ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດ ນາຍົກໄທ ທ່ານອະພິສິດ ຖືກຟ້ອງ ໃນຂໍ້ຫາ ຄາດຕະກໍາ


ອະດີດ​ນາຍົກລັດ​ຖະມົນຕີ​ໄທ ທ່ານ​ອະພິຊິດ ​ເວດ​ຊາ​ຊີວະ
ອະດີດ​ນາຍົກລັດ​ຖະມົນຕີ​ໄທ ທ່ານ​ອະພິຊິດ ​ເວດ​ຊາ​ຊີວະ
ອະດີດ​ນາຍົກລັດ​ຖະມົນຕີ​ໄທ ທ່ານ​ອະພິຊິດ ​ເວດ​ຊາ​ຊີວະ ຈະ​
ປະ​ເຊີນ​ກັບ​ຂໍ້​ຫາ ຄາດ​ຄະ​ກຳ​ທີ່​ພົວພັນ​ກັບ​ການ​ທີ່​ພວກ​ທະຫານ
ປາບ​ປາມ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ ຂອງ​ພວກ​ຝ່າຍ​ຄ້ານ
“​ເສື້ອ​ແດງ” ​ໃນ​ປີ 2010.


ການ​ຕັດສິນ​ໃຈ ທີ່​ຈະ​ຟ້ອງ​ທ່ານ​ອະພິຊິດ ພ້ອມ​ກັບ​ອະດີດ​ຮອງ​ນາຍົກລັດຖະມົນ ຕີ​ໄທ ທ່ານ​ສຸ​ເທບ ​ເທືອ​ກສຸບັນ ​ແມ່ນສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນ​ການ​ຟ້ອງ​ຮ້ອງ​ເທື່ອ​ທຳ​ອິດຕໍ່​ເຈົ້າໜ້າ​ທີ່ລັດຖະບານ ​ກ່ຽວ​ກັບ​ການ​ປະ​ທະ​ກັນ ​ທີ່​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍກວ່າ 90 ຄົນ​ນັ້ນ.

ທ່ານ Tarit Pengdith ຫົວໜ້າ​ໜ່ວຍ​ສືບສວນ​ພິ​ເສດ​ຂອງ​ໄທ​ກ່າວໃ​ນວັນ​ພະ ຫັດ​ມື້ນີ້ວ່າ ບຸກຄົນ​ທັງ​ສອງ ຊຶ່ງ​ໃນ​ປັດຈຸບັນ​ນີ້​ເປັນ​ສະມາ​ຊິກ​ສະພາ​ພັກ​ຝ່າຍ​ຄ້ານ ຈະ​ຖືກ​ຟ້ອງ​ພາຍ​ໃຕ້​ຂໍ້​ກຳນົດ​ຄາດ​ຕະກຳ​ຂອງ​ກົດໝາຍ​ອາຍາ​ຂອງ​ໄທ.

ມີ​ພວກ​ຜູ້ນຳ​ເສື້ອ​ແດງ​ປະມານ 24 ຄົນ​ຖືກ​ຟ້ອງ​ໃນ​ຖານ​ຍຸຍົງ​ໃຫ້​ເກີດ​ຄວາມ​ຮຸນ ​ແຮງ ຂົ່ມ
ຂູ່​ເຈົ້າໜ້າ​ທີ່​ລັດຖະບານ​ແລະ​ກໍ່​ການ​ຮ້າຍ ​ໃນໄລ​ຍະ 10 ອາທິດ​ຂອງ ການ​ປະ​ທ້ວງ ທີ່​ລະ​ເບີດ​ຂຶ້ນຢູ່​ບາງກອກ​ໃນ​ປີ 2010.

ກ່ຽວຂ້ອງກັນ

XS
SM
MD
LG