ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ນາ​ຍົກ ມາ​ເລ​ເຊຍ ຖືກ​ຂໍ້​ໃໝ່ 25 ຂໍ້ ຖານ​ສໍ້​ໂກງ ກອງ​ທຶນ ​ລັດ​ຖະ​ບານ


ອະ​ດີດ ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ​ນາ​ຈິບ ຣາ​ຊັກ (ຊ້າຍ) ຈັບ​ມື​ກັບ​ພວກ​ສະ​ໜັບ​ສະ​ໜຸນ ຂະ​ນະ​ທີ່​ທ່ານ ອອກ​ມາ ຈາກ​ສານ ໃນ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ. (ວັນ​ທີ 20 ກັນ​ຍາ 2018)
ອະ​ດີດ ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ທ່ານ​ນາ​ຈິບ ຣາ​ຊັກ (ຊ້າຍ) ຈັບ​ມື​ກັບ​ພວກ​ສະ​ໜັບ​ສະ​ໜຸນ ຂະ​ນະ​ທີ່​ທ່ານ ອອກ​ມາ ຈາກ​ສານ ໃນ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ. (ວັນ​ທີ 20 ກັນ​ຍາ 2018)

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ນາ​ຈິບ ຣາ​ຊັກ ພວມ​ປະ​ເຊີນ​ກັບ​ ຂໍ້ຫາ​ໃໝ່
20 ກວ່າ​ຂໍ້​ຫາທີ່​ພົວ​ພັນ​ກັບ​ຂ່າວນອງ​ນັນໃນ​ການ​ສໍ້​ໂກງ​ເງິນ​ໄປ​ຈາກກອງ​ທຶນ 1MDB
ຊຶ່ງ​ເຮັດ​ໃຫ້​ພັກ​ລັດ​ຖະ​ບານທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດຂອງ​ທ່ານໄດ້​ຮັບ​ການ​ປ​າ​ໄຊ​ຢ່າງ
​ບໍ່​ໜ້າ​ເຊື່ອ ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ.

ໄອ​ຍະ​ການ​ ໄດ້​ກ່າວ​ຫາ​ທ່ານ​ນາ​ຈິບ 4 ຂໍ້​ຫາ ໃນ​ການ​ສໍ້​ລາດ​ບັງ​ຫຼວງ ແລະ 21 ຂໍ້​ຫາ​
ໃນ​ການ​ຟອກ​ເງິນ ໃນ​ລະ​ຫວ່າງ​ການ​ໄປ​ປາ​ກົດ​ຕົວ​ຢູ່​ສານ ໃນ​ວັນ​ພະ​ຫັດ​ມື້ນີ້ ນຶ່ງມື້ຫຼັງ
​ຈາກ​ທ່ານ​ໄດ້​ຖືກ​ຈັບ ເປັນ​ເທື່ອ​ທີ 3 ທີ່​ພົວ​ພັນ​ກັບ​ຄະ​ດີ​ດັ່ງ​ກ່າວນີ້.

ທ່ານ​ໄດ້​ຖືກ​ກ່າວ​ຫາ​ວ່າ ຖອນ​ເງິນ 681 ລ້ານ​ໂດ​ລາ ຈາກກອງ​ທຶນ 1MDB ຂອງ​ລັດ
​ຖະ​ບານໄປ​ໃສ່​ບັນ​ຊີ​ສ່ວນ​ຕົວ​ຂອງ​ທ່ານ. ທ່ານ​ນາ​ຈິບ​ໄດ້​ປະ​ຕິ​ເສດ​ວ່າທ່ານ​ບໍ່​ມີ​ຄວາມ​
ຜິດ ຕໍ່​ຂໍ້​ຫາ​ໃໝ່​ທັງ​ໝົດ ໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຕໍ່ສານ​ໃນ​ວັນ​ພະ​ຫັດ​ມື້ນີ້.
ກ່ອນ​ໜ້ານີ້ ທ່ານ​ກ່າວ​ວ່າ ເງິນ​ເຫຼົ່າ​ນີ້​ແມ່ນ​ເປັນ​ເງິນ​ທີ່ບໍ​ລິ​ຈາກ​ໃຫ້​ໂດຍ​ຄອວ​ຄົວ​ຣາ​ຊະ
​ວົງ​ຊາ​ອຸ​ດີ ອາ​ຣາ​ເບຍ.

ທ່ານ​ນາ​ຈິບ ໃນ​ເວ​ລານີ້ ແມ່ນ​ປະ​ເຊີນ​ກັບຂໍ້​ຫາ​ທັງ​ໝົດ 32 ຂໍ້ ໃນ​ຂ່າວນອງ​ນັນກ່ຽວ​
ກັບ​ການ​ສໍ້​ໂກງ​ເງິນ. ຂໍ້​ກ່າວ​ຫາ​ກ່ອນ​ໜ້ານີ້ ແມ່ນ​ຮວມ​ທັງ ການ​ເຮັດ​ຄວາມ​ຜິດ​ ທາງ​
ອາຍາ​ ສໍ້​ລາດ​ບັງ​ຫຼວງ ແລະ​ຟອກ​ເງິນ ໂດຍ​ພົວ​ພັນ​ກັບ​ການ​ກ່າວ​ອ້າງທີ່​ວ່າ ທ່ານ​ໄດ້
​ໂອນ​ເງິນ​ປະ​ມານ 10 ລ້ານ​ໂດ​ລາ​ອອກ​ຈາກສາ​ຂາຂອງກອງ​ທຶນ 1MDB ໄປ​ໃສ່​ບັນ​
ຊີ​ທະ​ນາ​ຄານ​ສ່ວນ​ຕົວ​ຂອງ​ທ່ານ. ທ່ານ​ນາ​ຈິບກໍ​ບໍ່​ໄດ້​ຍອມຮັບ​ຜິດ​ຕໍ່​ຂໍ້​ຫາ​ຕ່າງໆກ່ອນ
​ໜ້ານີ້​ຂອງ​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG