ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ນາຍົກ ມາເລເຊຍ ຖືກຈັບ ທ່າມກາງ ຂ່າວການສໍ້ລາດບັງຫຼວງ


ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາຊັກ, ກາງ, ລົມກັບສື່ມວນຊົນໃນເວລາທີ່ທ່ານເດີນທາງອອກຈາກຫ້ອງການຄະນະກຳມາທິການ ຕໍ່ຕ້ານການສໍ້ລາດບັງຫຼວງ (MACC), ເມືອງ ປູຕຣາຈາຢາ. 24 ພຶດສະພາ, 2018.
ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາຊັກ, ກາງ, ລົມກັບສື່ມວນຊົນໃນເວລາທີ່ທ່ານເດີນທາງອອກຈາກຫ້ອງການຄະນະກຳມາທິການ ຕໍ່ຕ້ານການສໍ້ລາດບັງຫຼວງ (MACC), ເມືອງ ປູຕຣາຈາຢາ. 24 ພຶດສະພາ, 2018.

ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາຊັກ ໄດ້ຖືກຈັບກຸມ ໃນການ
ເຊື່ອມໂຍງກັບຂ່າວນອງນັນຫຼາຍພັນລ້ານໂດລາ ກ່ຽວກັບກອງທຶນລັດຖະບານ, ບໍລິ
ສັດ 1MDB.

ແຫຼ່ງຂ່າວຕ່າງໆເວົ້າວ່າ ທ່ານ ນາຈິບ ໄດ້ຖືກຈັບກຸມຢູ່ບ້ານຂອງທ່ານໃນວັນອັງຄານ
ມື້ນີ້ ໂດຍບັນດາເຈົ້າໜ້າຈາກຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງຂອງ
ປະເທດ. ການຈັບກຸມທ່ານແມ່ນກ່ຽວຂ້ອງກັບການສອບສວນກຸ່ມ SRC
International, ເຊິ່ງແມ່ນອະດີດກຸ່ມ ຂອງບໍລິສັດ 1MDB ທີ່ມີບັນຫານັ້ນ.

ອະດີດນາຍົກລັດຖະມົນຕີມີກຳນົດຖືກຕັ້ງຂໍ້ກ່າວຫາຢ່າງເປັນທາງການໃນວັນພຸດ
ມື້ນີ້.

ທ່ານ ນາຈິບ ແມ່ນຜູ້ທີ່ຢູ່ໃນສູນກາງຂອງການສອບສວນ ໃນການກ່າວຫາຕ່າງໆ
ກ່ຽວກັບ ການສໍ້ໂກງເງິນຈາກບໍລິສັດ 1MDB ທີ່ທ່ານໄດ້ສ້າງຂຶ້ນໃນເວລາດຳລົງຕຳ
ແໜ່ງ. ກະຊວງຍຸຕິທຳ ສະຫະລັດ ກ່າວວ່າ ເງິນຈຳນວນທັງໝົດ 4 ພັນ 5 ຮ້ອຍລ້ານ
ໂດລາໄດ້ຖືກລັກອອກຈາກບໍລິສັດ 1MDB, ບາງສ່ວນຖືກກ່າວຫາວ່າ ໄດ້ໄປຢູ່ໃນ
ບັນຊີສ່ວນຕົວຂອງທ່ານ ນາຈິບ.

ຂ່າວນອງນັນດັ່ງກ່າວ ໄດ້ນຳໄປສູ່ການຜ່າຍແພ້ໃນການເລືອກຕັ້ງຢ່າງໜ້າຕົກໃຈ
ຂອງພັກພັນທະມິດແນວໂຮມແຫ່ງຊາດຂອງທ່ານ ນາຈິບ, ເຊິ່ງໄດ້ປົກຄອງປະເທດ
ມາເລເຊຍ ຢ່າງຕໍ່ເນື່ອງນັບຕັ້ງແຕ່ ປະກາດເອກະລາດ ໃນປີ 1957 ເປັນຕົ້ນມາ.

ນັບຕັ້ງແຕ່ໄດ້ຂັບໄລ່ທ່ານອອກຈາກອຳນາດນັ້ນ, ທ່ານ ນາຈິບ ໄດ້ຖືກຫ້າມ ບໍ່ໃຫ້ເດີນ
ທາງອອກຈາກ ມາເລເຊຍ ແລະ ຖືກສອບຖາມໂດຍອົງການຕໍ່ຕ້ານການສໍ້ລາດບັງ
ຫຼວງຂອງລັດຖະບານ ພ້ອມກັບພັນລະຍາຂອງທ່ານ, ທ່ານນາງ ຣອສມາ ມັນຊໍ.

ທ່ານ ນາຈິບ ໄດ້ປະຕິເສດການກ່າວຫາຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG