ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອະ​ດີດ​ນາ​ຍົກ​​ປາ​ກິ​ສ​ຖານ ເຕືອນ​ວ່າ ຄວາມ​ເຄັ່ງ​ຕຶງ​ກັບ​ກຸ່ມ​ຕາ​ລີ​ບານ ໃນ​ອັ​ຟ​ກາ​ນິ​ສ​ຖານ ອາດ​ພາ​ໃຫ້​ມີ​ການ​ກໍ່​ການ​ຮ້າຍ ຢູ​່​ປາ​ກິ​ສ​ຖານ


ແຟ້ມ - ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາກ​ິ​ສ​ຖານ ທ່ານ​ອິມ​ຣານ ຄານ
ແຟ້ມ - ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາກ​ິ​ສ​ຖານ ທ່ານ​ອິມ​ຣານ ຄານ

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ໄດ້​ສະ​ເໜີ​ໃນ​ວັນ​ອັງ​ຄານ​ວານນີ້ ໃຫ້​ສ້າງ​ຄວາມ​ສຳ​ພັນ​ທີ່ມີ​ການ​ຮ່ວມ​ມື​ສອງ​ຝ່າຍ ກັບ​ກຸ່ມ​ຕາ​ລີ​ບານ​ທີ່​ປົກ​ຄອງ​ອັ​ຟ​ກາ​ນິ​ສ​ຖານ​ຢູ່​ໃນ​ເວ​ລານີ້ໂດຍ​ເຕືອນ​ວ່າ ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ ອາດ​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ປາ​ກິ​ສ​ຖານ ກາຍ​ເປັນ “​ສົງ​ຄາມ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ແບ​ບ​ບໍ່​ມີມື້​ສິ້ນ​ສຸດ.”

ທ່ານ​ຄານ​ໄດ້​ກ່າວ​ຢູ່​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ ໃນ​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ຂະ​ນະ​ທີ່​ການ​ກໍ່​ການ​ຮ້າຍ​ຄື້ນ​ໃໝ່ ພວມ​ເກີດ​ຂຶ້ນ​ຢູ່​ໃນ​ປາ​ກິ​ສ​ຖານ ໂດຍ​ສະ​ເພາະ​ໃນບັນ​ດາ​ເມືອງ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດໃກ້​ກັບຊາຍ​ແດນ​ອັ​ຟກ​າ​ນິ​ສ​ຖານ ຊຶ່ງໄດ້​ສັງ​ຫານ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ພົນ​ລະ​ເຮືອນ​ຫຼາຍ​ຮ້ອຍ​ຄົນແລ້ວ.

ຄວາມ​ຮຸນ​ແຮງ​ສ່ວນ​ຫຼາຍ ​ແມ່ນ​ມີ​ການ​ຖິ້ມ​ໂທດ​ໃສ່ ຫຼື​ບໍ່​ກໍ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໂດຍ​ກຸ່ມກະ​ບົດນອກ​ກົດ​ໝາຍ ຕາ​ຣິກ-ອີ-ຕາ​ລີ​ບານ ປາ​ກິ​ສ​ຖານ ຫຼື TTP​ທີ່​ຮູ້​ກັນ​ໃນ​ນາມ​ກຸ່ມ​ຕາ​ລີ​ບານ​ປາ​ກິ​ສ​ຖານ. ພວກ​ຫົວ​ຮຸນ​ແຮງ​ ຊຶ່ງ​ຮວມ​ທັງ​ຄະ​ນະ​ນຳ​ພາ​ຂອງ​ກຸ່ມ TTP ​ໄດ້​ເຂົ້າ​ໄປ​ລີ້​ໄພ​ຢູ່​ອັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ໄດ້​ຫຼົບ​ໜີ​ການ​ປະ​ຕິ​ບັດ​ງານ​ຂອງ​ໜ່ວຍ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ປາ​ກິ​ສ​ຖານ ແລະ​ໄດ້​ທຳ​ການ​ກໍ່​ການ​ຮ້າຍ​ຈາກ​ປະ​ເທດ​ດັ່ງ​ກ່າວ.

ຄວາມ​ຮຸນ​ແຮງ​ທີ່​ວ່ານີ້ ໄດ້​ເຮັດ​ໃຫ້​ຄວາມ​ສຳ​ພັນ​ທີ່​ດີ​ກັບ​ກາ​ບູ​ລ​ເກີດ​ຄວາມ​ເຄັ່ງ​ຕຶງ​ແລະ​ພາ​ໃຫ້​ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ໄດ້​ຮຽກ​ຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃຫ້​ລັດ​ຖະ​ບານ​ຕາ​ລີ​ບານ​ຢຸດ​ເຊົາ​ພວກ​ຫົວ​ຮຸນ​ແຮງ TTP ຈາກ​ການ​ໃຊ້​ດິນ​ແດນ​ອັ​ຟ​ກາ​ນິ​ສ​ຖານວາງ​ແຜນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຂ້າມ​ຊາຍ​ແດນ.

ທ່ານ​ຄານ​ໄດ້​ຖິ້ມ​ໂທດ​ໃສ່​ລັດ​ຖະ​ບານ​ຊຸດ​ຕໍ່​ມາ ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊ​ບາ​ສ ຊາ​ຣິ​ຟທີ່​ໄດ້​ອອກ​ຖະ​ແຫຼງ​ການ “ທີ່​ເປັນ​ອັນ​ຕະ​ລາຍ​ຂາດ​ຄວາມ​ຮັບ​ຜິດ​ຊອບ” ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານແລະ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ໃນ ຄວາມ​ສຳ​ພັນ​ສອງ​ຝ່າຍ ແທນ​ທີ່​ຈະ​ຊອກ​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ໃນ​ການ​ປາບ​ປາມ​ໄພ​ຂົ່ມ​ຂູ່​ໃນ​ການ​ກໍ່​ການ​ຮ້າຍ​ຂອງ​ພວກ TTP.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ​ກ່າ​ວ​ວ່າ “ຖ້າ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ​ຢຸດ​ເຊົາ​ການ​ຮ່ວມ​ມື​ກັບ​ພວກ​ເຮົາ ຫຼື​ຖ້າທ່ານ​ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້​ແກ່​ຄວາມ​ສຳ​ພັນ​ກັບ​ພວກ​ເຂົາແລ້ວ ຫຼັງ​ຈາກນັ້ນ​ສົງ​ຄາມ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ໃນ​ປາ​ກິ​ສ​ຖານນີ້ ກໍ​ຈະ​ກາຍ​ເປັນ​ສົງ​ຄາມ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ ແລະ​ເຮັດ​ໃຫ້​ປະ​ເທດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ.”

ກຸ່ມ TTP ແມ່ນ​ຮູ້​ກັນ​ໃນ​ຖາ​ນະ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ຕ​າ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ໄດ້​ສະ​ໜອງ​ບ່ອນ​ຫຼົບ​ລີ້ ແລະ​ບ່ອນ​ເກັບ​ເກນ​ໃຫ້​ແກ່​ພວກ​ເຂົາ​ມາ​ໄດ້ 2 ທົດ​ສະ​ວັດ​ແລ້ວ ໃນ​ການ​ກໍ່​ກະ​ບົດ​ຕໍ່​ຕ້ານກອງ​ກຳ​ລັງ​ນາໆ​ຊາດ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ​ທີ່​ປະ​ສົບ​ຜົນ​ສຳ​ເລັດໃນ​ອັ​ຟ​ກາ​ນິ​ສ​ຖານ. ພວກ​ກະ​ບົດ​ອິ​ສ​ລາມ​ຈຸນີ້ ໄດ້​ເຂົ້າ​ຢຶດ​ອຳ​ນາດ​ເມື່ອ​ເດືອນ​ສິງ​ຫາ​ປີ 2021 ໃນ​ຂະ​ນະ​ທີ່​ກຳ​ລັງ​ທະ​ຫານ​ຕ່າງ​ປະ​ເທດ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ຖອນ​ອອກ​ໄປ​ຈາກ​ປະ​ເທດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG