ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ນຳ ຢູເຄຣນ ທ່ານ ໂປໂຣເຊັນໂກ ກັບຄືນປະເທດ ເພື່ອປະເຊີນໜ້າກັບຂໍ້ຫາ ທໍລະຍົດຕໍ່ຊາດ


ອະດີດປະທານາທິບໍດີ ຢູເຄຣນ ທ່ານ ເປໂຕຣ ໂປໂຣເຊັນໂກ ສະແດງທ່າທີ ໃນຂະນະກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜຸນທ່ານ ເມື່ອເດີນທາງເຖິງສະໜາມບິນສາກົນ ຊູເລຍນີ (Zhuliany International Airport) ຢູ່ນອກນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 17 ມັງກອນ 2022.
ອະດີດປະທານາທິບໍດີ ຢູເຄຣນ ທ່ານ ເປໂຕຣ ໂປໂຣເຊັນໂກ ສະແດງທ່າທີ ໃນຂະນະກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜຸນທ່ານ ເມື່ອເດີນທາງເຖິງສະໜາມບິນສາກົນ ຊູເລຍນີ (Zhuliany International Airport) ຢູ່ນອກນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 17 ມັງກອນ 2022.

ບັນດາໄອຍະການໃນຢູເຄຣນ ໄດ້ຮຽກຮ້ອງໃຫ້ຕັ້ງເງິນຄ່າປະກັນຕົວ 35 ລ້ານໂດລາ ສຳລັບອະດີດປະທານາທິບໍດີ ເປໂຕຣ ໂປໂຣເຊັນໂກ ຜູ້ທີ່ໄດ້ກັບຄືນໄປປະເທດໃນວັນຈັນວານນີ້ ເພື່ອປະເຊີນໜ້າກັບຂໍ້ກ່າວຫາທໍລະຍົດຕໍ່ໍຊາດ ຊຶ່ງທ່ານກ່າວວ່າມີຈຸດ​ປະ​ສົງທາງດ້ານການເມືອງ.

ພວກສະໜັບສະໜຸນຫຼາຍພັນຄົນໄດ້ພາກັນຮ້ອງເຊຍທ່ານໂປໂຣເຊັນໂກ ຜູ້ທີ່ໄດ້ນຳພາຢູເຄຣນ ຈາກປີ 2014 ຫາ 2019, ຫຼັງຈາກທ່ານໄດ້ເດີນທາງເຖິງນະຄອນຫຼວງກີຢິບ ໃນວັນຈັນວານນີ້ ຢູ່ເທິງຖ້ຽວບິນຈາກ ວໍຊໍ ປະ​ເທດໂປແລນ.

ທ່ານໂປໂຣເຊັນໂກ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຢູ່ທີ່ສະໜາມບິນວ່າ ທ່ານໄດ້ກັບຄືນມາຢູເຄຣນ ເພື່ອຊ່ອຍປະເທດ ທີ່ກຳລັງປະເຊີນກັບ “ໄພຂົ່ມຂູ່ໃນການບຸກລຸກຂອງຣັດເຊຍ ທີ່ເພີ້ມຂຶ້ນນັບມື້.”

ທ່ານເວົ້າວ່າ “ພວກເຮົາມາຢູ່ທີ່ນີ້ບໍ່ແມ່ນເພື່ອປ້ອງກັນ ໂປໂຣເຊັນໂກ, ພວກເຮົາມາຢູ່ທີ່ນີ້ເພື່ອຮ່ວມກຳລັງກັນ ແລະປ້ອງກັນ ຢູເຄຣນ.”

ຈາກສະໜາມບິນ ທ່ານໄດ້ເດີນທາງໄປຍັງສານຢູ່ໃນໃຈກາງນະຄອນຫຼວງ ກີຢິບ ບ່ອນທີ່ບັນດາໄອຍະການກ່າວຫາທ່ານວ່າທໍລະຍົດຕໍ່ຊາດ ໂດຍໃຊ້ການຂາຍຖ່ານຫີນທີ່ຜິດກົດໝາຍ ເພື່ອເປັນທຶນສະໜັບສະໜຸນໃຫ້ແກ່ກຸ່ມແບ່ງແຍກດິນແດນທີ່ໜຸນຫຼັງໂດຍ ຣັດເຊຍ ຈາກປີ 2014 ຫາ 2015. ຖ້າຫາກຖືກຕັດສິນວ່າມີຄວາມຜິດທ່ານອາດຈະຖືກຕິດຄຸກ 15 ປີ.

ທ່ານໂປໂຣເຊັນໂກກ່າວວ່າ ຂໍ້ກ່າວຫາທັງຫຼາຍແມ່ນມີຈຸດ​ປະ​ສົງດ້ານການເມືອງ ແລະກ່າວຫາປະທານາທິບໍດີ ໂວໂລດີເມຍ ເຊເລນສ໌ກີ ໃນການໃຊ້ເລື້ອງນີ້ ເພື່ອຫັນຄວາມສົນໃຈຂອງປະເທດ ໄປຈາກຄວາມລົ້ມແຫຼວຕ່າງໆຂອງລັດຖະ ບານທ່ານ.

ການກັບມາຂອງທ່ານໂປໂຣເຊັນໂກ ມີຂຶ້ນໃນຂະນະທີ່ຢູເຄຣນ ກຳລັງປະເຊີນກັບບັນຫາຂັດແຍ້ງທີ່ເຄັ່ງຕຶງກັບຣັດເຊຍ ທີ່ເປັນປະເທດເພື່ອນບ້ານ. ກອງກຳລັງທະຫານຂອງຣັດເຊຍ ຫຼາຍສິບພັນຄົນໄດ້ລວມຕົວກັນຢູ່ໃກ້ກັບຊາຍແດນຕິດກັບຢູເຄຣນ ຈຶ່ງໄດ້ກະຕຸ້ນໃຫ້ສະຫະລັດສະແດງຄວາມກັງວົນວ່າ ທ່ານວລາດີເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ອາດຈະວາງແຜນບຸກລຸກຢູເຄຣນ.

ຄະນະຜູ້ແທນຂອງສະຫະລັດ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງກີຢິບ ໃນວັນຈັນວານນີ້ ເພື່ອສະແດງໃຫ້ເຫັນເຖິງການສະໜັບສະໜຸນຕໍ່ຢູເຄຣນ ທ່າມກາງບັນຫາຂັດແຍ້ງກັນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG