ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຜູ້ນຳ ຮົງກົງ ຖືກກ່າວໂທດ ຂໍ້ຫາ ສໍ້ລາດບັງຫຼວງ


ທ່ານ Donald Tsang, ກາງ, ອະດີດ ຜູ້ນຳ ຮົງກົງ ແລະ ພັນລະຍາຂອງທ່ານ ເດີນທາງຮອດ ສານໃນ ຮົງກົງ. 5 ຕຸລາ, 2015.
ທ່ານ Donald Tsang, ກາງ, ອະດີດ ຜູ້ນຳ ຮົງກົງ ແລະ ພັນລະຍາຂອງທ່ານ ເດີນທາງຮອດ ສານໃນ ຮົງກົງ. 5 ຕຸລາ, 2015.

ອະດີດ​ຜູ້​ບໍລິຫານ​ລະດັບ​ສູງ ຂອງ ຮົງ​ກົງ ທ່ານ Donald Tsang ​ໄດ້​ຖືກ​ກ່າວ​ໂທດ​ດ້ວຍ​ສອງ​ຂໍ້​ຫາ​ກ່ຽວ​ກັບ​ພຶດຕິ​ກຳ​ທີ່​ບໍ່​ເໝາະສົມ ທາງ​ລັດຖະການ, ​ເຊິ່ງທ່ານ​ໄດ້ກາຍ​ເປັນ​ເຈົ້າ​ໜ້າ​ທີ່​ລັດ​ຖະບານ​ທີ່​ມີ​ຕຳ​ແໜ່ງສູງ​ທີ່​ສຸດ​ຂອງດິນ​ແດ​ນດັ່ງກ່າວ ທີ່​ປະເຊີນ​ໜ້າ​ກັບ​ກະ​ທູ້ການ​ສໍ້​ລາດ​ບັງ​ຫຼວງ.

ຄະນະ​ກຳມາທິການ​ອິດສະຫຼະ ຕໍ່​ຕ້ານ ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້ເປີດ​ເຜີຍ​ຖະ​ແຫຼ​ງການ​ໃນ​ວັນ​ຈັນ​ມື້​ນີ້ ລະບຸ​ເຖິງ​ຂໍ້​ມູນ​ກ່ຽວ​ກັບ​ຂໍ້ກ່າວໂທດຕໍ່​ທ່ານ Tsang ທີ່​ມີ​ອາຍຸ 70 ປີ, ​ເ​ຊິ່ງເຄີຍ​ເປັນ​ຜູ້ນຳ​ຂອງ ຮົງ​ກົງ​ ຈາກປີ 2005 ຫາ 2012. ທ່ານ​ໄດ້​ຖືກ​ກ່າວ​ຫາ​ວ່າ​ບໍ່ເປີດ​ເຜີຍເຖິງການ​ເຊົ່າ​ຫ້ອງ​ພັກ​ທີ່​ຫຼູຫຼາ​ໃນ​ເມືອງ Shenzhen ປະ​ເທດ​ ຈີນ ຈາກ​ນັກ​ລົງທຶນ​ຄົນ​ໜຶ່ງ ​ທີ່​ຢາກໄດ້ລາຍ​ເຊັນ​ຈາກ​ລັດ​ຖະບານ. ຄະນະ​ກຳ​ມະ​ທິການ​ກໍ​ຍັງ​ໄດ້​ກ່າວ​ໂທດທ່ານ Tsang ​ວ່າ​ບໍ່​ເປີດ​ເຜີຍ​ໃຫ້​ຊາບ ​ວ່າ​ທ່ານ​ໄດ້​ສະ​ເໜີ​ລາງວັນ​ ໃຫ້​ລັດຖະບານ ສຳລັບ​ນັກ​ອອກ​ແບບ​ທີ່​ທ່ານ​ໄດ້​ຈ້າງ​ເພື່ອຕົກ​ແຕ່ງ​ໃໝ່​ຫ້ອງ​ເຊົ່າ​ດັ່ງກ່າວ.

ທ່ານ Tsang ​ໄດ້​ຖືກ​ປະກັນ​ໂຕ​ຫຼັງ​ຈາກ​ໄດ້​ປະກົດ​ຕົວ​ຕໍ່ຕຸລາການສານ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຂໍ້​ກ່າວ​ຫາດັ່ງກ່າວ. ​ທ່ານ​ໄດ້​ປະກາດ​ຄວາມ​ບໍລິ​ສຸດ​ໃນ​ການ​ລາຍ​ງານ​ຕໍ່​ໜັງສື​ພິມ South China Morning Post, ໂດຍກ່າວວ່າຄວາມບໍລິສຸດຂອງ ທ່ານແມ່ນ ຊັດເຈນ. ທ່ານໄດ້ຂຽນວ່າ “ຂ້າພະເຈົ້າໝັ້ນໃຈຫຼາຍວ່າສານຈະໃຫ້ ອະໄພແດ່ຂ້າ ພະເຈົ້າຫຼັງຈາກການປະຕິບັດຕາມກົດໝາຍຂອງ ພວກເພິ່ນ.”

ຄະດີດັ່ງກ່າວແມ່ນໜຶ່ງໃນຫຼາຍຄະດີ ໃນສອງສາມປີຜ່ານມາ ເຊິ່ງໄດ້ເພີ່ມຄວາມເປັນຫ່ວງ ໃນດິນແດນກ່ຽວກັບສາຍພົວພັນອັນໃກ້ຊິດ ລະຫວ່າງເຈົ້າໜ້າທີ່ລັດຖະບານ ແລະ ນັກທຸ ລະກິດທີ່ລ້ຳລວຍ. ອະດີດ ເຈົ້າໜ້າທີ່ລັດຖະບານ ທ່ານ Rafael Hui ໄດ້ຖືກຕັດສິນຈຳຄຸກ ເຈັດປີເຄິ່ງ ເມື່ອເດືອນທັນວາທີ່ຜ່ານມາ ສຳລັບການຮັບເງິນສິນບົນ ຈາກນັກພັດທະນາ ຮົງກົງ ທີ່ມີອິດທິພົນສູງ.

Hong Kong Corruption
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG