ເຈົ້າໜ້າທີ່ກ່າວວ່າ ເດັກຊາຍໄວລຸ່ນ ອາຍຸ 16 ປີຄົນນຶ່ງ ຈາກ
ລັດຄາລີຟໍເນຍ ທາງພາກເວັນຕົກຂອງສະຫະລັດ ໂຊກດີທີ່
ຍັງມີຊີວິດຢູ່ ຫຼັງຈາກຜູ້ກ່ຽວລັກເຂົ້າໄປລີ້ຢູ່ຊ່ອງມ້ຽນລໍ້ເຮືອບິນ
ເປັນເວລາຫ້າຊົ່ວໂມງໃນຂະນະທີ່ເຮືອບິນລຳນັ້ນ ບິນໄປຍັງ
ລັດຮາວາຍ ຢູ່ກາງມະຫາສະມຸດປາຊີຟິກ.
ໂຄສົກປະຈຳອົງການສືບສວນກາງ ຫຼື FBI ຂອງສະຫະລັດ
ກ່າວວ່າ ໄວລຸ່ນຄົນນີ້ລັກໜີອອກຈາກບ້ານ ໃນເຊົ້າວັນອາທິດ
ວານນີ້ ແລະປີນຂ້າມຮົ້ວເຂົ້າໄປໃນສະໜາມບິນເມືອງ San
Jose ລັດຄາລີຟໍເນຍ ແລ້ວລັກໂດຍສານໄປນຳຖ້ຽວບິນຂອງ
ສາຍການບິນ Hawaiian ຂະນະທີ່ລີ້ຢູ່ໃນຊ່ອງມ້ຽນລໍ້ເຮືອບິນ
ນັ້ນ.
ທ່ານ Marvin Moniz ເຈົ້າໜ້າທີ່ປະຈຳສະໜາມບິນເກາະ Maui ທີ່ເປັນຈຸດໝາຍ
ປາຍທາງຂອງຖ້ຽວບິນ ຫ່າງຈາກເມືອງ San Jose ໄປ 3800 ຫຼັກກິໂລແມັດ ກ່າວ
ວ່າ ພວກພະນັກງານຢູ່ໃນສະໜາມບິນ ເຫັນໄວລຸ່ນຄົນນີ້ຢູ່ໃນລານເດີ່ນບິນ. ທ່ານ
ກ່າວວ່າ “ເດັກໄວລຸ່ນຄົນນີ້ບໍ່ໃຫ້ການຮ່ວມມືນຳ ຫຼືບໍ່ປາກເວົ້າຫຍັງກັບພວກພະນັກ
ງານໃນເວລານັ້ນ ເຂົາເຈົ້າຈຶ່ງໄດ້ຮ້ອງພວກເຈົ້າໜ້າທີ່ຮັກສາຄວາມປອດໄພມາ.
ແຕ່ໄວລຸ່ນຄົນນີ້ ກໍບໍ່ຍອມຕອບຄຳຖາມຫຍັງ. ພວກເຮົາຈຶ່ງໃຫ້ເຈົ້າໜ້າທີ່ຮັກສາ
ຄວາມປອດໄພເອົາລາວເຂົ້າໄປໃນຫ້ອງການ ແລະຜູ້ກ່ຽວຖືກສອບຖາມ ໂດຍ
ພວກເຈົ້າໜ້າທີ່ ຈາກອົງການຄວາມປອດໄພໃນການຂົນສົ່ງ ຫຼື TSA ແລະເຈົ້າ
ໜ້າທີ່ FBI.”
ອົງການ FBI ກ່າວວ່າ ໄວລຸ່ນຄົນນີ້ບໍ່ຮູ້ເມື່ອຄີງ ຕະຫລອດເວລາສ່ວນໃຫຍ່ຂອງ
ຖ້ຽວບິນນັ້ນ ແລະກໍປາກົດວ່າບໍ່ໄດ້ຮັບບາດເຈັບໃດໆ ຫຼັງຈາກໄດ້ສູ້ທົນກັບອຸນ
ຫະພູມອາກາດທີ່ໜາວເຢັນທີ່ສຸດ ແລະຂາດອອ໊ກຊີເຈັນ ຫາຍໃຈ ໃນລະຫວ່າງ
ທີ່ເຮືອບິນ ບິນໃນຄວາມສູງເຖິງ 11 ພັນ 500 ແມັດນັ້ນ.
ໂຄສົກປະຈຳສາຍການບິນ Hawaiian Airlines ກ່າວວ່າ ເດັກຊາຍໄວລຸ່ນຄົນ
ນີ້ “ແມ່ນໂຊກດີເປັນພິເສດ ທີ່ລອດຊີວິດມາໄດ້.”