ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ບໍລິຫານໃຫຍ່ ຂອງຊໍາຊຸງຖືກຂໍ້ຫາ ລັກຂະ​ໂມຍເອົາເທັກໂນໂລຈີຊິບ ໃຫ້ແກ່ໂຮງງານໃນ ຈີນ


ຄົນງານ ຫົດນໍ້າໃສ່ສວນດອກໄມ້ ຂ້າງປ້າຍຊໍາຊຸງ ອີເລັກໂທຣນິກ ຢູ່ສໍານັກງານໃຫຍ່ຂອງບໍລິສັດ ໃນເມືອງ Suwon, ວັນທີ 13 ມິຖຸນາ 2023.
ຄົນງານ ຫົດນໍ້າໃສ່ສວນດອກໄມ້ ຂ້າງປ້າຍຊໍາຊຸງ ອີເລັກໂທຣນິກ ຢູ່ສໍານັກງານໃຫຍ່ຂອງບໍລິສັດ ໃນເມືອງ Suwon, ວັນທີ 13 ມິຖຸນາ 2023.

ເກົາຫຼີໃຕ້ ຕັ້ງຂໍ້ຫາອະດີດຜູ້ບໍລິຫານໃຫຍ່ ຂອງບໍລິສັດຊໍາຊຸງ ທີ່ຖືກຫາວ່າລັກຂໍ້ມູນລັບຂອງບໍລິສັດທີ່ມີມູນຄ່າຫຼາຍຮ້ອຍລ້ານໂດລາ ເພື່ອຕັ້ງໂຮງງານຜະລິດຊິບຮຽນແບບໃນຈີນ, ເຊິ່ງໄອຍະການ ໄດ້ກ່າວຕໍ່ອົງການຂ່າວ AFP ໃນວັນອັງຄານວານນີ້.

ຊີມີຄອນດັກເຕີ້ ໄດ້ກາຍມາເປັນບັນຫາສໍາຄັນລະຫວ່າງ ສະຫະລັດ ແລະ ຈີນ, ເຊິ່ງພວມ​ມີ​ການຕໍ່ສູ້ທີ່ຮຸນແຮງ ກ່ຽວກັບການເຂົ້າເຖິງການຜະລິດເທັກໂນໂລຈີ ແລະການສະໜອງຂອງຊິບ.

ໄອຍະການຂອງເກົາຫຼີໃຕ້ກ່າວວ່າ ອະດີດພະນັກງານຂອງບໍລິສັດຊໍາຊຸງ ອາ​ຍຸ 65 ປີ ຖືກກ່າວຫາວ່າ ລັກເອົາແຜນຜັງການຜະ​ລິດ ແລະການອອກແບບຫ້ອງສະອາດ ຂອງບໍລິສັດ ໃນປີ 2018 ແລະປີ 2019.

ເຈົ້າໜ້າທີ່ໄອຍະການຂອງເຂດຊູວອນ (Suwon) ກ່າວວ່າ ຜູ້ຕ້ອງສົງໄສ ບໍ່​ໄດ້ປະສົບຜົນສໍາເລັດ ໃນຄວາມພະຍາຍາມທີ່ຈະຕັ້ງໂຮງງານການຜະລິດຮຽນແບບ ໃນເມືອງສີ​ອານ (Xian) ຂອງ ຈີນ ເຊິ່ງເປັນເມືອງທີ່ມີໂຮງງານຊິບ ຕັ້ງຢູ່ທີ່ນັ້ນແລ້ວ.

ຜູ້ຊາຍຄົນດັ່ງກ່າວ, ຍັງບໍ່ໄດ້ຮັບການເປີດເຜີຍໂຕ ແລະຢູ່ໃນການກັກຂັງເພື່ອລໍຖ້າການ​ດຳ​ເນີນ​ຄະ​ດີນັ້ນ ໄດ້ລັກເອົາວັດຖຸທີ່ເກົາຫຼີໃຕ້ຈັດປະເພດວ່າ ເປັນ “ເທັກໂນໂລຈີທີ່ສໍາຄັນຂອງປະເທດ,” ເຊິ່ງເປັນປະເພດເທັກໂລໂນຈີທີ່ອາດຈະສາມາດເປັນອັນຕະລາຍຕໍ່ຄວາມໝັ້ນຄົງ ແລະລະບົບເສດຖະກິດຂອງຊາດ ຖ້າໄດ້ຮັບການເປີດເຜີຍຢູ່ຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG