ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການອອກກໍາລັງກາຍຢ່າງໜັກ ບາດດຽວໂລດ ອາດເປັນອັນຕະລາຍ (ເບິ່ງວີດີໂອພາສາອັງກິດ)


ໃນແຕ່ລະປີ ມີຄົນເປັນລ້ານໆຄົນທີ່ເຫັນວ່າຕົນເອງຕ້ອງໄປຢູ່ຫ້ອງສຸກເສີນຫລັງຈາກເປັນໂຣກຫົວໃຈວາຍ ເພາະວ່າພວກເຂົາເຈົ້າອອກກຳລັງກາຍໜັກເກີນໄປ ຫລືວ່າໃນລະຫວ່າງທີ່ມີການຮ່ວມເພດຢ່າງກະທັນຫັນໂພດ
ໃນແຕ່ລະປີ ມີຄົນເປັນລ້ານໆຄົນທີ່ເຫັນວ່າຕົນເອງຕ້ອງໄປຢູ່ຫ້ອງສຸກເສີນຫລັງຈາກເປັນໂຣກຫົວໃຈວາຍ ເພາະວ່າພວກເຂົາເຈົ້າອອກກຳລັງກາຍໜັກເກີນໄປ ຫລືວ່າໃນລະຫວ່າງທີ່ມີການຮ່ວມເພດຢ່າງກະທັນຫັນໂພດ

ພວກ​ທ່ານໝໍຢູ່​ທົ່ວ​ໂລກ​ລ້ວນ​ແຕ່ບອກ​ພວກ​ຄົນ​ເຈັບວ່າ ການ​ອອກກຳລັງກາຍ​​ແມ່ນເຮັດ​ໃຫ້​ມີ ​ສຸຂະພາບ​ແຂງ​ແຮງ​ຂຶ້ນ. ​ແຕ່​ວ່າ​ຄົນ​ທີ່​ບໍ່ຄ່ອຍ ຫລືບໍ່​ເຄີຍອອກກຳລັງ​ກາຍຈັກ​ເທື່ອ ຈະຕ້ອງ ​ໄດ້​ລະມັດລະ​ວັງ​ເປັນ​ພິ​ເສດ​ໃນ​ການ​​ເຄື່ອນ​​ໄຫວ​ອອກກໍາລັງ​ກາຍຢ່າງໜັກ. ການສຶກສາຄົ້ນ ຄວ້າ​ໃໝ່ ສະ​ແດງ​ໃຫ້​ເຫັນ​ວ່າ ສຳລັບພວກ​ຄົນ​ເຫລົ່ານີ້ ການ​ເລີ້ມ​ມີ​ກິດຈະ​ກໍາ​ອອກກຳລັງ​ກາຍ ​ເຊັ່ນການ​ແລ່ນ ຫລື​ການ​ຮ່ວມ​ເພດ​ໃນ​ທັນທີ​ທັນ​​ໃດ​ໂລດ ​ອາດ​ພາ​ໃຫ້​ເສຍ​ຊີວິດ​ໄດ້.

ທ່ານ​ໄດ້​ຍິນ​ຄຳ​ເວົ້າ​ນີ້ຢູ່​ເລື້ອຍໆ: “​ໃຫ້​ຖາມ​ທ່ານໝໍຂອງ​ທ່ານ​ກ່ອນ ຈຶ່ງ​ເລີ້ມ​ລາຍການ
ອອກກຳລັງ​ກາຍ​ໃໝ່”

ການ​ສຶກສາຄົ້ນຄວ້າ​ໃໝ່ບັ້ນນຶ່ງ​ໄດ້ສະ​ທ້ອນ​ໃຫ້​ເຫັນວ່າ​ ຄໍາເຕືອນ​ນັ້ນ​ແມ່ນ​ຖືກຕ້ອງ.

ໃນ​ແຕ່ລະ​ປີ ມີ​ຄົນ​ເປັນ​ລ້ານໆຄົນ​ທີ່ເຫັນ​ວ່າ​ຕົນ​ເອງ​ຕ້ອງ​ໄປ​ຢູ່​ຫ້ອງ​ສຸກ​ເສີນ ຫລັງ​ຈາກ
ເປັນ​ໂຣກຫົວ​ໃຈ​ວາຍ ​ເພາະວ່າ​ພວກ​ເຂົາ​ເຈົ້າ​ອອກກຳລັງກາຍ ​ຫລື​ວ່າມີ​ການ​ຮ່ວມ​ເພດ
ຢ່າງ​ໜັກ​ເກີນ​ໄປໂພດ.

ການອອກກໍາລັງກາຍຢ່າງໜັກແບບນຶ່ງ ຊຶ່ງບໍ່ຄວນເຮັດຖ້າບໍ່ເຮັດເປັນປະຈໍາ. (AP Photo, File)
ການອອກກໍາລັງກາຍຢ່າງໜັກແບບນຶ່ງ ຊຶ່ງບໍ່ຄວນເຮັດຖ້າບໍ່ເຮັດເປັນປະຈໍາ. (AP Photo, File)

ການ​ອອກກຳລັງ​ກາຍທີ່​ກະ​ຕຸ້ນ
ການໝູນວຽນຂອງ​ເລືອດ​ໃນ​ຫົວ​
ໃຈ​ແບບ​ປົກກະຕິ ​ແມ່ນ​ຊ່ວຍ​ເຮັດ
​ໃຫ້​ຄວາມ​ສ່ຽງຕໍ່ການມີ​ບັນຫາ
​ທາງຫົວ​ໃຈຫລຸດ​ລົງ. ​ແຕ່​ວ່າສຳ
ລັບພວກ​ທີ່​ຂີ້ຄ້ານ​ອອກກຳລັງ​
ກາຍຫລືຜູ້​ທີ່ນັ່ງ​ເຮັດວຽກແຕ່​ຢູ່
ໂຕະ​ຢູ່​ຕັ່ງຫລາຍ​ນັ້ນ ການ​ເລີ້ມ
​ໂຄງ​ການ​ອອກກຳລັງ​ກາຍ​ເພື່ອ
​ກະ​ຕຸ້ນ​ການໝູນວຽນ​ຂອງ​ເລືອດ
​ໃນ​ຫົວ​ໃຈໃນ​ທັນທີ​ທັນໃດ​ໂລດ
ຫລື​ມີການ​ຮ່ວມ​ເພດ​ຢ່າງບຸກບັນ
ນັ້ນ ສາມາດພາ​ໃຫ້ເດີດອາການ
ຫົວ​ໃຈ​ວາຍ​ໄດ້.

ພວກ​ທ່ານໝໍ ທີ່ໂຮງຮຽນ​ແພດ
ສາດ ຂອງມະຫາ​ວິທະຍາ​ໄລ
Tufts ທີ່​ເມືອງ Boston​ ໄດ້
​ສຶກສາຄົ້ນຄວ້າບັນຫານີ້ ​ແລະ
​ໄດ້​ພົບ​ວ່າມີ​ການ​ພົວພັນ​ກັນ​ໂດຍ​ກົງ ​ລະຫວ່າງ​ການ​ອອກກຳລັງ​ກາຍ ​ແລະການ​ເປັນ​ໂຣກ
ຫົວ​ໃຈ​ວາຍຂອງ​ພວກ​ຄົນ​ເຈັບ​ເຫລົ່ານີ້. ດຣ. Jessica Paulus ​ແລະ ດຣ. Issa Daha-
breh ໄດ້​ທົບ​ທວນຄືນ​ການ​ສຶກສາຄົ້ນຄວ້າ 14 ບັ້ນກ່ຽວກັບ​ຄວາມກ່ຽວພັນ​ກັນ​ລະຫວ່າງ
​ການ​ອອກກຳລັງ​ກາຍ ​ແລະ​ໂຣກຫົວ​ໃຈ​ວາຍ ຊຶ່ງ​ເຫັນ​ວ່າ​ມັນມັກເກີດ​ຂຶ້ນຫລາຍ​ທີ່​ສຸດກັບ
​ພວກ​ຜູ້​ຊາຍອາຍຸ​ລະຫວ່າງ 55 ຫາ 64 ປີ.

ດຣ. Jessica Paulus ກ່າວ​ວ່າ “ສຳລັບ​ຜູ້​ໃດ​ທີ່ບໍ່ຊິນ​ເຄີຍ​ກັບ​ການໃຊ້​ແຮງງານ​ທາງ​ຮ່າງ​ກາຍ ຫລື​ຜູ້​ທີ່​ບໍ່ເຄີຍອອກກຳລັງ​ການ​ເປັນ​ປະຈຳ, ຄວາມ​ສ່ຽງຕໍ່ການ​ເປັນ​ໂຣກຫົວ​ໃຈ​ວາຍ​ນີ້ ​ແມ່ນ​ສູງ​ກວ່າ​ພວກ​ທີ່ໝັ່ນອອກກຳລັງ​ກາຍ​ຢ່າງ​ເປັນ​ປົກກະຕິ”

ການ​ສຶກສາສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ສ່ຽງທີ່​ສູງ​ທີ່​ສຸດ​ແມ່ນ​ຢູ່​ໃນ​ໄລຍະ​ທຳ​ກິດຈະກຳຢູ່​ນັ້ນ
​ແລະໄປ​ຈົນ​ເຖິງ 2 ຊົ່ວ​ໂມງ​ຫລັງ​ຈາກ​ນັ້ນ. ​ແຕ່ຕໍ່​ຄຳ​ຖາມ​ທີ່​ວ່າ ເຮົາຄວນ​ຕີຄວາມໝາຍເອົາ
ເຫດຜົນ​ອັນ​ນີ້​ໃຫ້​ເປັນ​ຂໍ້​ອ້າງ​ເພື່ອ​ບໍ່ຢາກ​ອອກກໍາລັງກາ​ຍບໍ? ອັນ​ນີ້ ທ່ານດຣ. Jessica
Paulus ບອກວ່າ ​ຜູ້ນັ້ນຄວນຈະ​ຄິດ​ຄືນເບິ່ງອີກຖ້າ​ຈະ​ເຮັດ​ແນວ​ນັ້ນ. ດຣ. Paulus ກ່າວ​
ຕື່ມວ່າ

“ຖ້າ​ຫາກ​ພວກ​ເຂົາ​ເຈົ້າບໍ່ລຶ້ງອອກກຳລັງ​ກາຍ ​ແຕ່​ວ່າ​ພວກ​ເຂົາ​ເຈົ້າຢາກ​ຈະເລີ້ມມີ​ຄວາມ
​ຫ້າວ​ຫັນ​ໃນ​ການ​ໃຊ້​ກຳລັງ​ກາຍ ພວກ​ເຂົາ​ເຈົ້າຄວນ​ເລີ້ມລົງມືແບບຄ່ອຍເປັນຄ່ອຍໄປ ຫຼື
ແບບຊ້າໆ ​ແລະ​ກໍ​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ແພດໝໍ”

ສ່ວນດຣ. Dahabrey ກໍ​ໄດ້​ຊີ້​ແຈງເຊັ່ນ​ກັນ​ວ່າ ການອອກກຳລັງກາຍເປັນປະຈຳ ​ແມ່ນ​ດີ
​ແມ່ນ​ແຕ່ສໍາລັບຄົນ​ທີ່ມີ​ຄວາມ​ສ່ຽງຕໍ່ການ​ເປັນ​ໂຣກຫົວ​ໃຈ​ສູງ​ກວ່ານັ້ນອີ​ກ ​ເພາະວ່າ​ມັນ​
ເຮັດ​ໃຫ້​ຫົວໃຈ​ມີ​ການ​ເຕັ້ນທີ່​ຊ້າ​ລົງ ​ໃນ​ລະຫວ່າງທີ່ພວມ​ອອກກຳລັງ​ກາຍ​ຢ່າງໜັກ ຫລື​
ພວມມີການ​ຮ່ວມ​ເພດ​ຢູ່​ນັ້ນ. ດຣ. Issa Dahabrey ຊີ້​ແຈງ​ຕື່ມ​ວ່າ

“ຜູ້​ຄົນ​ທີ່​ອອກກຳລັງ​ກາຍ​ຢູ່​ເລື້ອຍໆ ​ເປັນ​ປະຈຳ, ອອກ​ຫລາຍໆຄັ້ງຕໍ່ອາທິດນັ້ນ ຈະ​ເຮັດ
​ໃຫ້​ຈັງຫວະ​ການ​ເຕັ້ນຂອງ​ຫົວ​ໃຈ ​ສູງ​ຂຶ້ນ​ໃນ​ອັດຕາ​ທີ່ໜ້ອຍກວ່າ ​ໃນ​ເວລາ​ທີ່ພວກ​ເຂົາ​ເຈົ້າ​
ໄປ​ເຮັດ​ກິດຈະກຳສະ​ເພາະ​ເຫລົ່ານີ້.”

ທ່ານ​ສາມາດ​ຊອກ​ອ່ານ​ກ່ຽວກັບ​ການ​ສຶກສາຄົ້ນຄວ້າ​ນີ້​ໄດ້ ທີ່​ວາລະສານ​ສະມາ​ຄົນການ​ແພດ
ຂອງ​ອາ​ເມຣິກາ ຫລື Journal of the American Medical Association.

XS
SM
MD
LG