ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຮາມິດ ກາຣ໌ຊາຍ ກ່າວວ່າ ຖ້າກຸ່ມຕາລິບານ ຕ້ອງການໃຫ້ນາໆຊາດຮັບຮູ້ ພວກເຂົາຕ້ອງໄດ້ຮັບຄວາມຊອບທໍາ ພາຍໃນປະເທດ


ອະດີດປະທານາທິບໍດີອັຟການິສຖານທ່ານຮາມິດ ກາຣ໌ຊາຍ ໃນລະຫວ່າງການສໍາພາດ ຢູ່ໃນນະຄອນຫລວງກາບູລ, ປະເທດອັຟການິສຖານ, ວັນທີ 24 ກັນຍາ, ປີ 2019.
ອະດີດປະທານາທິບໍດີອັຟການິສຖານທ່ານຮາມິດ ກາຣ໌ຊາຍ ໃນລະຫວ່າງການສໍາພາດ ຢູ່ໃນນະຄອນຫລວງກາບູລ, ປະເທດອັຟການິສຖານ, ວັນທີ 24 ກັນຍາ, ປີ 2019.

ອະດີດປະທານາທິບໍດີຂອງອັຟການິສຖານທ່ານຮາມິດ ກາຣ໌ຊາຍ (Hamid Karzai) ກ່າວວ່າລັດຖະບານຕາລິບານປັດຈຸບັນໃນອັຟການິສຖານຕ້ອງການຄວາມຊອບທໍາທາງກົດໝາຍ ພາຍໃນປະເທດ ເພື່ອໃຫ້ໄດ້ຮັບການຮັບຮູ້ໃນລະດັບສາກົນ.

ທ່ານກ່າວວ່າ ນັ້ນສາມາດປະຕິບັດໄດ້ ໂດຍການສະແດງອອກຂອງຄວາມມຸ້ງຫວັງຂອງປະຊາຊາຊົນຊາວອັຟການິສຖານ, ບໍ່ວ່າຈະເປັນຮູບແບບຂອງການເລືອກຕັ້ງ ຫລືເປີດປະຊຸມໂລຢາ ເຈີກາ (Loya Jirga), ເຊິ່ງເປັນສະພາໃຫຍ່ຜູ້ແທນທີ່ມີມາຕາມປະເພນີ ຈາກຫລາຍໆພາກສ່ວນ ຂອງປະເທດ.

ທ່ານກາຣ໌ຊາຍ ໄດ້ກ່າວກັບ VOA ໃນມື້ວັນເສົາທີ່ຜ່ານມາ, ເກືອບສອງເດືອນຫລັງຈາກສະຫະລັດ ແລະບັນດາພັນທະມິດອົງການ NATO ຖອນອອກຈາກ ອັຟການິສຖານ, ເຊິ່ງເປັນການສິ້ນສຸດສົງຄາມທີ່ຍາວນານທີ່ສຸດໃນປະຫວັດສາດຂອງສະຫະລັດ.

ທ່ານກ່າວວ່າ ອັຟການິສຖານພວມຢູ່ໃນທາງແບ່ງທີ່ສຳຄັນໃນດ້ານປະຫວັດສາດຂອງປະເທດ ແລະປະຊາຊົນຊາວອັຟການິສຖານ ມີຄວາມຮັບຜິດຊອບໃນການ “ພ້ອມໃຈກັນ” ແລະສ້າງລັດຖະບານທີ່ຕັ້ງຢູ່ເທິງ “ການສະແດງອອກເຖິງເຈດຈໍານົງຂອງຊາວອັຟການິສຖານ.”

ທ່ານກາຣ໌ຊາຍກ່າວວ່າ “ຄວາມຖືກຕ້ອງທາງກົດໝາຍລະຫວ່າງປະເທດຂອງພວກເຮົາ ສໍາລັບລັດຖະບານຕາລິບານ ຫລືສໍາລັບລັດຖະບານອື່ນໆ ເປັນຂັ້ນພື້ນຖານຂອງການຮັບຮູ້ໂດຍປະເທດຕ່າງໆແລະປະຊາຄົມນານາຊາດ” ພ້ອມກັບກ່າວເພີ້ມເຕີມວ່າ, ລັດຖະບານໄດ້ຮັບຄວາມຊອບທໍາຈາກເຈດຈໍານົງຂອງປະຊາຊົນຂອງພວກເຂົາເຈົ້າ.

“ວິທີການເຮັດໃຫ້ເກີດຄວາມຊອບທໍາພາຍໃນປະເທດນັ້ນ ແມ່ນແນ່ນອນຂຶ້ນຢູ່ກັບການເລືອກຕັ້ງ ຫລືໃນກໍລະນີຂອງປະເທດອັຟການິສຖານ, ໂດຍສະເພາະຢ່າງຍິ່ງ ພາຍໃຕ້ສະຖານະການຕ່າງໆໃນປັດຈຸບັນ, ການສະແດງອອກເຖິງເຈດຈໍານົງຂອງປະຊາຊົນຊາວອັຟການິສຖານຜ່ານ ໂລຢາ ເຈີກາ ແລະການນຳສະເໜີລັດຖະທໍາມະນູນ ແລະອື່ນໆອີກ,” ທ່ານກ່າວເພີ້ມເຕີມ.

ສໍາລັບປະເທດປາກິສຖານແລ້ວ, ນັບຕັ້ງແຕ່ການເຂົ້າຢຶດອໍານາດໃນກາງເດືອນສິງຫາຫລັງຈາກການທີ່ອະດີດປະທານາທິບໍດີ ຂອງອັຟການິສຖານ ທ່ານອັສ- ຣາຟ ການີ (Ashraf Ghani) ຕ້ອງໄປລີ້ໄພຢູ່ນອກປະເທດ, ກຸ່ມຕາລິບານຍັງບໍ່ທັນຖືກຮັບຮູ້ຢ່າງເປັນທາງການ ຈາກປະເທດໃດໆເທື່ອ ລວມເຖິງປາກິສຖານ, ເຊິ່ງຫລາຍໆຄົນເບິ່ງວ່າ ເປັນປະເທດພັນທະມິດທີ່ໃກ້ຊິດທີ່ສຸດ.

ກ່ຽວກັບໄພຂົ່ມຂູ່ຈາກກຸ່ມລັດອິສລາມນັ້ນ ທ່ານກາຣ໌ຊາຍໄດ້ສະແດງຄວາມເປັນຫ່ວງໃນການກໍ່ຄວາມຮຸນແຮງເພີ້ມຂຶ້ນຂອງກຸ່ມດັ່ງກ່າວໃນອັຟການິສຖານ ແລະເຫັນວ່າ ເປັນໄພຂົ່ມຂູ່ຕໍ່ທັງອັຟການິສຖານ ແລະຕໍ່ຂົງເຂດນຳດ້ວຍ.

ກ່ຽວກັບເລື້ອງສິດທິຂອງແມ່ຍິງນັ້ນ ທ່ານກາຣ໌ຊາຍໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງແມ່ຍິງທີ່ຈະກັບຄືນໄປບ່ອນເຮັດວຽກ ມະຫາວິທະຍາໄລແລະໂຮງຮຽນແຫ່ງຕ່າງໆ. ທ່ານກ່າວວ່າ ຄວາມປະສົງຕົ້ນຕໍແມ່ນມາຈາກປະຊາຊົນອັຟການິສຖານ ບໍ່ວ່າປະຊາຄົມນາໆຊາດຈະຮຽກຮ້ອງຕ້ອງການຫຼືບໍ່ກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG