ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ທີ່​ປຶກ​ສາ​​ ປ. ທ​ຣຳ ຂໍ​ຂະ​ມາ​ໂທດ ຕໍ່​ຜູ້​ພິ​ພາກ​ສາ ທີ່​ໄດ້​ເອົາ​ຮູບ ທີ່ແນະວ່າ ທ່ານ​ນາງ ອາດຖືກ​ໂຈມ​ຕີ ລົງ​ໃນ​ສື່​ສັງ​ຄົມ​


ທ່ານ ໂຣ​ເຈີ ສ​ໂຕນ ທີ່​ປຶກ​ສາເປັນ​ເວ​ລາ​ດົນນານ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໄປ​ເຖິງສານ​ລັດ​ຖະ​ບານ​ກາງ ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ທີ 29 ມັງ​ກອນ, 2019
ທ່ານ ໂຣ​ເຈີ ສ​ໂຕນ ທີ່​ປຶກ​ສາເປັນ​ເວ​ລາ​ດົນນານ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໄປ​ເຖິງສານ​ລັດ​ຖະ​ບານ​ກາງ ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ທີ 29 ມັງ​ກອນ, 2019

ທ່ານ ໂຣ​ເຈີ ສ​ໂຕນ (Roger Stone), ທີ່​ປຶກ​ສາເປັນ​ເວ​ລາ​ດົນນານແລ້ວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້ກ່າວ​ຂໍ​ຂະ​ມາໂທດ ​ຊ້ຳ​ແລ້ວຊ້ຳ​ອີກຕໍ່​ຜູ້​ພິພາກ​ສາ​ລັດ​ຖະ​ບານ​ກາງ​ທີ່​ຖືກມອບ​ໝາຍ​ໃຫ້​ຮັບ​ຜິດ​ຊອບ​ດູ​ແລ​ການ​ໄຕ່​ສວນ​ຄະ​ດີ​ອາຍາຂອງ​ທ່ານ ທີ່ທ່ານ​ໄດ້​ເອົາ​ຮູບລົງ​ໃນ​ສື່​ສັງ​ຄົມອອນ​ລາຍ ຊຶ່ງ​ປາ​ກົດ​ວ່າ ​ເປັນ​ຮູບ​ຄົນ​ເອົາ​ປືນ​ຈີ້​ໃສ່​ໃກ້​ໜ້າ​ຂອງ​ທ່ານ​ນາງ.

"ຂ້າ​ພະ​ເຈົ້າ​ບໍ່​ໃຫ້​ເຫດ​ຜົນ​ ຫລື​ຂໍ້​ແກ້​ຕົວ​ ຫລື​ການ​ພິດ​ສູດ​ໃດໆທັງ​ສິ້ນ. ອັນ​ນີ້ ແມ່ນ​ຄວາມ​ໂງ່​ງ່າວ ຂາດ​ການຢັ້ງ​ຄິດ​ແທ້ໆ ບໍ່​ແມ່ນຫຍັງ​ໝົດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ​ສ​ໂຕນ ທີ່​ໃຫ້​ສົມຍາ​ນາມ​ຕົນ​ເອງວ່າ​ເປັນ​ນັກ​ເລງຫລອກ​ລວງ​ທາງ​ການ​ເມືອງ, ທີ່ໄດ້ກ່າວ​ຕໍ່ຜູ້​ພິ​ພາກ​ສາ​ສານ​ປະ​ຈຳ​ເຂດ, ທ່ານ​ນາງ ເອມ​ມີ ເບີ​ແມນ ແຈັກ​ຊັນ (Amy Berman Jackson) ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກິນ​ແໜງໃຈ."

ທ່ານ​ສ​ໂຕນ (Stone) ໄດ້ເອົາ​ຮູບ​ຂອງ​ທ່ານ​ນາງ ແຈັກ​ຊັນ (Jackson) ລົງ​ໃນ Instagram ​ສອງ​ຄັ້ງ ​ໃນ​ຕົ້ນໆ​ອາ​ທິດນີ້ ແລະ​ໃນ​ທາງ​ຕອບ​ກັບ, ທ່ານ​ນາງ​ໄດ້ ອອກ​ຄຳ​ສັ່ງ​ໃຫ້​ທ່ານ​ສ​ໂຕນເຂົ້າຫາ​ທ່ານ​ນາງ ​ເພື່ອ​ອະ​ທິ​ບາຍ​ກ່ຽວ​ກັບ​ການ​ກະ​ທຳ​ແນວນັ້ນຂອງ​ທ່ານ ​ໃຫ້​ທ່ານ​ນາງ​ຟັງ. ພາຍ​ຫລັງ​ທີ່​ທ່ານສ​ໂຕນໄດ້​ຂໍ​ຂະ​ມາ​ໂທດ​ແລ້ວ, ທ່ານ​ນາງ​ແຈັກ​ຊັນ​ໄດ້ເຮັດ​ໃຫ້ ຄຳ​ສັ່ງຫ້າມ​ເວົ້າ​ ທີ່​ທ່ານ​ນາງ​ໄດ້​ວາງ​ອອກ ​ສຳ​ລັບ​ທ່ານ​ສ​ໂຕນ​ຢູ່​ແລ້ວນັ້ນ ເຂັ້ມ​ງວດ​ຂຶ້ນກວ່າ​ເກົ່າ​ໃນຂະ​ນະ​ທີ່ທ່ານ​ລໍ​ຖ້າ​ການ​ໄຕ່​ສວນ​ຄະ​ດີ​ຂອງ​ທ່ານ​ໃນ​ຂໍ້​ຫາ​ທີ່​ວ່າ, ໂດຍ​ມີ​ການ​ປະ​ສານ​ງານ ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ ທ​ຣຳ, ໄດ້​ຫາ​ທາງ​ລັກ​ເອົາ​ອີ​ເມ​ລ ​ຈາກ​ກຸ່ມ​ທີ່​ຕໍ່​ຕ້ານ​ຄວາມລັບ WikiLeaks ທີ່​ ກຳ​ລັງ​ເຮັດ​ໃຫ້ທ່ານ​ນາງ ຮິລ​ລາ​ຣີ ຄ​ລິນ​ຕັນ (Hillary Clinton) ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ທີ່​ເປັນ​ຄູ່​ແຂ່ງຂອງ​ທ່ານທ​ຣຳນັ້ນ. ​ທ່ານ​ນາງ​ໄດ້​ສັ່ງ​ບໍ່ໃຫ້​ທ່ານ​ສ​ໂຕນ
ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ຄະ​ດີນີ້​ຢ່າງ​ເປັນ​ການ​ເປີດ​ເຜີຍ.

ໃນ​ຈຸດ​ໃດ​ນຶ່ງ​ຢູ່​ໃນການ​ຮັບ​ຟັງ​ຄະ​ດີນັ້ນ ທ່ານ​ສ​ໂຕນ​ເວົ້າ​ວ່າ ທ່ານ​ໄດ້​ລະ​ເມີດ​ຄຳ​ສັ່ງ​ຫ້າມຂອງ​ທ່ານ​ນາງ​ແຈັກ​ຊັນ (Jackson) ໃນ​ເວ​ລາ​ກ່ອນ​ໜ້ານັ້ນ ໂດຍ​ການ​ເວົ້າ​ເຖິງ​ຄະ​ດີ​ຂອງ​ທ່ານ ຢູ່​ໃນ​ບໍ​ລິ​ເວນ​ທີ່​ໃກ້​ຄຽງ​ກັບ​ສານ​ລັດ​ຖະ​ບານ​ກາງ. ທ່ານ​ເອີ້ນ​ຄະ​ດີ​ດັ່ງ​ກ່າວ​ວ່າ "ເປັນ​ລາຍການ​ສະ​ແດງ​ກ່ຽວ​ກັບ​ການໄຕ່​ສວນ​ຄະ​ດີຂອງ​ຂ້າ​ພະ​ເຈົ້າ."

ທ່ານ ບ​ຣຸ​ສ ໂຣ​ໂກວ (Bruce Rogow), ທະ​ນາຍ​ຄວາມ​ຂອງ​ທ່ານສ​ໂຕນ ເວົ້າ​ວ່າ "ມັນ​ເປັນ​ເລື້ອງ​ທີ່ບໍ່​ສາ​ມາດ​ຫາເຫດ​ຜົນຫຍັງ​ມາ​ປ້ອງ​ກັນ​ໂຕ​ໄດ້ແລ້ວ."

ທ່ານ​ນາງ​ແຈັກ​ຊັນ (Jackson) ຕອບ​ວ່າ "ຂ້າ​ພະ​ເຈົ້າກໍເຫັນ​ດີ​ນຳ​ທ່ານ ຢູ່​ຈຸດນີ້."

ທ່ານ​ສ​ໂຕນ ຖືກ​ຈັບ​ກຸມ​ຢູ່​ເຮືອນ​ຂອງ​ທ່ານ​ໃນ​ພາກ​ໃຕ້​ຂອງ​ລັດ​ຟ​ລໍ​ຣິ​ດາ ໃນ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່ FBI ບຸກ​ເຂົ້າ​ໄປໃນ​ຕອນ​ເຊົ້າ​ມືດຂອງວັນ​ທີ 25 ມັງ​ກອນ​ຜ່ານ​ມາ. ໃນ​ມື້​ທີ່​ທ່ານ​ໄດ້​ຖືກ​ຈັບ​ກຸມນັ້ນ ທ່ານ​ສ​ໂຕນ​ເວົ້າ​ວ່າ "ຂ້າ​ພະ​ເຈົ້າ​ຈະ​ບໍ່​ຮັບ​ສາ​ລະ​ພາບ​ຜິດ​ໃນ​ຂໍ້​ຫາໃດໆເຫລົ່າ​ນີ້. ຂ້າ​ພະ​ເຈົ້າຈະ​ໄປ​ຕໍ່​ສູ້​ເພື່ອ​ເອົາ​ຊະ​ນະ​ພວກ​ເຂົາ​ຢູ່​ໃນ​ສານ."

ທ່ານ ໂຣ​ເຈີ ສ​ໂຕນ ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖືກ​ຫ້ອມ​ລ້ອມ​ດ້ວຍພວກ​ປະ​ທ້​ວງ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ໂດຍ​ທີ່​ບາງ​ຄົນ​ກໍ​ຖືທຸງ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ເຖິງ​ສານ​ລັດ​ຖະ​ບານ​ກາງໃນ​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 29 ມັງ​ກອນ, 2019
ທ່ານ ໂຣ​ເຈີ ສ​ໂຕນ ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖືກ​ຫ້ອມ​ລ້ອມ​ດ້ວຍພວກ​ປະ​ທ້​ວງ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ໂດຍ​ທີ່​ບາງ​ຄົນ​ກໍ​ຖືທຸງ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ເຖິງ​ສານ​ລັດ​ຖະ​ບານ​ກາງໃນ​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 29 ມັງ​ກອນ, 2019

ນັບ​ແຕ່ນັ້ນ​ມາ, ທ່ານ​ສ​ໂຕນ​ກໍ​ໄດ້​ໄປ​ກ່າວ​ຢູ່​ໃນ​ລາຍ​ການ​ໂທ​ລະ​ພາບ​ໃໝ່​ຫລາຍ​ຕອນເພື່ອ​ກ່າວ​ປະ​ໝາດ​ຕໍ່​ຂໍ້​ກ່າວ​ຫາ​ ແລະ​ຄະ​ດີ​ທີ່​ມີ​ຕໍ່​ທ່ານ ທີ່​ໄດ້​ຍົກ​ຂຶ້ນ​ມາ​ໂດຍ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມອ​ລ​ເລີ (Robert Mueller), ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສືບ​ສວນ​ຂອງ​ທ່ານ​ໃນ​ເລື້ອງ​ການ​ເຊື່ອມ​ໂຍງຄະ​ນະໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ກັບ​ຣັດ​ເຊຍ ແລະ​ສືບ​ສວນ​ເບິ່ງວ່າ ທ່ານ​ທ​ຣຳ ໃນ​ນາມ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ທຳ​ການ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳໂດຍ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ເຮັດ​ໃຫ້​ການ​ສືບ​ສວນ​ດັ່ງ​ກ່າວ​ຍຸ​ຕິ​ລົງ ​ຫລືບໍ່.

ແຕ່​ວ່າ​ທ່ານ​ນາງ ແຈັກ​ຊັນ ໃນ​ວັນ​ສຸກ​ແລ້ວນີ້ ໄດ້​ອອກ​ຄຳ​ສັ່ງ​ຫ້າມ​ລັດ​ຖະ​ບານ ແລະ​ພວກ​ທະ​ນາຍ​ຄວາມຂອງ​ຈຳ​ເລີຍ ບໍ່​ໃຫ້ "ໃຫ້​ຄຳ​ຄິດ​ເຫັນ​ຫຍັງ​ກັບ​ວົງ​ການ​ຂ່າວ ຫລື ເວົ້າ​ເລື້ອງນີ້​ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ ທີ່ອາດ​ເປັນ​ໄປ​ໄດ້​ຈະເຮັດ​ໃຫ້​ ຂໍ້​ມູນສຳ​ລັບ​ຄະ​ດີນີ້ ​ຜິດ​ພ້ຽນ​ໄປ​."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG