ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ນາ​ຍົກ​ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ ຈະ​ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ຢ່າງ​ເປັນ​ທາງ​ການ ສຳ​ລັບ​ການ​ດູ​ໝິ່ນ​ກະ​ສັດ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ, ເດີນ​ທາງ​ຮອດ​ສະ​ໜາມ​ບິນ ດອນ​ເມືອງ, ບາງກອກ, ໄທ, 22 ສິງ​ຫາ 2023.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ, ເດີນ​ທາງ​ຮອດ​ສະ​ໜາມ​ບິນ ດອນ​ເມືອງ, ບາງກອກ, ໄທ, 22 ສິງ​ຫາ 2023.

ບັນ​ດາ​ໄອ​ຍະ​ການ​ໃນ​ປະ​ເທດ ໄທ ເວົ້າ​ວ່າ​ ເຂົາ​ເຈົ້າ​ຈະ​ຟ້ອງ​ຮ້ອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ທັກ​ສິນ ຊິນ​ນະ​ວັດ ສຳ​ລັບ​ການ​ລ່ວງ​ລະ​ເມີດ​ກົດ​ໝາຍ​ທີ່​ຫ້າມ​ກາ​ນ​ຕຳ​ໜິ​ວິ​ຈານ​ໃດໆ​ຕໍ່​ຄອບ​ຄົວ​ຣາ​ຊະ​ວົງ​ໄທ.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ສຳນັກງານ​ໄອ​ຍະ​ການ​ສູງ​ສຸດ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ທ່ານ ທັກ​ສິນ ອາ​ຍຸ 74 ປີຕ້ອງ​ໄປ​ປາ​ກົດ​ຕົວ​ຢູ່​ໃນ​ຫ້ອງ​ການສານ ​ໃນ​ວັນ​ທີ 18 ມິ​ຖຸ​ນາ ເພື່ອ​ຕອບ​ຂໍ້​ກ່າວ​ຫາ​ຕ່າງໆ. ທະ​ນາຍ​ຄວາມ​ຂອງ​ທ່ານ ທັກ​ສິນ, ທ່ານ ວິນ​ຍັດ ຊາດ​ມົນ​ຕ​ຣີ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ ລູກ​ຄວາມ​ຂອງ​ທ່ານບໍ່​ສາ​ມາດ​ທີ່​ຈະ​ໄປ​ປາ​ກົດ​ຕົວ​ໃນ​ສານ​ ໃນ​ວັນ​ພຸດມື້ນີ້ ເພາະ​ວ່າ​ປັດ​ຈຸ​ບັນ​ນີ້ ​ທ່ານບໍ່​ສະ​ບາຍ​ຍ້ອນ​ພະ​ຍາດ ໂຄວິດ-19.

ຂໍ້​ກ່າວ​ຫາ​ຕ່າງໆ​ແມ່ນ​ອີງ​ໃສ່​ການ​ສຳ​ພາດ​ທີ່​ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຕ່າງ​ປະ​ເທດ ​ໃນ​ປີ 2016 ເວ​ລາ​ຢູ່​ໃນ​ນະ​ຄອນຫຼວງ ໂຊ​ລ໌ ປະ​ເທດ ເກົາຫຼີ​ໃຕ້.

ຫຼາຍກວ່າ 270 ຄົນ​ຖືກ​ດຳ​ເນີນ​ຄະ​ດີ ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ​ສຳ​ລັບ​ການ​ລ່ວງ​ລະ​ເມີດ​ກົດ​ໝາຍ​ດູ​ໝິ່ນ​ກະ​ສັດ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ກົດ​ໝາຍ​ທີ່​ເຄັ່ງ​ຄັດ​ທີ່​ສຸດ​ໃນ​ໂລກ, ທີ່​ອາດ​ມີ​ໂທດ​ຂັງ​ຄຸກເຖິງ 15 ປີ.

ທ່ານ ທັກ​ສິນ ຍັງ​ຈະ​ຖືກ​ຟ້ອງ​ຮ້ອງ​ສຳ​ລັບ​ການ​ລ່ວງ​ລະ​ເມີດ​ກົດ​ໝາຍ​ອາ​ຊະ​ຍາ​ກຳ​ທາງ​ຄອມ​ພິວ​ເຕີ​ຂອງ​ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່.

ທ່ານ ທັກ​ສິນ ຖືກ​ຄວບ​ຄຸມ​ຕົວ​ເມື່ອ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ເດີນ​ທາງ​ກັບ​ປະ​ເທດ​ ໄທ ຈາກ​ການ​ທີ່ໄດ້​ອາ​ໄສ​ພັດ​ຖິ່ນ​ຢູ່​ຕ່າງ​ປະ​ເທດ ເພື່ອຫຼີກ​ລ່ຽງ​ການ​ຖືກ​ຂັງ​ຄຸກ ຫຼັງ​ຈາກ​ຖືກ​ຕັດ​ສິນ​ວ່າ ມີ​ຄວາມ​ຜິດໃນ​ຂໍ້​ກ່າວ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ສໍ້​ລາດ​ບັງຫຼວງຫຼາຍ​ກະ​ທົງ. ທ່ານ​ຖືກ​ຕັດ​ສິນ​ຂັງ​ຄຸກ 8 ປີ, ແຕ່​ໂທດ​ຂອງ​ທ່ານ​ຖືກຫຼຸດ​ລົງ​ມາ​ເປັນ​ນຶ່ງ​ປີ​ໂດຍ​ກະ​ສັດ ມະ​ຫາ ວະ​ຈິ​ຣາ​ລົງ​ກອນ. ທ່ານ​ໄດ້​ຮັບ​ໃຊ້​ໂທດ​ຂອງ​ທ່ານ​ເກືອບ​ທັງ​ໝົດ​ຢູ່​ໂຮງ​ໝໍ​ຕຳຫຼວດ ​ສຳ​ລັບ​ການ​ປິດ​ປົວ​ພະ​ຍາດ​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG