ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ນາ​ຍົກ​ປາ​ກິ​ສ​ຖານ ແລະ​ພັນ​ລະ​ຍາ ຖືກ​ຕັດ​ສິນ​ໂທດ ຈຳ​ຄຸກ 14 ປີ ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ


ແຟ້ມ - ຕຳ​ຫຼວດ​ນຳ​ຕົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ຮອດ​ສານ​ສູງ ຢູ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2023.
ແຟ້ມ - ຕຳ​ຫຼວດ​ນຳ​ຕົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ຮອດ​ສານ​ສູງ ຢູ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2023.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ​ແລະ​ພັນ​ທະ​ລ​ະ​ຍາ ຕ່າງ​ກໍ​ໄດ້​ຖືກ​ຕັດ​ສິນ​ໃຫ້ຈຳ​ຄຸກ​ເປັນ​ເວ​ລາ 14 ປີ ໃນ​ຂໍ້​ຫາສໍ້​ລາດ​ບັງ​ຫຼວງ.

ທ່ານ​ຄານ ແລະ​ພັນ​ລະ​ຍາ ທ່ານ​ນາງ​ບຸ​ສ​ຣາ ບີ​ບີ (Bushra Bibi) ໄດ້​ຖື​ກ​ກ່າວ​ຫາ​ວ່າ ຮັບ​ຂອງ​ຂວັນ​ຂອງ​ປະ​ເທດ ຮວມ​ທັງ​ເພັດ​ພອຍ​ແລະ​ໂມງ ແລະ​ໃນ​ທີ່​ສຸດ​ກໍ​ນຳ​ໄປ​ຂາຍ ໃນ​ລະ​ຫວ່າງ​ທີ່​ທ່ານ​ຍັງ​ດຳ​ລົງ​ຢູ່​ໃນຕຳ​ແໜ່ງ.

ໂຄ​ສົກ​ຂອງ​ພັກ​ປາ​ກິ​ສ​ຖານ ຕາ​ຣິກ-ອີ-ອິນ​ຊາ​ຟ ຂອ​ງ​ທ່ານ​ຄານ ກ່າວ​ວ່າ ການ​ຕັດ​ສິນ​ໂທດ​ດັ່ງ​ກ່າວ​ຍັງ​ເຮັດ​ໃຫ້​ທ່ານ​ບໍ່​ມີ​ສິດ​ເຂົ້າ​ກຳ​ຕຳ​ແໜ່ງ​ໃດໆ​ຂອງ​ທາງ​ການ​ພາຍ​ໃນ​ເວ​ລາ 10 ປີ.

ການ​ຕັດ​ສິນ​ໂທດ​ໃນ​ວັນ​ພຸດມື້ນີ້ ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ​ທ່ານ​ຄານ ທ່ານ​ຊາ ເມ​ມຸດ ກູ​ເຣ​ຊີ (Shah Mehmood Qureshi) ກໍ​ໄດ້​ຖືກ​ຕັດ​ສິນ​ໂທດ​ຈຳ​ຄຸກ​ເປັນ​ເວ​ລາ 10 ປີ​ເຊັ່ນ​ດຽວ​ກັນ ໃນ​ຖານ​ເປີດ​ເຜີຍ​ຄວາມ​ລັບ​ຂອງ​ລັດ.

ທ່ານ​ຄານ​ໄດ້​ຖືກ​ກ່າວ​ຫາ​ວ່າ ເປີດ​ເຜີຍ​ຄວາມ​ລັບ ຢູ່ໃນໂທ​ລະ​ເລກ​ການ​ທູດ​ ລະ​ຫວ່າງວໍ​ຊິງ​ຕັນ​ແລ​ະ​ອິ​ສ​ລາ​ມາ​ບັດ ທີ່​ທ່ານ​ກ່​າວ ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ເປັນ​ສ່ວນ​ນຶ່ງ ໃນ​ການ​ສົມ​ຮູ້​ຮ່ວມ​ຄິດລະ​ຫວ່າງ​ສະ​ຫະ​ລັດ ແລະ​ກອງ​ທັບ​ປາ​ກິ​ສ​ຖານ. ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ປະ​ຕິ​ເສດ​ວ່າ ການ​ກ່າວ​ຫາ​ຂອງ​ທ່ານ​ຄານບໍ່​ມີ​ມູນ​ຄວາມ​ຈິງ.

ທ່ານ​ຄານ​ໄດ້​ຖືກ​ບັງ​ຄັບ​ໃຫ້​ອອກ​ຈາກ​ຕຳ​ແໜ່ງ​ໃນ​ປີ 2022 ດ້ວຍ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ຢູ່​ໃນ​ສະ​ພາ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG