ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ນຳ ຂອງຮົງກົງ ຖືກຕັດສິນ ລົງໂທດ ໃນຂໍ້ຫາ ສໍ້ລາດບັງຫຼວງ

ທ່ານ Donald Tsang, ກາງ, ອະດີດຜູ້ນຳຂອງຮົງກົງ, ກຳລັງຖືກນຳໂຕ ຂຶ້ນລົດເມຂອງຄຸກ ໃນເວລາອອກມາຈາກສານສູງ ຫຼັງຈາກທີ່ໄດ້ຮັບຟັງ ການຕັດສິນລົງໂທດ ແລະ ການດຳເນີນຄະດີ ທີ່ພົບເຫັນວ່າ ທ່ານມີຄວາມຜິດ ເມື່ອສັບປະດາແລ້ວນີ້ ສຳລັບການປະພຶດຜິດ ຕໍ່ບົດບາດໜ້າທີ່, ໃນຮົງກົງ, ວັນທີ 20 ກຸມພາ 2017.

ສານແຫ່ງນຶ່ງໃນຮົງກົງ ໄດ້ຕັດສິນລົງໂທດ ທ່ານ Donald Tsang ອະດີດຫົວໜ້າ
ບໍລິຫານຮົງ​ກົງ ຊຶ່ງ​ເປັນດິນ​ແດນ​ສ່ວນ​ນຶ່ງຂອງຈີນ ໃຫ້ຈຳຄຸກ 20 ເດືອນ ໃນຂໍ້ຫາ
ການປະພຶດຜິດ.

ທ່ານ Tsang ອາຍຸ 72 ປີ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ​ໃນ​ສັບປະດາ​ແລ້ວນີ້
ໃນຖານບໍ່ໄດ້ເປີດເຜີຍການເຈລະຈາ ເພື່ອເຊົ່າຫ້ອງແຖວຫລູຫລາແຫ່ງນຶ່ງ ຈາກ
ນັກລົງທຶນທີ່ສຳຄັນຄົນນຶ່ງ ທີ່ໄດ້ລົງທຶນໃນບໍລິສັດໂທລະຄົມ ທີ່ກຳລັງຂໍໃບອະນຸຍາດ
ເພື່ອກະຈາຍສຽງ ດ້ວຍລະບົບດິດຈິໂຕ ຈາກລັດຖະບານ.

ນາງ Selina Tsang, ກາງ, ພັນລະຍາ ອະດີດຜູ້ນຳຮົງກົງ ທ່ານ Donald Tsang, ຄຽງຂ້າງໄປດ້ວຍ ລູກຊາຍສອງຄົນ ທ້າວ Simon Tsang Hing-yin, ເບື້ອງຊ້າຍ, ແລະທ້າວ Thomas Tsang Hing-shun ເບື້ອງຂວາ, ພາກັນຍ່າງອອກມາຈາກສານສູງ ໃນ ຮົງກົງ, ວັນທີ 22 ກຸມພາ 2017.

ຜູ້ພິພາກສາສານສູງ ທ່ານ Andrew Chan ໄດ້ກ່າວ ໃນເວລາອອກ​ຄຳ​ຕັດສິນ ຕໍ່
ການລົງໂທດ ໃນວັນພຸດມື້ນີ້ ວ່າ “ໃນວຽກງານ ຕຸລາການ ຂອງຂ້າພະເຈົ້າ ບໍ່ເຄີຍ ເຫັນຊາຍຄົນນຶ່ງ ທີ່ຕົກຈາກຕຳແໜ່ງອັນສູງສົ່ງ ນີ້ເລີຍ.”

ການລົງໂທດນີ້ ໄດ້ສ້າງ​ຄວາມ​ມົວ​ໝອງ ​ໃຫ້ແກ່ອາຊີບຂອງການຮັບ​ໜ້າ​ທີ່ ​ໃນ
ລາຊະການ ທີ່ໂດດເດັ່ນອັນຍາວນານຂອງທ່ານ Tsang ຜູ້ທີ່ໄດ້ນຳພາຮົງກົງ ມາ
​ແຕ່ປີ 2005 ຫາ 2012. ທ່ານເປັນເຈົ້າໜ້າທີ່ຂັ້ນສູງສຸດ ທີ່ໄດ້ຖືກຕັດສິນວ່າ ມີ
​ຄວາມຜິດໃນຄະດີອາຍາ ​ໃນປະຫວັດສາດຮົງກົງ. ທ່ານຈະປະເຊີນໜ້າກັບ ການພິຈາລະນາຄະດີຄືນອີກ​ ໃນ​ຄະດີ​ນຶ່ງຕ່າງຫາກ ໃນເດືອນກັນຍາຈະ​ມາ​ເຖິງ​ນີ້
​ໃນຖານຮັບສິນບົນ ຊຶ່ງຄະນະຕຸລາການ ບໍ່ສາມາດບັນລຸຂໍ້ຕົກລົງ​ເຫັນ​ພ້ອມ ​ຢ່າງ
​ເປັນເອກະສັນ ໃນຄະດີນີ້.

ຮົງກົງ ຊຶ່ງມີຊື່ສຽງກ່ຽວ​ກັບການປົກຄອງທີ່ສະອາດ ໄດ້ຖືກສັ່ນຄອນຍ້ອນຄະດີ
ການສໍ້ລາດບັງຫລວງ ຫຼາຍຄະດີຕິດຕໍ່ກັນ ໃນ​ໄລຍະຫຼາຍປີທີ່ຜ່ານມາ.

Hong Kong Corruption
please wait
Embed

No media source currently available

0:00 0:01:05 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG