ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສົບອະດີດ ຈອມຜະເດັດການ Marcos ຖືກນຳ ໄປຝັງໄວ້ ທີ່ສຸສານແຫ່ງຊາດ


ທະຫານຟິລິບປີນ ຢືນຍາມຢູ່ນອກ ສຸສານວິລະບຸລຸດແຫ່ງຊາດ ບ່ອນທີ່ມື້ລາງຈອມຜະເດັດການ Ferdinand Marcos ຖືກນຳໄປຝັງໄວ້.
ທະຫານຟິລິບປີນ ຢືນຍາມຢູ່ນອກ ສຸສານວິລະບຸລຸດແຫ່ງຊາດ ບ່ອນທີ່ມື້ລາງຈອມຜະເດັດການ Ferdinand Marcos ຖືກນຳໄປຝັງໄວ້.

ອະດີດຈອມ​ຜະ​ເດັດ​ການ​ຟິລິບ​ປີນ ທ່ານ Ferdinand Marcos ​ໄດ້​ຖືກ​ນຳໄປຝັງ​ດ້ວຍ​ກອງ​ກຽດຕິຍົດ​ທະຫານ​ໃນ​ວັນ​ສຸກ​ມື້​ນີ້ 30 ປີ ຫລັງ​ຈາກທີ່​ທ່ານ​ໄດ້​ຖືກຂັບ​ໄລ່​ອອກ​ຈາກ​ອຳນາດ ​ໂດຍ​ການ​ປະຕິວັດ​ຂອງປະຊາຊົນ.

ພິທີໄດ້​ເລີ້ມຂຶ້ນ​ດ້ວຍ​ການ​ຍິງ​ປືນ​ໃຫຍ່ສະດຸ​ດີ 21 ນັດ ​ໃນ​ຂະນະທີ່​ພວກທະຫານ ​ໃສ່ເຄື່ອງ​ແບບສວນສະໜາມ​ ແລະ​ຢືນ​ຈັບ​ປືນ ​ຢູ່ທີ່​ “​ສຸສານ​ວີລະ​ບຸລຸດ” ​ໃນ​ນະຄອນຫຼວງ​ມະນີລາ.

​ເຖິງ​ແມ່ນ​ວ່າໄດ້ມີ​ການ​ຄັດຄ້ານ​ເພີ້ມຂຶ້ນ​ຈາກຫຼາຍໆຝ່າຍ ທີ່​ປະກອບ​ດ້ວຍບັນດາ ​ຜູ້ເຄາະ ຮ້າຍ​ ໃນ​ການລະ​ເມີດສິດທິ​ມະນຸດ ຊາວ​ຟີ​ລິບ​ປີນ ຈາກ​ລະບອບຜະ​ເດັດ​ການ​ ຂອງ​ທ່ານ Marcos ສານ​ສູງ​ສຸດ​ຂອງຟິລິບ​ປີນ​ໄດ້​ຕັດສິນ​ ໃນ​ອາທິດ​ແລ້ວ​ນີ້​ວ່າ ທ່ານ​ Marcos ສາ ມາດ​ນຳໄປ​ຝັງ​ໄວ້ ​ຢູ່​ສຸສານ​ແຫ່ງ​ຊາດ​ໄດ້.

ປະ​ທາ​ນາ​ທິບໍດີ​ຟິລິບ​ປີນ ທ່ານ Rodrigo Duterte ​ໄດ້​ໃຫ້ການ​ອະ​ນຸມັດຕໍ່​ການ​ຝັງ​ສົບ ຂອງ​ອ​ະດີດ​ຈອມ​ຜະ​ເດັດ​ການ​ໂດຍບໍ່​ເອົາ​ຫົວຊາ​ກັບ​ການ​ບໍ່​ເຫັນ​ພ້ອມ​ຂອ​ງ ພວກຝ່າຍ​ຄ້ານ. ສົບ​ຂອງ​ທ່ານ Marcos ​ໄດ້​ຖືກ​ສົ່ງ​ໄປ​ນະຄອນ​ Manila ຢ່າງ​ລັບໆໃນ​ຄວາມພະ ຍາຍາມ​ເພື່ອ​ຫລີກ​ລ່ຽງການ​ປະ​ທ້ວງ.

ຕຳ​ຫລວດ​ປາບຈະລາ​ຈົນ ​ແລະ​ທະຫານ​ໄດ້​ຢືນ​ຍາມ​ຢູ່ໃນ​ບໍລິ​ເວນ​ອ້ອ​ມ​ແອ້ມສຸສານວີລະ​ບຸລຸດ ​ແລະກໍ​ບໍ່​ໄດ້​ມີ​ພວກ​ປະ​ທ້ວງ​ໃດໆ​ເກີດ​ຂຶ້ນ​.

ພວກສະໜັບສະໜູນມື້ລາງ ຈອມຜະເດັດການ ທ່ານ Ferdinand Marcos ພາກັນຖືປ້າຍ ກ່ອນພາກັນຍ່າງໄປຫາສານສູງສຸດ.
ພວກສະໜັບສະໜູນມື້ລາງ ຈອມຜະເດັດການ ທ່ານ Ferdinand Marcos ພາກັນຖືປ້າຍ ກ່ອນພາກັນຍ່າງໄປຫາສານສູງສຸດ.

ຄອບຄົວທ່ານ Marcos ​ໄດ້ຫ​ລົບ​ໜີ ​ຈາກ​ຟິລິບ​ປີນ ໃນ​ລະຫວ່າງ​ທີ່​ມີ​ການ​ປະຕິວັດຂອງ​ປະຊາຊົນ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກພວກ​ທະຫານ​ ທີ່ໄດ້ກໍ່​ໃຫ້​ເກີດ​ມີການ​ເຄື່ອນ​ໄຫວເພື່ອປະຊາທິປະ​ໄຕອື່ນໆ​ຢູ່​ໃນ​ເຂດ​ເອ​ເຊຍ.

ທ່ານ Marcos ​ໄດ້ເຖິງ​ແກ່​ມໍລະນະ​ກຳ ​ຂະນະ​ທີ່​ລີ້​ໄພ​ ຢູ່​ລັດ Hawaii ​ໃນ​ປີ 1989 ​ແລະ​ສົບ​ຂອງ​ທ່ານ​ໄດ້​ຖືກສົ່ງ​ໄປ​ເມືອງ Batac ບ້ານ​ເກີດ​ຂອງ​ທ່ານ​ໃນ ພາກ​ເໜືອ​ຂອງ​ຟິລິບ​ປີນ ​ໃນ​ປີ 1993. ນັບ​ແຕ່​ນັ້ນ​ມາ ສົບ​ຂອງ​ທ່ານ​ໄດ້​ຖືກ​ນຳໄປ​ດອຍ​ໄວ້​ຢູ່​ໃນ​ໂລງ​ແກ້ວ​ແລະ​ກາຍ​ມາ​ເປັນ​ທີ່​ດຶງດູດ​ສຳລັບພວກນັກ​ທ່ອງ​ທ່ຽວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Philippines Marcos Burial
please wait

No media source currently available

0:00 0:01:40 0:00

XS
SM
MD
LG