ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳກຳ​ປູ​ເຈຍ ທີ່​ລີ້​ໄພ​ ຢູ່ຕ່າງ​ປະ​ເທດ ຖືກຕັດສິນ ໃຫ້ຕິດ​ຄຸກ ເປັນ​​ເວລາ 5 ປີ


ຜູ້ນຳຝ່າຍຄ້ານກຳ​ປູ​ເຈຍ ທ່ານ Sam Rainsy.
ຜູ້ນຳຝ່າຍຄ້ານກຳ​ປູ​ເຈຍ ທ່ານ Sam Rainsy.

ຜູ້ນຳກຳ​ປູ​ເຈຍ ທີ່​ລີ້​ໄພ​ໃນ​ຕ່າງ​ປະ​ເທດ ທ່ານ Sam Rainsy ​ໄດ້​ຖືກຕັດສິນ​ໂທດ​ໃຫ້ຕິດ​ຄຸກ​ເປັນເວລາ 5 ປີ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຖານ​ທີ່​ຂຽນ​ຂໍ້ຄວາມ​ທີ່​ບໍ່​ຖືກຕ້ອງ ທີ່​ວ່າ​ລັດຖະບານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ກ່ຽວ​ກັບການ​ຍຸບຊາຍ​ແດນ​ ລະຫວ່າງ​ກຳ​ປູ​ເຈຍກັບ​ຫວຽດນາມ ຊຶ່ງ​ເປັນບັນ​ຫາ​ໂຕ້​ແຍ້​ງທີ່​ໃຫຍ່​ສຸດຢູ່​ໃນ​ປະ​ເທດ.

ການ​ຕັດສິນ​ໂທດ​ດັ່ງກ່າວ​ນີ້ ​ໄດ້​ມີ​ຂຶ້ນ​ຫຼັງ​ຈາກຄວາມ​ສຳພັນ​ລະຫວ່າງ​ພັກ​ປະຊາຊົນ​ກຳ ປູ​ເຈຍ ຂອງນາຍົກລັດຖະມົນຕີ Hun Sen ​ແລະ​ພັກ​ກູ້​ຊາດ​ຫຼື CNRP ຊຶ່ງ​ເປັນ​ພັກ ຝ່າຍ​ຄ້ານ ​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ ມາ​ເປັນ​ເວລາ​ຫຼາຍໆ​ເດືອນ​ແລ້ວ​.

ທ່ານ Hun Sen ​ໄດ້​ນຳພາ​ປະ​ເທດກຳ​ປູ​ເຈຍ ​ທີ່​ຕັ້ງຢູ່ໃນ​ຂົງ​ເຂດ​ຕາ​ເວັນ​ອອກສຽງ​ໃຕ້​ ມາ​ໄດ້ຫຼາຍ​ກວ່າ 3 ທົດ​ສະ​ວັດ​ແລ້ວ ​ແຕ່​ວ່າ​ອິດ​ທິພົນ​ຂອງ​ທ່ານ​ ​ແມ່ນ​ໄດ້​ອ່ອນ​ແອ​ລົງ ​ໃນການ​ເລືອກ​ຕັ້ງ​ທົ່ວປະ​ເທດ​ເມື່ອປີ 2013 ຕອນ​ທີ່​ພັກ​ຝ່າຍ​ຄ້ານ CNRP ​ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ 55 ​ບ່ອນ​ນັ່ງ ໃນ​ລັດຖະສະພາ ຊຶ່ງ​ພາ​ໃຫ້ພັກ​ລັດຖະບານ​ໄດ້​ຊະນະ​ແຕ່ພຽງ 68 ບ່ອນ​ນັ່ງ ໃນຈຳນວນ​ທັງ​ໝົດ 123 ບ່ອນ​ນັ່ງ.

ບັນດາ​ສະມາຊິກ​ຝ່າຍ​ຄ້ານ ​ໄດ້​ກ່າວ​ຫາ​ທ່ານ Hun Sen ວ່າ ​ໄດ້​ທຳ​ການ​ຂົ່ມຂູ່​ພວກ​ທີ່​ວິພາກ​ວິຈານ​ທ່ານ ກ່ອນ​ທີ່​ຈະ​ມີ​ການ​ເລືອກ​ຕັ້ງ​ໃນ​ຂົງ​ເຂດ ແລະ​ໃນ​ທົ່ວ​ປະ​ເທດ ໃນ​ປີ2018 ຈະ​ມາ​ນີ້.

ທ່ານ Rainsy ​ພ້ອມ​ທັງ ສະມາຊິກ 2 ທ່ານ ​ໃນ​ຄະນະ​ສື່​ສັງຄົມ ​ແມ່ນ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ພິມ​ເຜີຍ​ແຜ່ຂໍ້ຄວາມ​ຕ່າງໆທີ່​ບໍ່​ຖືກຕ້ອງ ກ່ຽວ​ກັບ​ສົນທິສັນຍາຊາຍແດນ ສະບັບ​ປີ 1979​ ທີ່​ມີ​ຂໍ້ຄວາມ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຫວຽດນາມ​ແລະກຳ​ປູ​ເຈຍ ​ໄດ້​ຕົກລົງທີ່​ຍຸບ​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ທັງ​ສອງ.

ບັນ​ຫາ​ຊາຍ​ແດນ​ນີ້​ແມ່ນໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ໃຫ້​ແກ່​ກຳປູ​ເຈຍ​ມາ​ເປັນ​ເວລາຫຼາຍ​ສັດຕະວັດ​ແລ້ວ ຊຶ່ງ​ມັນ​ໄດ້​ສ້າງ​ຄວາມ​ກັງວົນ​ ກ່ຽວ​ກັບປະ​ເທດ​ຫວຽດນາມ​ ​ແລະ​ໄທ ຊຶ່ງ​ເປັນ​ເພື່ອນ​ບ້ານ​ທີ່​ໃຫຍ່​ກວ່າ ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຕົນ.

ທ່ານ Rainsy ​ແລະ​ພັກ​ພວກ​ຂອງ​ທ່ານ ​ໄດ້​ຖືກຕັດສິນໂທດ​ແບບ​ລັບຫລັງ. ທ່ານ Rainsy ​ໄດ້​ລີ້​ໄພ​ການ​ເມືອງ​ໃນ​ປະ​ເທດ​ຝຣັ່ງ ນັບ​ຕັ້ງ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ ​ເພື່ອ​ຫລີກ​ລ່ຽງ​ການ​ຈັບ​ກຸມ ​ໃນ​ການ​ຕັດສິນ​ໂທດກ່ຽວ​ກັບ​ການ​ໃສ່​ຮ້າຍ​ປ້າຍ​ສີ ທີ່​ທ່ານກ່າວ​ວ່າ ​ມີ​ຈຸດປະສົງທາງ​ການ​ເມືອງ.

​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຕັດສິນ​ໂທດນີ້ ທ່ານ Rainsy ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ນາ​ທາງ​ Twitter ວ່າ ການ​ດຳ​ເນີນ​ຄະດີຕໍ່​ທ່ານ​ແລະ​ເພື່ອນ​ຮ່ວມ​ງານ​ນັ້ນ ແມ່ນການ​ເສກ​ສັນປັ້ນ​ແຕ່ງ​ໂດຍສານ​ເຕ້ຍແກງ
​ກາຣູ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Cambodia Exiled Leader
please wait

No media source currently available

0:00 0:01:02 0:00

XS
SM
MD
LG