ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ບັນ​ກີ​ມູນ ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງ ໃນ​ມຽນ​ມາ


​ນາຍ​ພົນ​ອະ​ວຸ​ໂສ ມິນ​ອອງ​ລາຍ (ຂວາ) ຫົວ​ໜ້າ​ສະ​ພາ​ປົກ​ຄອງ​ທະ​ຫານ ໂອ້​ລົມ​ກັບ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ບັນ​ກີ​ມູນ (ຊ້າຍ) ເມື່ອ​ວັນ​ທີ 24 ເມ​ສາ 2023 ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ປະ​ເທດ​ມຽນ​ມາ.
​ນາຍ​ພົນ​ອະ​ວຸ​ໂສ ມິນ​ອອງ​ລາຍ (ຂວາ) ຫົວ​ໜ້າ​ສະ​ພາ​ປົກ​ຄອງ​ທະ​ຫານ ໂອ້​ລົມ​ກັບ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ບັນ​ກີ​ມູນ (ຊ້າຍ) ເມື່ອ​ວັນ​ທີ 24 ເມ​ສາ 2023 ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ປະ​ເທດ​ມຽນ​ມາ.

ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ບັນ​ກີ​ມູນ ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງທັນ​ທີຢູ່​ໃນ​ປະ​ເທດ​ມຽນ​ມາ ຫຼັງ​ຈາກ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫຼັງ​ຈາກ​ໄດ້​ພົບ​ປະແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ​ກັບ​ພວກ​ຜູ້​ນຳ​ທະ​ຫານຢູ່​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ທີ່​ພວມ​ເກີດ​ຄວາມ​ຮຸນ​ແຮງ​ຢູ່ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ບັນ​ກີ​ມູນ ​ໄດ້​ພົບ​ປະ​ໃນ​ວັນ​ຈັນ​ວານນີ້ ທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ ກັບ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ ນາຍ​ພົນ​ມິນ ອອງ​ລາຍແລະເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ອື່ນໆ. ການ​ເດີນ​ທາງ​ຂອງ​ທ່ານ​ໃນ​ຄັ້ງ​ນີ້ ແມ່ນ​ໃນ​ນາມ​ຂອງກຸ່ມ​ລັດ​ຖະ​ບຸ​ລຸດ​ອະ​ວຸ​ໂສ​ທີ່​ພົວ​ພັນ​ໃນ​ການ​ສ້​າງ​ສັນ​ຕິ​ພາບ​ແລະ​ຂໍ້​ລິ​ເລີ້ມ​ສິດ​ທິ​ມະ​ນຸດ ຢູ່​ໃນ​ທົ່ວ​ໂລກ.

ທ່ານ​ບັນ​ແມ່ນ​ເປັນ​ຮອງ​ປະ​ທານ​ຂອງ​ກຸ່ມ​ດັ່ງ​ກ່າວ ຊຶ່ງ​ເອີ້ນ​ຕົນ​ເອງວ່າ ບັນ​ດາ​ຜູ້​ອະ​ວຸ​ໂສ.

ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ມື້ນີ້​ໂດຍ​ກຸ່ມ​ດັ່ງ​ກ່າວ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ບັນ​ທີ່​ກ່າວ​ວ່າ ການ​ພົບ​ປະ​ຂອງ​ທ່ານ​ແມ່ນ​ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ​.

ຖະ​ແຫຼງ​ການ​ເວົ້າ​ວ່າ ທ່ານ​ບັນ ທີ່​ເດີນ​ທາງ​ຈາກເນ​ປີ​ດໍ ​ໄປ​ບາ​ງກອກ ​ໃນຄືນ​ວັນ​ຈັນ​ນີ້ແມ່ນ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກພວກທະ​ຫານ​ມຽນ​ມາ ໂດຍ​ກ່າວ​ຢ້ຳ​ໃນ​ການ​ໂອ້​ລົມ​ຂອງ​ທ່ານ​ ເຖິງ​ຄວາມ​ຈຳ​ເປັນ​ສຳ​ລັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ການ​ສັນ​ຕິ​ພາບ​ຂອງ​ສະ​ມາ​ຄົມ​ອາ​ຊ່ຽນ​ທີ່​ມີ​ສະ​ມາ​ຊິກ 10 ປະ​ເທດ ແລະ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຍຸ​ຕິ​ຄວາມ​ຮຸນ​ແຮງ​ລ​ະ​ຫວ່າງ​ພວກ​ທະ​ຫານ​ແລະ​ກຳ​ລັງ​ຕໍ່​ຕ້ານ​ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ຫຼັງ​ຈາກ​ພວກ​ທະ​ຫານ​ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານພົນ​ລະ​ເຮືອນ​ ໃນ​ປີ 2021 ທີ່​ນຳ​ພາ​ໂດຍທ່ານ​ນາງ​ອອງ​ຊານ ຊູ​ຈີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG