຈາກເວລາເຮັດວຽກ.

ທ່ານກົວ ໄດ້ສາລະພາບວ່າບໍ່ຜິດຕໍ່ຂໍ້ກ່າວຫາທາງອາຍາ 12 ກະທົງທີ່ລວມມີ ການສໍ້ໂກງທາງດ້ານຫຼັກຊັບ, ການສໍ້ໂກງທາງດ້ານການໂອນເງິນ, ທຸລະກຳ ດ້ານການເງິນທີ່​ຜິດ​ກົດ​ໝາຍ ແລະການສົມຮູ້ຮ່ວມຄິດ, ພ້ອມທັງການຟອກເງິນ.

ອີງຕາມຄຳຟ້ອງຮ້ອງ ທ່ານກົວ ແລະພວກສົມຮູ້ຮ່ວມຄິດຂອງຜູ້ກ່ຽວ ໄດ້ສໍ້ໂກງ ນັກລົງທຶນໃນບໍລິສັດສື່ມວນຊົນ, ສະກຸນເງິນຄຣິບໂຕ ແລະການລົງທຶນອື່ນໆ.

ໃນຄຳຟ້ອງນັ້ນ ກ່າວວ່າ ທ່ານກົວ ໄດ້ສວຍໃຊ້ໂອກາດຂອງການສະແດງໂຕ ທາງອອນໄລນ໌ ຢ່າງກວ້າງຂວາງ ແລະມີຜູ້ຕິດຕາມຫຼາຍພັນຄົນ ໂດຍໃຫ້ຄຳ ໃຫ້​ຄຳໝັ້ນສັນຍາ ກ່ຽວ​ກັບ ຜົນກຳໄລດ້ານການເງິນແລະຜົນປະໂຫຍດຕ່າງໆ ຢ່າງຫຼວງຫຼາຍ.

ຄູ່ຈຳເລີຍສອງຄົນໄດ້ປະເຊີນກັບຂໍ້ຫາທີ່ກ່ຽວຂ້ອງທາງອາຍາ ແລະຈຳເລີຍອີກ ຄົນນຶ່ງ ຖືກຕັ້ງຂໍ້ຫາຂັດຂວາງການດຳເນີນຄະດີ.

ໃນຄວາມເປັນຈິງແລ້ວ ຄຳຟ້ອງນັ້ນ ກ່າວວ່າ ແຜນການຫຼອກລວງອຳນວຍໃຫ້ພວກຄູ່ສົມຮູ້ຮ່ວມຄິດ ສາມາດສ້າງຄວາມຮັ່ງມີໃຫ້ແກ່ພວກເຂົາເອງແລະຄອບຄົວຂອງເຂົາເຈົ້າ ແລະໃຫ້ເງິນສະໜັບສະໜຸນ "ຊີວິດທີ່ຟຸມເຟືອຍຂອງ" ຂອງທ່ານກົວ.

A U.S. judge on Tuesday rejected exiled Chinese businessman Guo Wengui's bid to dismiss an indictment accusing him of defrauding thousands of investors out of more than $1 billion.

U.S. District Judge Analisa Torres in Manhattan said prosecutors sufficiently alleged that Guo engaged in a pattern of racketeering through four fraud schemes, and that proving it was a matter for trial.

Lawyers for Guo did not immediately respond to requests for comment after business hours.

Guo has pleaded not guilty to 12 criminal charges including securities fraud, wire fraud, unlawful monetary transactions and conspiracy, including for money laundering.

According to the indictment, Guo and his accomplices defrauded investors in a media company, cryptocurrency and other ventures.

The indictment said Guo took advantage of his prolific online presence and hundreds of thousands of followers by promising outsized financial returns and other benefits.

In reality, the scheme allowed the co-conspirators to enrich themselves and family members and fund Guo's "extravagant lifestyle," the indictment said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG