ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດຜູ້ນໍາເຢຍຣະມັນ ທ່ານນາງ ເມີໂກລ ຈະໄດ້ຮັບກຽດຕິຍົດສູງທີ່ສຸດຂອງເຢຍຣະມັນ


ແຟ້ມຮູບ-ອະດີດນາຍົດລັດຖະມົນຕີຂອງເຢຍຣະມັນ ເຂົ້າຮ່ວມງານຢູ່ທີ່ Bellevue Palace ເຊິ່ງເປັນງານລ້ຽງຂອງລັດຖະບານໃນນະຄອນຫຼວງເບີລິນ, ປະເທດເຢຍຣະມັນ, ວັນທີ 29 ມີນາ 2023.
ແຟ້ມຮູບ-ອະດີດນາຍົດລັດຖະມົນຕີຂອງເຢຍຣະມັນ ເຂົ້າຮ່ວມງານຢູ່ທີ່ Bellevue Palace ເຊິ່ງເປັນງານລ້ຽງຂອງລັດຖະບານໃນນະຄອນຫຼວງເບີລິນ, ປະເທດເຢຍຣະມັນ, ວັນທີ 29 ມີນາ 2023.

ອະດີດນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານນາງແອັນເຈີລາ ເມີໂກລ (Angela Merkel) ຈ​ະໄດ້ຮັບການປະດັບດ້ວຍຫຼຽນກຽດຕິຍົດທີ່ສູງທີ່​ສຸດເທົ່າ​ທີ່​ເປັນ​ໄປ​ໄດ້ຂອງເຢຍຣະມັນ ໃນ​ການ​ສະ​ແດ​ງ​ຄວາມ​ຂອບ​ໃຈ ກ່ຽວກັບການດໍາລົງຕໍາແໜ່ງເປັນເວລາເກືອບ 16 ປີ ເກືອບ​ເປັນ​ສະ​ຖິ​ຕິຂອງປະເທດຂອງ​ທ່ານ​ນາງ, ອີງຕາມລາຍງານຂອງອົງການຂ່າວ AP.

ປະທານາທິບໍດີຂອງເຢຍຣະມັນ, ໃນວັນຈັນມື້ນີ້ ມີແຜນທີ່ຈະມອບລາງວັນນີ້ໃຫ້ ເນື່ອງ​ໃນຄຸນຄວາມດີທີ່ປະສົບຜົນສໍາເລັດເປັນພິເສດ ໃນໄລຍະການດໍາລົງຕໍາ ແໜ່ງເປັນເວລາຍາວນານ 4 ສະໄໝຂອງທ່ານນາງ, ຜູ້​ທີ່ຈະກາຍມາເປັນ ອະດີດຜູ້ນໍາຄົນທີສາມເທົ່າ​ນັ້ນ ທີ່ໄດ້ຮັບລາງວັນພິເສດດັ່ງກ່າວນີ້.

ທ່ານນາງ ເມີໂກລ ເປັນຜູ້ນໍາເຢຍຣະມັນຄົນທໍາອິດທີ່ເປັນແມ່ຍິງ, ທ່ານນາງໄດ້ ລົງຈາກຕໍາແໜ່ງການເປັນນາຍົກໃນເດືອນທັນວາ ປີ 2021 ດ້ວຍປະຫວັດທີ່ດີ ເລີດ ໃນການນໍາພາລະບົບເສດຖະກິດທີ່ໃຫຍ່ທີ່ສຸດຂອງຢູໂຣບ ຜ່ານຜ່າວິກິດ ການຕ່າງໆມາໄດ້.

ມູນ​ເຊື້ອຂອງທ່ານນາງ ໄດ້ດຶງດູດການສຳຫຼວດທີ່​ສຳ​ຄັນ​ຍິ່ງ​ຂຶ້ນນັບຕັ້ງແຕ່ ການອອກຈາກຕໍາແໜ່ງຂອງທ່ານນາງ, ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຍ້ອນການ ຮຸກຮານ ຢູເຄຣນ ແບບເຕັມອັດຕາຂອງ ຣັດເຊຍ.

Former Chancellor Angela Merkel is to be decorated with Germany’s highest possible honor in recognition of her near-record 16 years at the helm of the country. Germany's president on Monday plans to bestow Grand Cross of the Order of Merit for special achievement on the four-term chancellor, who will become only the third ex-leader to receive that level of distinction. Merkel was the first woman to lead Germany. She stepped down in December 2021 with a well-regarded record of leading Europe’s biggest economy through a series of crises. Her legacy has attracted increasingly critical scrutiny since her departure, largely because of Russia’s full-scale invasion of Ukraine.

XS
SM
MD
LG