ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມີການປະທະກັນໃໝ່ ລະຫວ່າງ ກອງກຳລັງ ຂອງໄນຈີເຣຍ ກັບກຸ່ມ Boko Haram


Nigeria Agrees to Cease-Fire With Boko Haram
please wait

No media source currently available

0:00 0:03:09 0:00

ວີດີໂອ: ໄນ​ຈີ​ເຣຍ ຕົກລົງ​​ຢຸດ​ຍິງ​ ກັບກຸ່ມ Boko Haram

ໄດ້​ມີ​ລາຍ​ງານ​ ກ່ຽວ​ກັບການປະ​ທະ​ກັນ​ໃໝ່ ​ລະຫວ່າງ​ພວກ​
ທະຫານໄນ​ເຈີເຣຍ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ໂບ​ໂກ​-ຮາຣາມ ​
ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງໄນ​ເຈີ​ເຣຍ ພຽງ​ບໍ່​ເທົ່າ
​ໃດ​ມື້ ຫຼັງຈາກ​ທີ່​ລັດຖະບານກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ຕົກລົງ
​ທີ່​ຈະ​ຢຸດ​ຍິງ​ກັນນັ້ນ.

ທະ​ຫານ​ບົກ​ຄົນ​ນຶ່ງຂອງ​ໄນ​ຈີ​ເຣຍ ​ແລະ​ສະມາຊິກ​ຂອງ​ກຸ່ມທະຫານ
​ບ້ານພົນລະ​ເຮືອນບອກ​ກັບ VOA ວ່າ ພວກ​ກະບົດ​ໄດ້​ທຳ​ການ​
ໂຈມ​ຕີ​ເມືອງ Damboa ​ໃນ​ແລງ​ວັນ​ອາທິດແລ້ວ​ນີ້. ​ເຈົ້າໜ້າ​ທີ່​ຂອງ​
ໜ່ວຍ​ສືບ​ລັບຂອງ​ລັດ​ຄົນ​ນຶ່ງ​ກ່າວ​ວ່າ ພວກ​ທະຫານ​ໄດ້​ຕໍ່ສູ້​ຄືນ​ແລະ
ຂັບ​ໄລ່​ພວກ​ກະບົດ​ຖອຍ​ໄປ ​ໂດຍ​ໄດ້​ສັງຫານພວກກະບົດ 25 ຄົນ.

​ເຫດການດັ່ງກ່າວ​ນີ້ ​ແລະການ​ປະ​ທະ​ກັນ​ບັ້ນ​ອື່ນໆ​ອີກ​ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີວິດ ​ໃນລັດໂບ​ໂນ ​ໃນ​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ​ໄດ້​ເຮັດໃຫ້ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ການຢຸດ​ຍິງ ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ໄນ​ເຈີ​ເຣຍປະກາດໃຫ້​ຮູ້ ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ມີ​ຜູ້ນຳ​ ຂອງ​ກຸ່ມໂບ​ໂກ​-ຮາຣາມ ພຽງ
ຄົນ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ຢືນຢັນ​ການ​ຕົກລົງຢຸດ​ຍິງ​ກັນ​ນັ້ນ ​ແລະ​ເຊື່ອ​ກັນ​ວ່າ ​ກຸ່ມ​ດັ່ງກ່າວ ມີ​ຫຼາຍໆພັກ​ຝ່າຍ.

​ຜູ້ຊ່ອຍຄົນ​ນຶ່ງ​ຂອງປະທານາທິບໍດີ Goodluck Jonathan ​ໄດ້​ກ່າວ​ວ່າ ທັງ​ສອງຝ່າຍ​ມີ​ໝາຍ​ກຳນົດ​ທີ່​ຈະເຈລະຈາ​ກັນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ປະ​ເທດ Chad ​ກ່ຽວ​ກັບ​ການ​ປ່ອຍ​ຕົວ​ ພວກ​ເດັກ​ນັກຮຽນ​ຍິງ ຫຼາຍ​ກວ່າ 200 ຄົນ ທີ່​ຖືກພວກ​ຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ
ລັກ​ພາ​ຕົວ​ໄປ ​ໃນ​ເດືອ​ເມສາ​ຜ່ານ​ມາ​ນັ້ນ.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ຂອງ​ສະຫະລັດ ທ່ານ​ນາງ Marie Harf ​ໄດ້​ຮຽກ
ຮ້ອງ​ໃນ​ວັນ​ຈັນ​ວານ​ນີ້​ ​ໃຫ້​ທຸກ​ພັກ​ຝ່າຍ​ໃນໄນ​ເຈີເຣຍ ​ຈັດ​ຕັ້ງ​ປະຕິບັດ​ແລະ​ຮັກສາຂໍ້ຕົກລົງ
ຢຸດ​ຍິງກັນ​ນັ້ນ ​ແລະວ່າ ສະຫະລັດຫວັງ​ວ່າ ການຕົກລົງ​ຢຸດ​ຍິງ​ດັ່ງກ່າວ​ນີ້ ຈະ​ນຳ​ໄປ​ສູ່​ການ​ປ່ອຍ​ຕົວ​ ພວກ​ເດັກນ້ອຍ​ນັກຮຽນ​ແມ່ຍິງ​ເຫລົ່າ​ນັ້ນ.

XS
SM
MD
LG