ຂະນະທີ່ເດີນທາງໄປນະຄອນປາຣີ ໃນວັນສຸກເລ້ວນີ້ ເພື່ອເຂົ້າຮ່ວມພິທີລະນຶກເຖິງວັນ
ຄົບຮອບ 100 ປີ ໃນການສິ້ນສຸດລົງຂອງສົງຄາມໂລກຄັ້ງທີ I ປະທານາທິບໍດີສະຫະລັດ
ໄດ້ສົ່ງຂໍ້ຄວາມຜ່ານທາງທວີດເຕີ ຕາມຕາມປົກກະຕິ ດັ່ງທີ່ເຄີຍເຮັດເປັນປະຈຳຢູ່ໃນທຳ
ນຽບຂາວ ແຕ່ວ່າ ກໍໄດ້ສົ່ງແຮງສັ່ນສະເທືອນໄປຫາກະດູກສັນຫລັງຂອງບັນດາເຈົ້າໜ້າ
ທີ່ສືບລັບ ແລະຮັກສາຄວາມສະຫງົບບາງຄົນຂອງປະເທດ.
ທ່ານປະນາທາທິບໍດີຂຽນວ່າ "ເຈົ້າຢາກເວົ້າວ່າ ເຂົາເຈົ້າຫາຮູ້ເລື້ອງບັດຄະແນນສຽງທີ່
ປ່ອນໃນລັດຟລໍຣິດາ ແລະລັດຈໍເຈຍດຽວນີ້ ຊັ້ນບໍ ແຕ່ວ່າ ການເລືອກຕັ້ງແມ່ນມີຂຶ້ນໃນ
ວັນອັງຄານແລ້ວນີ້ພຸ້ນ.” ທ່ານຂຽນເພີ້ມອີກວ່າ "ມະ ມາພາກັນຖິ້ມໂທດໃສ່ຣັດເຊຍ
ແລະຮຽກຮ້ອງໃຫ້ປະທານາທິບໍດີປູຕິນ ຂໍໂທດຕໍ່ເຫດການນັ້ນ ເທາະ!"
ໃນເວລາບໍ່ຮອດນຶ່ງຊົ່ວໂມງຕໍ່ມາ ທ່ານກໍຂຽນລົງໃນທວີດເຕີອີກວ່າ
"ໃນເວລາໃດ ທີ່ພວກພັກເດໂມແຄຣັດ ສົ່ງທະນາຍຄວາມ ທີ່ຂີ້ລັກຄະແນນໃນການເລືອກ
ຕັ້ງເກັ່ງທີ່ສຸດໄປຍັງເຂດຄາວຕີ ບຣາວເວີດແລ້ວ ພວກເຂົາເຈົ້າ ກໍພາກັນເລີ້ມຊອກຫາ
ບັດຄະແນນສຽງທີ່ປ່ອນເອົາຄົນໃນພັກດີໂທແຄຣັດ ຢ່າງໜ້າອັດສະຈັນ. ບໍ່ຕ້ອງເປັນ
ຫ່ວງດອກ ຟລໍຣິດາ - ຂ້າພະເຈົ້າກຳລັງສົ່ງພວກທະນາຍຄວາມທີ່ເກັ່ງກວ່ານັ້ນຫລາຍ
ເພື່ອໄປເຜີຍໂສມໜ້າຂອງການໂກງຄະແນນສຽງນັ້ນ!"
ບໍ່ພຽງແຕ່ເທົ່ານັ້ນ, ຂໍ້ຄວາມທີ່ຂຽນລົງທາງທວີດເຕີ ກໍສົ່ງມາຕາມຫລັງອີກໃນເວລາບໍ່ດົນ
ໂດຍທີ່ນຶ່ງໃນນັ້ນ ຕັ້ງຂໍ້ສົງໄສກ່ຽວກັບບັດທີ່ປ່ອນຢູ່ລັດອາຣີໂຊນາ.
ສຳລັບບາງຄົນແລ້ວ, ລວມທັງພວກທີ່ຢູ່ໃນທຳນຽບຂາວ ການຂຽນຂໍ້ຄວາມລົງໃນທວີດເຕີ
ບໍ່ມີຫຍັງຫລາຍ ນອກເໜືອໄປຈາກ ຄວາມບໍ່ພໍໃຈຂອງທ່ານທຣຳກ່ຽວກັບວິທີການທີ່ພວກ
ເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງຢູ່ໃນລັດຟລໍຣິດາ, ລັດຈໍເຈຍ ແລະບ່ອນອື່ນໆ ອີກ
ໃນການນັບບັດຄະແນນສຽງພ້ອມທັງຄວາມມັກຂອງທ່ານເປັນພິເສດໃນການຮ້ອງຄູ່ແຂ່ງ
ທີ່ທ່ານເຊື່ອວ່າ ໄດ້ດັດປັບລະບົບດັ່ງກ່າວ ແບບບໍ່ເປັນທຳ.
ແລະໃນຂະນະທີ່ພວກເຈົ້າໜ້າທີ່ເລືອກຕັ້ງ ເຊັ່ນໃນລັດຟລໍຣິດາ ໄດ້ປະຕິເສດຕໍ່ການກ່າວ
ຫາ ຂອງປະທານາທິບໍດີວ່າ ທຳການໂກງຄະແນນນັ້ນ ສຳລັບຄົນທີ່ມີຈຳນວນນັບມື້ນັບ
ເພີ້ມຂຶ້ນຢູ່ໃນປະຊາຄົມສືບລັບແລ້ວ ແມ່ນເຫັນວ່າບັນຫາແມ່ນ ຕ່າງຈາກນັ້ນ ບາງເທື່ອ
ອາດຈະໜ້າເປັນຫ່ວງຫລາຍກວ່ານັ້ນ ອີກ. ພວກເຂົາເຈົ້າເປັນຫ່ວງວ່າ ການຂຽນຂໍ້
ຄວາມລົງໃນທວີດເຕີ ໄດ້ຕົກໄປຖືກກັບສູດຫລິ້ນເກມ ການແຊກແຊງເຂົ້າໃນການ
ເລືອກຕັ້ງຂອງຣັດເຊຍເອງຫລາຍ. ທີ່ຈິງແລ້ວ ສື່ສັງຄົມອອນລາຍຂອງຣັດເຊຍ ໄດ້ໂດດ
ເຂົ້າມາຫຍຸ້ງກ່ຽວ ໃນການໂຕແຍ້ງກັນ ກ່ຽວກັບການເລືອກຕັ້ງ ຢູ່ໃນສອງລັດທີ່ກຳລັງ
ທຳການນັບບັດຄະແນນ ຄືນນັ້ນແລ້ວ.