ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ອີ​ຣ່ານ ຄົນ​ໃດ​ທີ່​ຖືກ​ຕັ້ງ​ຂໍ້​ຫາ​ດ້ວຍ​ການ​ກະ​ທຳ​ຜິດ​ຂອງ ສະ​ຫະ​ລັດ ຈະ​ຖືກ​ປ່ອຍ​ຕົວ ​ໃນ​ການ​ແລກ​ປ່ຽນ​ນັກ​ໂທດ ອີ​ຣ່ານ?


ພາບ​ສະ​ແດງ​ໃຫ້​ເຫັນ​ຄົນ​ທີ່​ຖື​ສອງ​ສັນ​ຊາດ ອີ​ຣ່ານ-ອາ​ເມ​ຣິ​ກັນ 6 ຄົນທີ່​ຖືກ​ກັກ​ຂັງ​ໃນ ສະ​ຫະ​ລັດ ຫຼື ​ຜູ້​ທີ່​ຖືກ​ປ່ອຍ​ຕົວ​ຕຳ​ການ​ຊີ້​ນຳລໍ​ຖ້າ​ມອບ​ຕົວ​ຕໍ່​ຄຸກ​ສຳ​ລັບ​ການ​ກະ​ທຳ​ຜິດ​ໃນ​ຂໍ້​ກ່າວ​ຫາລັດ​ຖະ​ບານ​ກາງ.
ພາບ​ສະ​ແດງ​ໃຫ້​ເຫັນ​ຄົນ​ທີ່​ຖື​ສອງ​ສັນ​ຊາດ ອີ​ຣ່ານ-ອາ​ເມ​ຣິ​ກັນ 6 ຄົນທີ່​ຖືກ​ກັກ​ຂັງ​ໃນ ສະ​ຫະ​ລັດ ຫຼື ​ຜູ້​ທີ່​ຖືກ​ປ່ອຍ​ຕົວ​ຕຳ​ການ​ຊີ້​ນຳລໍ​ຖ້າ​ມອບ​ຕົວ​ຕໍ່​ຄຸກ​ສຳ​ລັບ​ການ​ກະ​ທຳ​ຜິດ​ໃນ​ຂໍ້​ກ່າວ​ຫາລັດ​ຖະ​ບານ​ກາງ.

ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແລະ ອີ​ຣ່ານ ພະ​ຍາ​ຍາມ​ທີ່​ຈະ​ສະຫຼຸບ ​ຂໍ້​ຕົກ​ລົງ​ການ​ແລກ​ປ່ຽນ​ນັກ​ໂທດ ​ທີ່​ໄດ້​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ເດືອນນີ້, ມີ​ອົງ​ປະ​ກອບ​ນຶ່ງ​ຂອງ​ມັນ​ທີ່​ຍັງ​ຄົງ​ຄຸມ​ເຄືອ​ຄື​ທີ່​ເປັນ​ມາ, ເຊິ່ງ​ແມ່ນ​ຖ້າຊາວ ອີ​ຣ່ານ ຄົນ​ໃດ​ຖືກ​ກັກ​ຂັງ ຫຼື ຖືກ​ລົງ​ໂທດ​ໃນ ສະ​ຫະ​ລັດ ໃນ​ຂໍ້​ກ່າວ​ຫາ​ລັດ​ຖະ​ບານ​ກາງ ແມ່ນອາດ​ຖືກ​ແລກ​ປ່ຽນ ​ສຳ​ລັບ​ຊາວ​ອາ​ເມ​ຣິ​ກັນ 5 ຄົນ​ທີ່​ຖືກ​ຈັບໂດຍ ເຕ​ຫະ​ຣ່ານ.

ນັບ​ຕັ້ງ​ແຕ່​ລັດ​ຖະ​ບານທ່ານ ໄບ​ເດັນ ແລະ ອີ​ຣ່ານ ໄດ້​ເລີ່ມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ເປັນ​ການ​ເຈ​ລະ​ຈາ​ແລກ​ປ່ຽນ​ນັກ​ໂທດ​ທາງ​ອ້ອມ​ ໃນ​ເດືອນ​ພຶດ​ສະ​ພາ 2021 ນັ້ນ, ເຕ​ຫະ​ຣ່ານ ໄດ້​ປະ​ຕິ​ເສດ​ທີ່​ຈະ​ບອກ​ຊື່​ຊາວ ອີ​ຣ່ານ ທີ່​ເຂົາ​ເຈົ້າ​ກ່າວ​ຫາ​ວ່າ ​ຖືກ​ກັກ​ຂັງ​ຢ່າງບໍ່​ເປັນ​ທຳ​ໃນ ສະ​ຫະ​ລັດ ເຖິງ​ແມ່ນ​ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ເຂົາ​ເຈົ້າ​ ໃນ​ຖະ​ແຫຼງ​ການທີ່ເປີດ​ເຜີຍ​ ​ຊ້ຳ​ແລ້ວ​ຊ້ຳ​ອີກ​ກໍ​ຕາມ.

ນັ້ນ​ໄດ້​ເປັນ​ປະ​ເດັນ​ອີກ​ຄັ້ງ​ ເມື່ອ​ວັນ​ທີ 10 ສິງ​ຫາ ​ທີ່​ຜ່ານ​ມາ, ເວ​ລາ​ທີ່ ອີ​ຣ່ານ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ກ້າວ​ໄປ​ໜ້າ​ໃນ​ການ​ປ່ອຍ​ຕົວ​ຊາວ ອາ​ເມ​ຣິ​ກັນ 5 ຄົນ​ຜູ້​ທີ່ ວໍ​ຊິງ​ຕັນ ໄດ້​ກ່າວ​ຫາ ເຕ​ຫະ​ຣ່ານ ກ່ຽວ​ກັບ ການ​ຂັງ​ຄຸກ​ຢ່າງບໍ່​ຖືກ​ຕ້ອງ, ໂດຍ​ສົ່ງ​ຄົນ​ ອາ​ເມ​ຣິ​ກັນ ທີ່​ວ່າ​ນັ້ນ​ໄປ​ຂັງ​ຢູ່​ເຮືອນ.

ສື່ມວນ​ຊົນ​ລັດ​ຖະ​ບານ ອີ​ຣ່ານ ໄດ້​ກ່າວ​ວ່າຊາວ ອາ​ເມ​ຣິ​ກັນ ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີ​ນ​ທາງ​ອອກ​ຈາກ ອີ​ຣ່ານ ໃນ​ຕອນ​ສະຫຼຸບ​ຂອງ​ຂໍ້​ຕົກ​ລົງ ເຊິ່ງ ສະ​ຫະ​ລັດ ຈະ​ຕ້ອງ​ທຳ​ການ​ຜ່ອນ​ຜັນ​ໃຫ້​ສອງ​ຢ່າງ​ຄື: ປ່ອຍ​ຕົວ​ຊາວ ອີ​ຣ່ານ ຜູ້​ທີ່​ເຂົາ​ເຈົ້າກ່າວ​ຫາ​ວ່າ ຂັງ​ຄຸກໃນ​ຂໍ້​ກ່າວ​ຫາ​ທີ່ “ຜິດ” ກ່ຽວ​ກັບ ການຫຼີກ​ລ່ຽງ​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ, ແລະ ບໍ່​ກັກ​ຊັບ​ສິນຂອງ ອີ​ຣ່ານ ​ມູນ​ຄ່າ 6 ພັນ​ລ້ານ​ໂດ​ລາ​ ທີ່​ຖືກ​ຍຶດ​ໃນທະ​ນາ​ຄານ​ ເກົາຫຼີ​ໃຕ້ ພາຍ​ໃຕ້​ມາດ​ຕະ​ການ​ລົງ​ໂທດ​ພວກ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG