ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ຊ່ວຍ ຂອງທ່ານເພັນສ໌ ໃຫ້ການຕໍ່ໜ້າ ຄະນະຕຸລາການໃຫຍ່ ທີ່ກຳລັງສືບສວນສອບສວນ ການໂຈມຕີຫໍລັດຖະສະພາ


ແຟ້ມພາບ: ທ່ານມາກ ຊວຕ, ອະດີດເສນາທິການຂອງຮອງປະທານາທິບໍດີ ໄມຄ໌ ເພັນສ໌, ພາບຖ່າຍຢູ່ໃນເມືອງແຊນທີລີ ລັດເວີຈີເນຍ ຂອງສະຫະລັດ, ວັນທີ 2 ພະຈິກ 2021.
ແຟ້ມພາບ: ທ່ານມາກ ຊວຕ, ອະດີດເສນາທິການຂອງຮອງປະທານາທິບໍດີ ໄມຄ໌ ເພັນສ໌, ພາບຖ່າຍຢູ່ໃນເມືອງແຊນທີລີ ລັດເວີຈີເນຍ ຂອງສະຫະລັດ, ວັນທີ 2 ພະຈິກ 2021.

ທ່ານມາກ ຊວຕ (Marc Short) ຜູ້ທີ່ເປັນພະນັກງານຂັ້ນສູງຂອງອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ສັງກັດພັກຣີພັບລບີກັນ ໄດ້ໃຫ້ການຕໍ່ໜ້າຄະນະຕຸລາການໃຫຍ່ຂອງລັດຖະບານກາງ ທີ່ພວມສືບສວນສອບສວນ ການໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ກໍລະກົດ 2021 ແລະຄວາມພະຍາຍາມທີ່ຈະຕ່າວປີ້ນການເລືອກຕັ້ງປະທານາທິບໍດີ ປີ 2020 ດັ່ງທີ່ລາຍການຂ່າວຂອງໂທລະພາບ ABC ໄດ້ລາຍງານ ໃນວັນຈັນ ວານນີ້ ອີງຕາມອົງການຂ່າວຣອຍເຕີສ໌.

ທ່ານຊວຕ ຜູ້ທີ່ຮັບໜ້າທີ່ເປັນຫົວໜ້າ​ຄະ​ນະ​ທີ່​ປຶກ​ສາຂອງທ່ານເພັນສ໌ ໄດ້ຖືກພົບເຫັນ ເມື່ອຕອນບ່າຍວັນສຸກຜ່ານມານີ້ ກຳລັງອອກມາຈາກສານລັດຖະບານກາງ ໃນນະຄອນຫຼວງວໍຊິງຕັນ ພ້ອມດ້ວຍທະນາຍຄວາມຂອງທ່ານ ຄືທ່ານເອັມເມັຕ ເຟລີດ (Emmet Flood). ກ້ອງຖ່າຍຂອງທັງ ອົງການຂ່າວ ABC ແລະ ຣອຍເຕີສ໌ ໄດ້ບັນທຶກ ການອອກມາຈາກສານຂອງທ່ານຊວຕ.

ທັງທ່ານເອັມເມັຕ ຫຼື ທ່ານຊວຕ ຕ່າງກໍບໍ່ສາມາດເຂົ້າຫາໄດ້ ໃນທັນທີທັນໃດ ເພື່ອໃຫ້ຄຳເຫັນ.

ທ່ານຊວຕ ເປັນເຈົ້າໜ້າທີ່ ທີ່ດຶງດູດຄວາມສົນໃຈຫຼາຍທີ່ສຸດ ຊຶ່ງຮູ້ຈັກກັນດີວ່າ ໄດ້ໄປປາກົດໂຕ ຕໍ່ໜ້າຄະນະຕຸລາການໃຫຍ່ ທີ່ຍັງພວມສືບສວນສອບສວນ ຄວາມພະຍາຍາມໂດຍພວກພັນທະມິດ ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ຍື່ນລາຍຊື່ຂອງຜູ້ແທນເລືອກຕັ້ງປອມ ເພື່ອຕ່າວປີ້ນການເລືອກຕັ້ງປີ 2020. ຄະນະຕຸລາການໃຫຍ່ ເປີດກອງປະຊຸມໃນວັນສຸກຜ່ານມານີ້ ອີງຕາມ ສຳເນົາຂອງໝາຍຮຽກທີ່ອົງການຂ່າວຣອຍເຕີສ໌ ໄດ້ເຫັນ ທີ່ຖືກສົ່ງໄປໃຫ້ຜູ້ແທນເລືອກຕັ້ງ ໃນລັດຈໍເຈຍ ເມື່ອເດືອນພຶດສະພາ ປີນີ້.

ໃນການໃຫ້ສຳພາດກັບອົງການຂ່າວ CNN ເມື່ອຕົ້ນປີນີ້ ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານນາງລີຊາ ໂມນາໂຄ ໄດ້ຢືນຢັນວ່າ ກະຊວງຍຸຕິທຳ ໄດ້ຮັບການແນະນຳກ່ຽວກັບເອກະສານລາຍຊື່ຂອງຜູ້ແທນເລືອກຕັ້ງປອມອີກຕ່າງຫາກ ທີ່ໄດ້ຖືກສົ່ງໄປໃຫ້ກົມເກັບກຳເອກະສານແຫ່ງຊາດ ຫຼື National Archive ແລະໄດ້ກ່າວວ່າ ບັນດາໄອຍະການ ໄດ້ກວດເບິ່ງພວກເອກະສານເຫຼົ່ານັ້ນ.

ສຳເນົາຂອງເອກະສານລາຍຊື່ ຂອງຜູ້ແທນເລືອກຕັ້ງປອມ ທີ່ໄດ້ຍື່ນໃຫ້ກົມດັ່ງ ກ່າວນັ້ນ ໂດຍພວກສັງກັດພັກຣີພັບບລີກັນ ທີ່ສະໜັບສະໜຸນທ່ານທຣຳ ໃນລັດ ອາຣີໂຊນາ ຈໍເຈຍ ມິຊິແກັນ ນິວເມັກຊິໂກ ເນວາດາ ເພັນຊີລເວເນຍ ແລະວິສຄອນຊິນ ໄດ້ຖືກເປີດເຜີຍຕໍ່ສາທາລະນະໃນເດືອນມີນາ ໂດຍກຸ່ມສິ້ງຊອມທີ່ບໍ່ຫວັງຜົນກຳໄລ American Oversight ຊຶ່ງໄດ້ເອກະສານທັງຫຼາຍມາ ໂດຍຜ່ານການຍື່ນຄຳຮ້ອງຂໍບັນທຶກສາທາລະນະ.

ຫ້ອງການຂຶ້ນທະບຽນຂອງລັດຖະບານກາງ ທີ່ເປັນພາກສ່ວນນຶ່ງຂອງກົມເກັບກຳເອກະສານແຫ່ງຊາດ ທີ່ປະສານງານບາງບົດບາດໜ້າທີ່ຂອງຜູ້ແທນເລືອກຕັ້ງ ຫຼື Electoral College ລະຫວ່າງ ບັນດາຜູ້ແທນເລືອກຕັ້ງ ກັບ ລັດຖະສະພາ ໂດຍລວມມີ ຮັບເອົາການຢັ້ງຢືນຈາກບັນດາຜູ້ແທນເລືອກຕັ້ງ ທີ່ລະບຸໂຕຜູ້ແທນເລືອກຕັ້ງຂອງພວກເຂົາແລະຮັບເອົາການຢັ້ງຢືນຂອງຄະແນນສຽງ ໂດຍ ຜູ້ແທນເລືອກຕັ້ງ.

ແຜນການປອມແປງຜູ້ແທນເລືອກຕັ້ງ ໄດ້ຖືກສະແດງໃຫ້ເຫັນໂດຍສ່ວນໃຫຍ່ ໃນການພິຈາລະນາຮັບຟັງຄຳໃຫ້ການຫຼາຍຮອບ ຂອງຄະນະກຳມະການ ນຳພາໂດຍບັນດາສະມາຊິກສະພາຕ່ຳສະຫະລັດ ສັງກັດພັກເດໂມແຄຣັດ ທີ່ສືບສວນການໂຈມຕີຕໍ່ລັດຖະສະພາສະຫະລັດ.

ທ່ານຣັສຕີ ບາວເວີສ໌ ປະທານສະພາຕ່ຳຂອງລັດອາຣີໂຊນາ ໄດ້ໃຫ້ການໃນເດືອນມິຖຸນາວ່າ ທ່ານທຣຳ ແລະພວກຜູ້ຊ່ວຍທີ່ໃກ້ຊິດຂອງທ່ານ ລວມທັງ ທະນາຍຄວາມສ່ວນຕົວຂອງທ່ານ ຄື ທ່ານຣູດີ ຈູລີອານີ ແລະທີ່ປຶກສາ ທ່ານຈອນ ອີສແມນ ໄດ້ຮຽກຮ້ອງໃຫ້ທ່ານບາວເວີສ໌ ປະຕິເສດ ຜົນການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG