ອະດີດປະທານາທິບໍດີ ຢູເຄຣນ ທ່ານ ເປໂຕຣ ໂປໂຣເຊັນໂກ ໃນວັນຈັນມື້ນີ້ໄດ້ກັບຄືນໄປສູ່ ຢູເຄຣນ ເພື່ອຂຶ້ນສານໃນຂໍ້ກ່າວຫາທໍລະຍົດຕໍ່ຊາດ ທີ່ທ່ານເຊື່ອວ່າຖືກຜັກດັນໂດຍການເມືອງ.
ຢູ່ສະໜາມບິນ ກີຢິບ, ບ່ອນທີ່ທ່ານໄດ້ເດີນທາງຮອດໃນຖ້ຽວບິນຈາກນນະຄອນຫຼວງ ວໍຊໍ ປະເທດ ໂປແລນ ໃນຕອນເຊົ້າວັນຈັນມື້ນີ້, ທ່ານ ໂປໂຣເຊັນໂກ ໄດ້ຖືກຕ້ອນຮັບໂດຍຜູ້ສະໜັບສະໜູນທີ່ຮ້ອງເຊຍຫຼາຍພັນຄົນ. ບາງຄົນໄດ້ຖືປ້າຍທີ່ອ່ານວ່າ “ພວກເຮົາຕ້ອງການປະຊາທິປະໄຕ” ແລະ “ຢຸດການປາບປາມ.”
ຈາກສະໜາມບິນດັ່ງກ່າວ, ທ່ານ ໂປໂຣເຊັນໂກ ແມ່ນຄາດວ່າຈະມຸ່ງໜ້າໂດຍກົງໄປສານ, ເຊິ່ງຈະຕັດສິນ ກ່ຽວກັບວ່າຈະສົ່ງທ່ານກັບໄປຄຸມຂັງໃນການລໍຖ້າສືບສວນສອບສວນ ແລະ ການດຳເນີນຄະດີຫຼືບໍ່.
ໄອຍະການທ່ານນຶ່ງໄດ້ກ່າວຫາວ່າ ທ່ານ ໂປໂຣເຊັນໂກ, ເຈົ້າຂອງບໍລິສັດ Roshen ເຊິ່ງແມ່ນເຄືອຂ່າຍບໍລິສັດຂາຍເຂົ້າໜົມຫວານ ແລະ ເປັນນັກທຸລະກິດທີ່ຮັ່ງມີທີ່ສຸດຂອງ ຢູເຄຣນນັ້ນ, ແມ່ນໄດ້ມີສ່ວນຮ່ວມໃນການຂາຍຖ່ານຫີນຈຳນວນຫຼວງຫຼາຍ ທີ່ໄດ້ຊ່ວຍເຫຼືອດ້ານການເງິນສຳລັບພວກແບ່ງແຍກດິນແດນທີ່ຖືກໜູນຫຼັງໂດຍ ຣັດເຊຍ ໃນພາກຕາເວັນອອກຂອງ ຢູເຄຣນ ໃນປີ 2014-15.
ຊັບສິນຂອງທ່ານ ໂປໂຣເຊັນໂກ ໄດ້ຖືກຍຶດດັ່ງກັບສ່ວນນຶ່ງຂອງການສືບສວນສອບສວນຂອງເຂົາເຈົ້າ ກ່ຽວກັບ ການກ່າວຫາທໍລະຍົດຊາດລະດັບສູງນັ້ນ. ອະດີດຜູ້ນຳຂອງ ຢູເຄຣນ ຈະປະເຊີນກັບການຂັງຄຸກ 15 ປີຖ້າຖືກຕັດສິນວ່າມີຄວາມຜິດ.
ທ່ານ ໂປໂຣເຊັນໂກ ໄດ້ຢືນຢັດວ່າທ່ານແມ່ນບໍລິສຸດ. ທ່ານໄດ້ກ່າວຫາຜູ້ສືບທອດຕຳແໜ່ງຂອງທ່ານ, ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ, ກ່ຽວກັບ ການພະຍາຍາມທີ່ຈະເຮັດໃຫ້ທ່ານເສຍຊື່ສຽງທາງການເມືອງ ເພື່ອຫັນຄວາມສົນໃຈໄປຈາກບັນຫາທີ່ມີຢ່າງແຜ່ກວ້າງຂອງ ຢູເຄຣນ, ລວມທັງບັນຫາດ້ານເສດຖະກິດ ແລະ ການຕາຍທີ່ເພີ່ມຂຶ້ນຍ້ອນ COVID-19.