ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ປ່ອຍ​ຕົວ​ອອກ​ຈາກ​ຄຸກ ​ໂດຍມີ​ເງື່ອນ​ໄຂ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ ຍ່າງ​ກັບ​ລູກ​ຊາຍ ແລະ ລູກ​ສາວ​ຢູ່​ເດີ່ນ​ບິນ ດອນ​ເມືອງ ໃນ​ບາງກອກ, ປະ​ເທດ ໄທ, 22 ສິງ​ຫາ 2023.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ ຍ່າງ​ກັບ​ລູກ​ຊາຍ ແລະ ລູກ​ສາວ​ຢູ່​ເດີ່ນ​ບິນ ດອນ​ເມືອງ ໃນ​ບາງກອກ, ປະ​ເທດ ໄທ, 22 ສິງ​ຫາ 2023.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ ໄດ້​ຮັ​ບ​ອະ​ນຸ​ຍາດ​ໃຫ້ຖືກ​ປ່ອຍ​ແບບ​ມີ​ເງື່ອນ​ໄຂ ຫຼັງ​ຈາກ​ໄດ້​ຮັບ​ໃຊ້​ໂທດ​ໃນ​ຄຸກ 6 ເດືອນ​ຈາກ​ການ​ຖືກ​ຕັດ​ສິນ​ໂທດ​ຂັງ​ຄຸກ 1 ປີ.

ລາຍ​ງານ​ຂ່າວ​ໃນ ໄທ ເວົ້າ​ວ່າ​ທ່ານ ທັກ​ສິນ ອາ​ຍຸ 74 ປີ​ແມ່ນ​ຢູ່​ໃນ​ລາຍ​ຊື່​ຂອງ​ນັກ​ໂທດ 930 ຄົນ ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ປ່ອຍ​ຕົວ​ກ່ອນ​ກຳ​ນົດ ຍ້ອນ​ວ່າ​ທ່​ານ​ເຈັບ​ປ່ວຍ ຫຼື ເປັນ​ຜູ້​ອາ​ຍຸ​ສູງ. ທ່ານ​ອາດ​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ​ໄວ​ສຸດ​ໃນ​ວັນ​ເສົາ​ນີ້.

ທ່ານ ທັກ​ສິນ ຖືກ​ກັກ​ຂັງ​ເມື່ອ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ເດີນ​ທາງ​ກັບ​ປະ​ເທດ ໄທ ຈາກ​ເນ​ລະ​ເທດ​ຕົນ​ເອງ​ໄປ​ຢູ່​ຕ່າງ​ປະ​ເທດ 15 ປີ ​ເພື່ອຫຼີກ​ລ່ຽງ​ການ​ຖືກ​ຂັງ​ຄຸກ ຫຼັງ​ຈາກ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ ກ່ຽວ​ກັບ ຂໍ້​ກ່າວ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ສໍ້​ລາດ​ບັງຫຼວງຫຼາຍ​ກະ​ທົງ. ທ່ານ​ຖືກ​ຕັດ​ສິນ​ໂທດ​ຂັງ​ຄຸກ 8 ປີ, ແຕ່​ໂທດ​ຂອງ​ທ່ານ​ຖືກຫຼຸດ​ລົງ​ມາ​ເປັນ 1 ປີ​ໂດຍ​ກະ​ສັດ ມະ​ຫາ ວະ​ຈິ​ຣາ​ລົງ​ກອນ. ທ່ານ​ໄດ້ຮັບ​ໃຊ້​ໂທດ​ຂອງ​ທ່ານ​ທັງ​ໝົດ​ໃນ​ໂຮງ​ໝໍ​ຕຳຫຼວດ ສຳ​ລັບ​ການ​ປິ່ນ​ປົວ​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ.

ມະ​ຫາ​ເສດ​ຖີ​ສື່ມວ​ນ​ຊົນ​ດັ່ງ​ກ່າວ ​ຖືກ​ເລືອກ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ປີ 2001 ແລະ ໄດ້​ຮັບ​ການ​ຕິດ​ຕາມ​ດ້ວຍ​ຄວາມ​ຈົງ​ຮັກ​ພັກ​ດີ​ຈາກ​ບັນ​ດາ​ຄົນ​ທຸກ​ຍາກ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ ໄທ ສຳ​ລັບ​ນະ​ໂຍ​ບາຍ​ຕ່າງໆ​ເຊັ່ນ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ໄປ ແລະ ການ​ຈ່າຍ​ເງິນ​ສົດ​ໃຫ້​ບັນ​ດາ​ຊາວ​ນາ. ແຕ່​ທ່ານ​ຖືກ​ໂຄ່ນ​ລົ້ມ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານປີ 2006 ໂດຍກອງ​ທັບ​ທີ່​ເຫັນ​ພ້ອມ​ກັບ​ຜູ້​ມີ​ອຳ​ນາດ​ທີ່​ສະ​ໜັບ​ສະ​ໜູນ​ກະ​ສັດ​ຂອງ​ໄທ ຜູ້​ທີ່​ພິ​ຈາ​ລະ​ນາ​ທ່ານ​ວ່າ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ກຳ​ຄວາມ​ເປັນ​ລະ​ບຽບ​ໃນສັງ​ຄົມ​ທີ່ມີ​ມາ​ດົນ​ນານ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG