ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກໄທ ແລະ ພັກພວກ 3 ຄົນ ຖືກຕັດສິນ ບໍ່ມີຄວາມຜິດ ໃນຄະດີ ສັງຫານ ພວກປະທ້ວງ ປີ 2008


ອະດີດນາຍົກລັດຖະມົນຕີ ຂອງໄທ ທ່ານ Somchai Wongsawat ທັກທາຍພວກສະໜັບສະໜູນ ໃນຂະນະທີ່ທ່ານ ໄປຮອດ ສານສູງສຸດ ໃນບາງກອງ, ຂອງປະເທດໄທ, ວັນທີ 2 ສິງຫາ 2017.
ອະດີດນາຍົກລັດຖະມົນຕີ ຂອງໄທ ທ່ານ Somchai Wongsawat ທັກທາຍພວກສະໜັບສະໜູນ ໃນຂະນະທີ່ທ່ານ ໄປຮອດ ສານສູງສຸດ ໃນບາງກອງ, ຂອງປະເທດໄທ, ວັນທີ 2 ສິງຫາ 2017.

ອະດີດ ນາຍົກລັດຖະມົນຕີ ຂອງໄທ ໄດ້ຖືກຕັດສິນວ່າ ບໍ່ມີຄວາມຜິດ ໃນຄະດີ ທີ່
ກ່ຽວຂ້ອງກັບ ການປາບປາມທີ່ຮ້າຍແຮງ ຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານ ໃນປີ
2008.

ປະຊາຊົນສອງຄົນໄດ້ຖືກຂ້າຕາຍ ແລະ ຫຼາຍຮ້ອຍຄົນ ໄດ້ຮັບບາດເຈັບ ໃນເວລາ
ເຈົ້າໜ້າທີ່ຕຳຫຼວດ ໄດ້ໃຊ້ແກັສນ້ຳຕາ ເພື່ອຈະ​ຂັບ​ໄລ່ພວກປະ​ທ້ວງ ທີ່ເອີ້ນວ່າ
“ເສື້ອເຫຼືອງ” ອອກຈາກພື້ນທີ່ ຂອງສະພາແຫ່ງຊາດຂອງໄທ ໃນບາງກອກ. ບັນດາ
ໄອຍະການ ໄດ້ຕັ້ງຂໍ້ຫາຕໍ່ ທ່ານ Somchai Wongsawat ຮອງນາຍົກລັດຖະມົນຕີ
ຂອງທ່ານ ໃນເວລານັ້ນ ທ່ານ Chavalit Yongchaiyudh ແລະ ອະດີດເຈົ້າໜ້າທີ່
ຕຳຫຼວດ ສອງທ່ານ ຖານໃຊ້ອຳນາດເກີນຂອບເຂດ ເພື່ອສັ່ງໃຫ້ປະຕິບັດການດັ່ງກ່າວ.

ແຕ່ສານສູງສຸດຂອງໄທ ໄດ້ຕັດສິນ ໃນວັນພຸດມື້ນີ້ ວ່າ ທ່ານ Somchai ແລະ ພັກພວກ
ຂອງທ່ານທີ່ເປັນຈຳເລີຍ ບໍ່ໄດ້ຮູ້ວ່າ ແກັສນ້ຳຕາ ຈະເຮັດໃຫ້ເກີດອັນຕະລາຍ ຫຼື ແມ່ນ
ກະທັງເຮັດໃຫ້ບາດເຈັບສາຫັດໄດ້. ພວກຈຳເລີຍທັງສີ່ ໄດ້ປະເຊີນກັບໂທດຈຳຄຸກເຖິງ
10 ປີ ແຕ່ລະຄົນ ຖ້າພວກເຂົາເຈົ້າ ຖືກພົບເຫັນວ່າມີຄວາມຜິດ.

ທ່ານ Somchai ເປັນນ້ອງເຂີຍ ຂອງອະດີດ ນາຍົກລັດຖະມົນຕີທັກສິນ ຊິນນະ​ວັດ
ຜູ້ທີ່ຍັງຄົງເປັນທີ່ນິຍົມຊົມຊອບໃນບັນດາປະຊາຊົນໄທທີ່ທຸກ​ຍາກ ທັງຢູ່ໃນຕົວເມືອງ
ແລະ ຊົນນະບົດ ເຖິງແມ່ນວ່າ ຫຼັງຈາກຜູ້ກ່ຽວໄດ້ຖືກຂັບໄລ່ອອກຈາກຕຳແໜ່ງ ໂດຍ
ການກໍ່ລັດຖະປະຫານຂອງໃນປີ 2006 ແລ້ວກໍຕາມ. ການຂັບໄລ່ທ່ານອອກຈາກ
ຕຳແໜ່ງນັ້ນ ໄດ້ກໍ່ໃຫ້ເກີດຄວາມວຸ້ນວາຍທາງດ້ານການເມືອງ ມາໄດ້ຫຼາຍປີ ແລະ
ເກີດຄວາມຮຸນແຮງທີ່ບໍ່ສະຫງົບ ໃນຂະນະທີ່ມີການປ່ຽນອຳນາດ ລະຫວ່າງ ພວກ
ທະຫານ ທີ່ໜູນຫຼັງໂດຍກະສັດຂອງ​ໄທ ຊຶ່ງເປັນຕົວແທນ ຂອງພວກຝ່າຍເສື້ອເຫຼືອງ
ແລະ ພວກທີ່ສະໜັບສະໜູນ ທ່ານທັກສິນ ຜູ້ສະໝັກເລືອກຕັ້ງ ໜູນຫຼັງໂດຍພວກໃສ່
ເສື້ອແດງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG