ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາກາດ ຮ້ອນເອົ້າ ໃນເຂດ ພາກຕາເວັນຕົກ ສຽງໃຕ້ ຂອງ ສຫລ (ວີດິໂອ)


ເຖິງແມ່ນວ່າ ສະຫະລັດ ປະສົບກັບອາກາດຮ້ອນ ແຕ່ວ່າ ຄົນຕ້ອງ ໄດ້ເຮັດວຽກຕາກແດດ.
ເຖິງແມ່ນວ່າ ສະຫະລັດ ປະສົບກັບອາກາດຮ້ອນ ແຕ່ວ່າ ຄົນຕ້ອງ ໄດ້ເຮັດວຽກຕາກແດດ.
ອົງການ​ພະຍາກອນ​ອາກາດ​ແຫ່ງ​ຊາດຂອງ​ສະຫະລັດ​ໄດ້​ອອກ
ຄຳ​ເຕືອນວ່າ ຈະ​ມີ​ອາກາດ​ຮ້ອນ​ຈັດໃນ​ບໍລິ​ເວນ​ສ່ວນ​ໃຫຍ່​ທາງ​
ພາກຕາ​ເວັນ​ຕົກສຽງ​ໃຕ້ຂອງສະຫະລັດ ​ໃນ​ຂະນະ​ທີ່​ອຸນຫະພູມ
ຖີບສູງ​ຂຶ້ນ​ເປັນ​ປະຫວັດ​ການ. ​

ບັນດາ​ນັກ​ພະ​ຍາກ​ອນອາກາດກ່າວ​ວ່າ ​ອຸນຫະພູມອາດ​ຈະ​ສູງ
ຂື້ນ​ເຖິງ 54 ອົງ ສາ Celcius ຢູ່ໃນ​ເຂດຮ່ອມ​ພູ​ມໍລະນະ​ ຫລື
Death Valley ​ຂອງ​ລັດ California ເຂດຮ່ອມ​ພູ​ມໍລະນະ ​
ແມ່ນ​ບ່ອນ​ທີ່​ມີ​ອຸ​ນຫະ​ພູມ​ຮ້ອນ​ທີ່​ສຸດ​ ​ເທົ່າທີ່ເຄີຍ​ມີການ​ບັນທຶກ
ໄວ້​ໃນ​ໂລກ​ມະນຸດ ຄື 57 ອົງສາ Celcius ​ໃນ​ປີ 1913.

ບັນດາ​ເຈົ້າ​ໜ້າ​ທີ່ ​ຢູ່ໃນບັນດາ​ເມືອງ​ໃຫຍ່ໆ​ເຊັ່ນ Phoenix ​ແລະ Las Vegas ກ່າວ​ວ່າ ສະພາບອາ​ກາດ​ຮ້ອນ​ຈັດ​ດັ່ງກ່າວ ອາດ​ຈະ​ເປັນ​ໄພ​ອັນຕະລາຍ​ຕໍ່​ຊີວິດ ​ແກ່​ຜູ້​ທີ່ມີ​ຄວາມ​ສ່ຽງ​ສູງ ຮວມທັງ​ເດັກນ້ອຍ ​ແລ​ະຜູ້​ເຖົ້ານຳດ້ວຍ.

​ເຂົາ​ເຈົ້າ​ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ຄົນ​ຈົ່ງ​ລະມັດລະວັງ ​ເຊັ່ນ​ວ່າ​ຫຼຸດການເຮັດ​ວຽກ​ຢູ່​ຂ້າງ​ນອກ​ໃຫ້ໜ້ອຍລົງ ນຸ່ງ​ເຄື່ອງຫຼົມໆ​ແລະບາງໆ ​ແລະ​ດື່ມ​ນໍ້າ​ໃຫ້​ຫລາຍ.

ນັກ​ພະ​ຍາກ​ອນອາກາດກ່າວ​ວ່າ ​ສະພາບອາກາດ​ຮ້ອນ​ຈັດ​ທີ່​ວ່ານີ້ ​ແມ່ນ​ເກີດ ຈາກລະ
ບົບ​ຄວາມ​ກົດ​ອາກາດ​ສູງ​ໃນ​ຂອບເຂດ​ທີ່​ກວ້າງຂວາງ ເກັບ​ກັກ​ຫຼືເຮັດ​ໃຫ້ຄວາມ​ຮ້ອນ​ຂອງ​ທະ​ເລ​ຊາຍລະ​ເຫີ​ຍບໍ່​ໄດ້.
XS
SM
MD
LG