ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກຊາຍ ອະດີດນາຍົກລາວ ໄດ້ຖືກເລືອກ ໃຫ້ເປັນເລຂາຄະນະພັກ ສູນກາງຊາວໜຸ່ມ


ທ່ານສອນທະນູ ທຳມະວົງ ລູກຊາຍຂອງທ່ານທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ໄດ້ຮັບການເລືອກຕັ້ງ ເປັນເລຂາຄະນະພັກສູນກາງຊາວໜຸ່ມ ປະຕິວັດລາວ.
ທ່ານສອນທະນູ ທຳມະວົງ ລູກຊາຍຂອງທ່ານທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ໄດ້ຮັບການເລືອກຕັ້ງ ເປັນເລຂາຄະນະພັກສູນກາງຊາວໜຸ່ມ ປະຕິວັດລາວ.

ລູກຊາຍຂອງທ່ານທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ໄດ້ຮັບການເລືອກ
ຕັ້ງໃຫ້ເປັນເລຂາຄະນະພັກສູນກາງຊາວໜຸຸ່ມ ເພື່ອນຳພາວຽກງານສຶກສາອົບຮົມ
ການເມືອງ ແນວຄິດໃຫ້ເຍົາວະຊົນລາວ.

ທ່ານສອນທະນູ ທຳມະວົງ ລູກຊາຍຂອງທ່ານທອງສິງ ທຳມະວົງ ອະດີດນາຍົກ
ລັດຖະມົນຕີ ໄດ້ຮັບການເລືອກຕັ້ງເປັນເລຂາຄະນະພັກສູນກາງຊາວໜຸ່ມ ປະຕິວັດ
ລາວ ໃນໂອກາດກອງປະຊຸມປ່ອນບັດຄັດເລືອກຄະນະພັກ ຊຸດທີ 4 ທີ່ມີຂຶ້ນຢ່າງ
ເປັນທາງການ ເມື່ອບໍ່ນານມານີ້ ໂດຍມີສະມາຊິກເຂົ້າຮ່ວມ ໃນກອງປະຊຸມຄັ້ງນີ້
ຈຳນວນ 95 ຄົນ ແລະໄດ້ຮ່ວມກັນເລືອກຕັ້ງເອົາຄະນະພັກຊຸດໃໝ່ ຈຳນວນ 7 ຄົນ
ຈາກຜູ້ສະໝັກທັງໝົດ 9 ຄົນ.

ບັນດາສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ຊຸດໃໝ່ ພາກັນ ຖ່າຍຮູບ ຢູ່ຕໍ່ໜ້າຫໍພິພິດທະພັນ ທ່ານໄກສອນ ພົມວິຫານ.
ບັນດາສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ຊຸດໃໝ່ ພາກັນ ຖ່າຍຮູບ ຢູ່ຕໍ່ໜ້າຫໍພິພິດທະພັນ ທ່ານໄກສອນ ພົມວິຫານ.

ທັງນີ້ ໂດຍພາລະໜ້າທີ່ສຳຄັນຂອງຄະນະພັກຊຸດໃໝ່ ຂອງສູນກາງຊາວໜຸ່ມ
ປະຕິວັດລາວ ໃນໄລຍະ 5 ປີ ຕໍ່ໄປນີ້ ກໍຄືການປັບປຸງວຽກງານການສຶກສາອົບຮົມ
ການເມືອງ ແນວຄິດຂອງບັນດາຊາວໜຸ່ມປະຕິວັດລາວ ໃຫ້ມີຫົວຄິດປະດິດສ້າງ
ແລະ ຫັນປ່ຽນໃຫ້ທັນກັບສະພາບການ ທັງພາຍໃນ ແລະ ພາຍນອກປະເທດ
ຕະຫຼອດເຖິງການຈັດຕັ້ງ ຮ່ຳຮຽນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ
ລະບຽບກົດໝາຍ ແຜນພັດທະນາເສດຖະກິດ ແລະ ສັງຄົມຂອງລັດ ມະຕິຄຳສັ່ງ
ລະບຽບການຕ່າງໆ ຢ່າງເຂັ້ມງວດ ແລະຊີ້ນຳ ນຳພາການຈັດຕັ້ງ ປະຕິບັດແຜນງານ
ພັດທະນາຊາວໜຸ່ມ ແລະເຍົາວະຊົນລາວ ໃນໄລຍະ 5 ປີຕໍ່ໜ້າ ດັ່ງທີ່ທ່ານສອນທະນູ
ໄດ້ຖະແຫລງຢືນຢັນວ່າ:

“ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ສະຫລຸບຕີລາຄາຈັດຕັ້ງປະຕິບັດ ກອງປະຊຸມໃຫຍ່
ຄັ້ງທີ 3 ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ຕີລາຄາດ້ານດີ ດ້ານຄົງຄ້າງ ແລະບາງ
ບົດຮຽນ ທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດຕົວຈິງ ພ້ອມກັນນັ້ນ ຜູ້ແທນ ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ ແລະຮັບຮອງເອົາທິດທາງໃນ 5 ປີຕໍ່ໜ້າ
ເພື່ອເປັນບ່ອນອີງ ໃນການນຳພາ ເຄື່ອນໄຫວ ປັບປຸງ ວຽກງານຮອບດ້ານຂອງ
ອົງຄະນະພັກສູນກາງຊາວໜຸ່ມປະຕິວັດລາວ ສະນັ້ນ ບັນຫາສຳຄັນ ພວກເຮົາ
ຈະຕ້ອງໄດ້ເອົາໃຈໃສ່ ສຸມສະຕິປັນຍາ ແລະເຫື່ອແຮງທັງໝົດ ໂດຍມີຄວາມຮັບ
ຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ.”

ທາງດ້ານ ທ່ານອະລຸນໄຊ ສູນນະລາດ ຮອງປະທານສູນກາງຊາວໜຸ່ມປະຕິວັດລາວ
ຢືນຢັນວ່າ ທາງການຈີນ ໄດ້ຕົກລົງໃຫ້ການຊ່ວຍເຫຼືອ ໃນການສ້າງຕັ້ງສູນປູກຈິດ
ສຳນຶກທາງດ້ານເທັກໂນໂລຈີ ທີ່ທັນສະໄໝ ສຳລັບເຍົາວະຊົນລາວ ຢ່າງເປັນ
ທາງການ ເມື່ອບໍ່ນານມານີ້ ໂດຍຈະນຳໃຊ້ງົບປະມານ ໃນການກໍ່ສ້າງອາຄານ
ແລະຕິດຕັ້ງອຸປະກອນຕ່າງໆ ລວມເຖິງສິ່ງອຳນວຍຄວາມສະດວກຢ່າງຄົບຊຸດ
ຄິດເປັນມູນຄ່າລວມເຖິງ 10 ລ້ານໂດລາ ທີ່ເປັນການຊ່ວຍເຫຼືອ ຈາກທາງການຈີນ
ທັງໝົດ ໂດຍໂຕອາຄານຈະຕັ້ງຢູ່ຕໍ່ໜ້າພິພິດທະພັນ ແລະຮູບຫລໍ່ຂອງທ່ານໄກສອນ
ພົມວີຫານ ໃນເຂດນະຄອນວຽງຈັນ.

ທ່ານອະລຸນໄຊ ບອກວ່າ ສູນປູກຈິດສຳນຶກດັ່ງກ່າວນີ້ ຈະມີບົດບາດຢ່າງສຳຄັນ ໃນ
ການເສີມສ້າງບົດບາດຂອງເຍົາວະຊົນ ທີ່ມີຕໍ່ສັງຄົມລາວ ດ້ວຍການຈັດກິດຈະກຳ
ຕ່າງໆ ຢ່າງຫລາກຫລາຍ ເພື່ອໃຫ້ເປັນເວທີ ສຳລັບການສະແດງອອກ ເຖິງຄວາມ
ສາມາດຂອງເຍົາວະຊົນລາວ ໃນທຸກໆດ້ານ ທີ່ແນໃສ່ການປູກຈິດສຳນຶກ ໃຫ້ເຍົາ
ວະຊົນລາວ ຕໍ່ຕ້ານຢາເສບຕິດອີກດ້ວຍ ເພາະຈາກການສຳຫຼວດ ກ່ຽວກັບສະພາວະ
ການຊົມໃຊ້ຢາເສບຕິດໃນລາວ ພົບວ່າ ມີເຍົາວະຊົນລາວ ຫຼາຍກວ່າ 4 ແສນຄົນ
ທີ່ຢູ່ໃນສິ່ງແວດລ້ອມ ທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປກ່ຽວຂ້ອງກັບຢາເສບຕິດ
ໃນປັດຈຸບັນນີ້.

ທາງດ້ານພົນຕີ ສິນລະວົງ ໄຊຍະກອນ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນ
ຄວາມສະຫງົບ ໄດ້ຖະແຫລງຢືນຢັນວ່າ ໃນຮອບ 1 ປີຜ່ານມາ ສາມາດດຳເນີນຄະດີ
ຢາເສບຕິດໄດ້ 2,508 ລາຍ ໃນນີ້ໄດ້ຈັບກຸມຜູ້ຕ້ອງຫາ ທີ່ລັກລອບຄ້າຢາເສບຕິດໄດ້
3,700 ກວ່າຄົນ ລວມຜູ້ຕ້ອງຫາເພດຍິງ 558 ຄົນ ແລະທຽບໃສ່ປີ 2015 ກໍປາກົດວ່າ
ການດຳເນີນຄະດີຢາເສບຕິດ ໃນປີ 2016 ເພີ່ມຂຶ້ນເຖິງ 250 ຄະດີ.

ສ່ວນຂອງກາງ ທີ່ຢຶດໄດ້ຈາກການຈັບກຸມນັ້ນ ປະກອບດ້ວຍ ຢາບ້າ 1,862.87 ກິໂລ
ກຣາມ ເຮໂຣອິນ 188.39 ກິໂລກຣາມ ຢາໄອຊ໌ 144.66 ກິໂຣກຣາມ ກັນຊາແຫ້ງ
425.46 ກິໂລກຣາມ ແປ້ງຝຸ່ນເພື່ອປະສົມຢາເສບຕິດ 6,831.16 ກິໂລກຣາມ
ແກ່ນຝິ່ນ 25 ກິໂລກຣາມ ເຄື່ອງອັດຢາບ້າ 7 ເຄື່ອງ ເຄື່ອງອົບຢາບ້າ 1 ເຄື່ອງ ເຄື່ອງ
ຂົ້ວຢາບ້າ 3 ເຄື່ອງ ເຄື່ອງບົດຢາບ້າ 1 ເຄື່ອງ ຫົວເຊື້ອນ້ຳຫອມ 560 ຊຸດ ລົດຍົນ 97
ຄັນ ລົດຈັກ 136 ຄັນ ແລະອື່ນໆອີກ ຢ່າງຫລວງຫຼາຍ.

XS
SM
MD
LG