ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ Arroyo ແຫ່ງຟີລິບປິນ ຖືກຈັບ


ພວກສະໜັບສະໜຸນ ອະດີດປະທານາທິບໍດີ Gloria Macapagal Arroyo ໂຮມຊຸມນຸມປະທ້ວງ ຢູ່ນອກໂຮງໝໍ ບ່ອນທີ່ທ່ານນາງ ຖືກຕຳຫຼວດຄວບຄຸມຕົວໄວ້ ໃນນະຄອນຫຼວງມະນີລາ (4 ຕຸລາ 2012)
ພວກສະໜັບສະໜຸນ ອະດີດປະທານາທິບໍດີ Gloria Macapagal Arroyo ໂຮມຊຸມນຸມປະທ້ວງ ຢູ່ນອກໂຮງໝໍ ບ່ອນທີ່ທ່ານນາງ ຖືກຕຳຫຼວດຄວບຄຸມຕົວໄວ້ ໃນນະຄອນຫຼວງມະນີລາ (4 ຕຸລາ 2012)
ເຈົ້າໜ້າທີ່ຕໍາຫລວດຟີລິບປິນ ໄດ້ເຂົ້າໄປໃນໂຮງໝໍກຸງມະນີລາ
ແລະຈັບອະດີດປະທານາທິບໍດີ Gloria Arroyo ໃນຂໍ້ຫາປຸ້ນສະ
ດົມປະເທດຊາດ.

ທ່ານນາງ Arroyo ຊຶ່ງຄັ້ງນຶ່ງເຄີຍເປັນຜູ້ນຳຂອງປະເທດນັ້ນເຄີຍ
ຖືກດຳເນີນຄະດີມາແລ້ວໃນຖານສໍ້ໂກງແລະສໍ້ລາດບັງຫຼວງ.

ທ່ານນາງ Arroyo ໄດ້ລົ້ມປ່ວຍຍ້ອນເຈັບກະດູກສັນຫຼັງມາເປັນ
ເວລາດົນນານ. ເຈົ້າໜ້າທີ່ຕໍາຫລວດກ່າວວ່າ ທ່ານນາງຈະຖືກ ຄວບຄຸມໂຕໄວ້ຢູ່ທີ່ໂຮງໝໍອີກຕໍ່ໄປອີກ ບ່ອນທີ່ທ່ານນາງກໍາລັງ
ຮັບການປິ່ນປົວ ຍ້ອນການສູນເສຍນໍ້າໃນຮ່າງກາຍ.

ບັນດາໄອຍະການ ຂອງສານຕໍ່ຕ້ານການສໍ້ລາດບັງຫຼວງຂອງ
ປະເທດ ກ່າວຫາວ່າ ທ່ານນາງ Arroyo ໄດ້ລັກຂະໂມຍເງິນເກືອບ 9 ລ້ານໂດລາອອກ ຈາກກອງທຶນລັອດເຕີລີ ແລະນໍາເງິນໄປໃຊ້ໃນການໂຄສະນາຫາສຽງ.

ຢູ່ນອກໂຮງໝໍ ບັນດາຜູ້ສະໜັບສະໜຸນອະດີດປະທານາທິບໍດີ Arroyo ພາກັນໂຮມຊຸມ ນຸມ ຊຶ່ງບາງຄົນຮ້ອງອອກມາວ່າ “ໃຫ້ປ່ອຍທ່ານນາງ Gloria ເປັນອິດສະຫລະ”.

ຖ້າຫາກຖືກພົບເຫັນວ່າ ມີຄວາມຜິດ ທ່ານນາງ Arroyo ຈະປະເຊີນກັບໂທດຈຳຄຸກຕະ ຫຼອດຊີວິດ.

ກ່ຽວຂ້ອງກັນ

XS
SM
MD
LG