ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດເຈົ້າໜ້າທີ່ຂອງ ເຮຕີ ກ່າວຫາລັດຖະບານວ່າ ຂາດຄວາມຕັ້ງໃຈ ໃນການຕິດຕາມຜູ້ຕ້ອງສົງໄສລອບສັງຫານ ທ່ານ ມວາເຊ


ວ່າການແທນນາຍົກລັດຖະມົນຕີ ທ່ານ ຄລອດ ໂຈເຊັຟ ຢືນຂຶ້ນກ່ອນກ່າວຄໍາປາໄສ ໃນລະຫວ່າງການແຕ່ງຕັ້ງ ທ່ານ ແອຣຽວ ເຮັນຣີ (Arial Hennry) ເປັນນາຍົກລັດຖະມົນຕີຄົນໃໝ່ ໃນນະຄອນຫຼວງ ປອກໂອແປຣັງ, ປະເທດເຮຕີ, ວັນທີ 20 2021.
ວ່າການແທນນາຍົກລັດຖະມົນຕີ ທ່ານ ຄລອດ ໂຈເຊັຟ ຢືນຂຶ້ນກ່ອນກ່າວຄໍາປາໄສ ໃນລະຫວ່າງການແຕ່ງຕັ້ງ ທ່ານ ແອຣຽວ ເຮັນຣີ (Arial Hennry) ເປັນນາຍົກລັດຖະມົນຕີຄົນໃໝ່ ໃນນະຄອນຫຼວງ ປອກໂອແປຣັງ, ປະເທດເຮຕີ, ວັນທີ 20 2021.

ອະດີດລັດຖະມົນຕີການຕ່າງປະເທດຂອງປະເທດ ເຮຕີ ທ່ານ ຄລອດ ໂຈເຊັຟ (Claude Joseph) ໄດ້ກ່າວຫາລັດຖະບານວ່າ “ຂາດຄວາມຕັ້ງໃຈທາງການເມືອງທີ່ຈະຈັບພວກທີ່ຮັບຜິດຊອບ” ຕໍ່ການສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ (Jovenel Moise).

ທ່ານ ໂຈເຊັຟ ໄດ້ທໍາການກ່າວຫາດັ່ງກ່າວໃນມື້ວັນອັງຄານວານນີ້ ເວລາໄດ້ເດີນທາງອອກຈາກສານຢູ່ໃນນະຄອນຫຼວງ ປອກໂອ ແປຣັງ, ເຊິ່ງຜູ້ພິພາກສາ ທ່ານ ແກຣີ ໂອເຣລຽນ (Garry Orelien) ໄດ້ເຊີນທ່ານມາເພື່ອຕອບຄໍາຖາມທີ່ເຊື່ອມໂຍງກັບການສັງຫານດັ່ງກ່າວ. ການເຂົ້າຮ່ວມໄດ້ມີຂຶ້ນແບບສັ້ນໆ, ຜູ້ພິພາກສາຄົນດັ່ງກ່າວເວົ້າວ່າ ລາວຍັງບໍ່ທັນພ້ອມທີ່ຈະຮັບຟັງການໃຫ້ການຂອງທ່ານ ໂຈເຊັຟ.

ທ່ານ ໂຈເຊັຟ ກ່າວກັບ VOA ວ່າ ທ່ານຈະຕອບຄໍາຖາມຕ່າງໆຂອງຜູ້ພິພາກສາທຸກເວລາ, ແລະ ກ່າວເພີ້ມອີກວ່າ ທ່ານ ໂອເຣລຽນ ຄວນເຊີນຜູ້ທີ່ກ່ຽວຂ້ອງໃນຂໍ້ຫາວາງແຜນການລອບສັງຫານນັ້ນມາຮ່ວມເຊັ່ນກັນ, ເຊິ່ງລວມເຖິງຜູ້ທີ່ຖືກລະບຸຊື່ຢູ່ໃນບົດຄວາມຂອງໜັງສືພິມ New York Times ປະຈໍາວັນທີ 12 ທັນວາ ທີ່ມີການເປີດເຜີຍຂໍ້ມູນໃໝ່ ກ່ຽວກັບຄະດີຂອງທ່ານ ມວາເຊ.

“ພວກເຮົາຫວັງວ່າ ນີ້ຈະເປັນການສືບສວນສອບສວນຢ່າງຈິງຈັງ,” ທ່ານ ໂຈເຊັຟ ກ່າວຕໍ່ VOA. “ແລະ ຖ້ານີ້ແມ່ນການສືບສວນສອບສວນທີ່ຈິງຈັງແລ້ວ, ພວກເຮົາຂໍແນະນໍາທ່ານຜູ້ພິພາກສາວ່າ ໃຫ້ຮຽກໂຕຜູ້ທີ່ກ່ຽວຂ້ອງທັງໝົດ ເຊິ່ງລວມເຖິງຜູ້ທີ່ມີລາຍຊື່ຢູ່ໃນໜັງສືພິມ New York Times ນັ້ນ.”

ອີງຕາມລາຍງານຂອງໜັງສືພິມ New York Times, ທ່ານ ມວາເຊ ອາດຈະຖືກສັງຫານຍ້ອນທ່ານໄດ້ຮວບຮວມລາຍຊື່ບັນດາເຈົ້າໜ້າທີ່ ແລະນັກທຸລະກິດທັງຫຼາຍ ທີ່ພົວພັນກັບການຄ້າຂາຍຢາເສບຕິດ ແລະອາວຸດທີ່ຜິດກົດໝາຍ. ໜັງສືພິມ New York Times ລາຍງານວ່າ ທ່ານ ມວາເຊ ມີແຜນທີ່ຈະນໍາບັນດາລາຍຊື່ເຫຼົ່ານັ້ນ ມາໃຫ້ກະຊວງປາບປາມຢາເສບຕິດແຫ່ງສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG