ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ທີ່ປຶກສາ ຄະນະໂຄສະນາຫາສຽງ ຂອງ ທ່ານທຣຳ ຖືກຕັດສິນ ຈຳຄຸກ 14 ມື້


ອະດີດ ທີ່ປຶກສາ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ທຣຳ ທ່ານຈອຣ໌ຈ ປາປາໂດປູໂລສ (ກາງ).
ອະດີດ ທີ່ປຶກສາ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ທຣຳ ທ່ານຈອຣ໌ຈ ປາປາໂດປູໂລສ (ກາງ).

ທ່ານຈອຣ໌ຈ ປາປາໂດປູໂລສ ທີ່ປຶກສາໃນການໂຄສະນາຫາສຽງຂອງປະທານາທິບໍດີ
ດໍໂນລ ທຣຳ ທີ່ໄດ້ກໍ່ໃຫ້ເກີດມີການສືບສວນກ່ຽວກັບເລື້ອງຣັດເຊຍນັ້ນ ໄດ້ຖືກຕັດສິນ
ໂທດໃຫ້ຈຳຄຸກເປັນເວລາ 14 ມື້ ໃນວັນສຸກວານນີ້ ໂດຍຜູ້ພິພາກສາທີ່ກ່າວວ່າ ຜູ້ກ່ຽວ
ໄດ້ເຫັນແກ່ຜົນປະໂຫຍດສ່ວນຕົວເໜືອກວ່າຜົນປະໂຫຍດຂອງປະເທດຊາດ.

ໂທດດັ່ງກ່າວນີ້ ແມ່ນຫຼຸດຈາກໂທດຈຳຄຸກສູງສຸດ ເປັນເວລາ 6 ເດືອນ ທີ່ລັດຖະບານ
ຕ້ອງການ ແຕ່ກໍຍັງຫຼາຍກວ່າ ການຄວບຄຸມການປະພຶດຢູ່ນອກຄຸກທີ່ທ່ານປາປາໂດ
ປູໂລສແລະທະນາຍຄວາມຂອງທ່ານຮ້ອງຂໍໄປນັ້ນ. ແຕ່ແນວໃດກໍຕາມທະນາຍຂອງ
ຈຳເລີຍ ທ່ານໂທມັສ ບຣີນ ກ່າວວ່າ ການຕັດສິນໂທດດັ່ງກ່າວ ແມ່ນຍຸຕິທຳແລ້ວ.

ຜູ້ພິພາກສາປະຈຳເຂດ ຂອງສະຫະລັດ ທ່ານແຣນດອຟ ມອສ ກ່າວວ່າ ການຫລອກ
ລວງຂອງທ່ານປາປາໂດປູໂລສແມ່ນເປັນການຂີ້ຕົວະບໍ່ເວົ້າຄວາມຈິງແລະຜູ້ກ່ຽວຕົວະ
ຍ້ອນວ່າຢາກໄດ້ວຽກເຮັດໃນລັດຖະບານຂອງທ່ານທຣຳ ແລະບໍ່ຕ້ອງການທີ່ຈະຕົກຢູ່
ໃນອັນຕະລາຍກ່ຽວກັບຄວາມເປັນໄປໄດ້ໃນການຖືກຜູກມັດໂດຍການສືບສວນເລື້ອງ
ຣັດເຊຍ.

ທ່ານປາປາໂດປູໂລສ ຜູ້ຊ່ວຍໃນການໂຄສະນາຫາສຽງຄົນທຳອິດຂອງປະທານາທິບໍ
ດີທຣຳ ທີ່ໄດ້ຖືກຕັດສິນໂທດ ຍ້ອນການສືບສວນ ທີ່ກຳລັງດຳເນີນຢູ່ໂດຍໄອຍະການ
ພິເສດ ໂຣເບີດ ມັລເລີ ນັ້ນກ່າວວ່າ “ທ່ານຮູ້ສຶກອັບອາຍຂາຍໜ້າເປັນທີ່ສຸດ” ຍ້ອນໄດ້
ຕົວະເຈົ້າໜ້າທີ່ ອົງການສັນຕິບານກາງຫຼື FBI ຂອງສະຫະລັດ ໃນການໃຫ້ສຳພາດປີ
ກາຍນີ້ແລະຮັບຮູ້ວ່າ ການກະທຳຂອງທ່ານນັ້ນອາດຂັດຂວາງການປະຕິບັດງານຂອງ
ພວກເຈົ້າໜ້າທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG