ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພູນຊັບ ຈາກ ສປປ ລາວ ມາຮ່ວມໂຄງການແລກປ່ຽນນາໆຊາດ ຂອງລັດຖະບານ ສະຫະລັດ


ຮູບທີ່ໄດ້ຮັບການເປີດເຜີຍຈາກເຟສບຸກຂອງ ທ່ານພູນຊັບ, ທ່ານພູນຊັບ ພ້ອມດ້ວຍຄະນະຂອງເພິ່ນ.
ຮູບທີ່ໄດ້ຮັບການເປີດເຜີຍຈາກເຟສບຸກຂອງ ທ່ານພູນຊັບ, ທ່ານພູນຊັບ ພ້ອມດ້ວຍຄະນະຂອງເພິ່ນ.

ທ່ານ​ພູນ​ຊັບ ເທວົງ​ສາ ແມ່ນ​ຊ່າງ​ພາບ​ຈາກ ສ​ປ​ປ ລາວທີ່ໄດ້​ຖືກ​ເລືອກ​ໃຫ້​ເດີ​ນ​ທາງ​ມາ​ຮ່ວມ​ໂຄງ​ການ International Visitor Leadership Program ເພື່ອ​ແບ່ງ​ປັນ​ປະ​ສົບ​ພະ​ການ​ກ່ຽວ​ກັບ​ການ​ຖ່າຍ​ພາບ​ໃນ​ຊ່ວງ​ທີ່​ເກີດ​ການ​ລະ​ບາດ​ຂອງ​ໂຄວິດ-19. ທ່ານ​ພູນ​ຊັບ​ເວົ້າ​ວ່າ ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ແມ່ນຊ່າງ​ພາບ​ມາ​ຈາກ​ປະ​ມານ 60 ກວ່າ​ປະ​ເທດ ຊຶ່ງ​ທ່ານ​ກ່າວ​ສູ່​ຟັງ​ຕື່ມ​ວ່າ:

“ມີຫວຽດນາມ ສິງກະໂປ ແມ່ນຫຍັງຕ່າງໆນີ້ລະຫັ້ນນະ, ພາກພື້ນອື່ນກະຊິຄືກັນນີ້ລະ ທັງອາຟຣິກາແນ່ ທັງອາເມຣິກາໃຕ້ອິຫຍັງແນ່ຈັງຊີ້ນີ.”

ຮູບພາບທີ່ໄດ້ຮັບການເປີດເຜີຍຈາກເຟສບຸກຂອງ ທ່ານພູນຊັບ, ທ່ານພູນຊັບ (ຊ້າຍ) ພ້ອມດ້ວຍເພື່ອນຈາກປະເທດອື່ນໆ ທີ່ເດີນທາງມາຮ່ວມໂຄງການດຽວກັນ.
ຮູບພາບທີ່ໄດ້ຮັບການເປີດເຜີຍຈາກເຟສບຸກຂອງ ທ່ານພູນຊັບ, ທ່ານພູນຊັບ (ຊ້າຍ) ພ້ອມດ້ວຍເພື່ອນຈາກປະເທດອື່ນໆ ທີ່ເດີນທາງມາຮ່ວມໂຄງການດຽວກັນ.

ນອກ​ຈາກໄດ້​ແລກ​ປ່ຽນ​ກັບ​ປະ​ສົບ​ການ​ກັບ​ພວກ​ນັກ​ຂ່າວ​ທ້ອງ​ຖິ່ນ​ແລະ​ຢ້ຽມ​ຢາມ​ສະ​ຖານ​ທີ່​ຕ່າງໆ ​ຢູ່​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນແລ້ວ ທ່ານ​ພູ​ນ​ຊັບ ແລະຄະ​ນະ ກໍ​ໄດ້​ອອກ​ເດີນ​ທາງ ​ໄປ​ຍັງ​ນະ​ຄອນ​ຊານ​ຕາ​ເຟ ໃນ​ລັດ​ນິວ​ເມັກ​ຊິ​ໂກ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ໂອ້​ລົມ ​ກັບ​ພວກ​ນັກ​ຂ່າວ​ຢູ່​ທີ່ນັ້ນ ແລະ​ມ້ວນ​ທ້າຍ​ໂຄງ​ການ​ຢູ່​ທີ່​ລັດ​ຟ​ລໍ​ຣິ​ດາ ຊຶ່ງ​ທ່ານ​ພູນ​ຊັບ ​ກ່າວ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ ທີ່​ໄດ້​ມີ​ໂອ​ກາດ ເດີນ​ທາງ​ມາ​ຮ່ວມ​ການ​ແລ​ກ​ປ່ຽນ​ໃນ​ຄັ້ງ​ນີ້​ວ່າ:

“ໂດຍ ແນ່ນອນກໍຕື່ນເຕັ້ນ ແລະກໍດີໃຈຫັ້ນລະເນາະທີ່ວ່າ ທາງສະຫະລັດອາເມຣິກາ ໂດຍສະເພາະແລ້ວກໍແມ່ນລັດຖະບານຫັ້ຍລະເນາະທີ່ເຊີນບັນດາຊ່າງພາບມາໃນຄັ້ງນີ້ເນາະ, ເພາະວ່າ ມັນກໍເປັນການແລກປ່ຽນ ຫຼືວ່າປະສົບການໃໝ່ໆຂອງຂ້າພະເຈົ້າເອງເນາະ ໂດຍສະເພາະແລ້ວ ການຖ່າຍພາບນີ້ລະເນາະ”

ທ່ານ​ພູນ​ຊັບ​ຈະ​ອອກ​ເດີນ​ທາງ​ຈາກ​ລັດ​ຟ​ລໍ​ຣິ​ດາ ກັບ​ຄືນ ສູ່ ສ​ປ​ປ ລາ​ວ​ໃນ​ວັນ​ທີ 22 ຕຸ​ລາ​ທີ່​ຈະ​ມານີ້.

XS
SM
MD
LG