ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ອາເຈັນຕິນາ ຖືກດຳເນີນຄະດີ ເຫດວາງລະເບີດ ໃນປີ 1994


ພາບຂອງຜົນກະທົບ ຂອງການວາງລະເບີດເມື່ອວັນທີ 18 ກໍລະກົດ 1994 ທີ່ມີ ບັນດາພະນັກງານດັບເພີງ ແລະ ພະນັກງານກູ້ໄພ ຊອກຫາຜູ້ລອດຊີວິດ ຢູ່ພາຍໃຕ້ ຊາກຫັກພັງ ຂອງອາຄານ ສູນກາງ​ຊຸມ​ຊົນ ສະມາຄົມຮ່ວມ​ມື ​ຊາວ​ອາ​ເຈັນ​ຕີ​ນາ​ເຊື້ອສາ​ຍຢິວ ຫຼື AIMA ຫຼັງຈາກລົດບັນຈຸລະເບີດ ໄດ້ແຕກຂຶ້ນ ຢູ່ກາງນະຄອນຫຼວງ Buenos Aires, ປະເທດ ອາເຈັນຕິນາ.
ພາບຂອງຜົນກະທົບ ຂອງການວາງລະເບີດເມື່ອວັນທີ 18 ກໍລະກົດ 1994 ທີ່ມີ ບັນດາພະນັກງານດັບເພີງ ແລະ ພະນັກງານກູ້ໄພ ຊອກຫາຜູ້ລອດຊີວິດ ຢູ່ພາຍໃຕ້ ຊາກຫັກພັງ ຂອງອາຄານ ສູນກາງ​ຊຸມ​ຊົນ ສະມາຄົມຮ່ວມ​ມື ​ຊາວ​ອາ​ເຈັນ​ຕີ​ນາ​ເຊື້ອສາ​ຍຢິວ ຫຼື AIMA ຫຼັງຈາກລົດບັນຈຸລະເບີດ ໄດ້ແຕກຂຶ້ນ ຢູ່ກາງນະຄອນຫຼວງ Buenos Aires, ປະເທດ ອາເຈັນຕິນາ.

ອະດີດ​ປະທານາທິບໍດີ ອາ​ເຈັນ​ຕິ​ນາ ທ່ານ Carlos Menem ​
ແລະ ຄົນ​ອື່ນໆອີກ 12 ຄົນ ກຳລັງ​ຖືກດຳ​ເນີນ​ຄະດີ ​ໃນ​ວັນ​
ພະຫັດ​ມື້​ນີ້ ​ໃນຂໍ້ກ່າວຫາ ສົມຮູ້​ຮ່ວມ​ຄິດວາງ​ແຜນ​ ເພື່ອ​ເຮັດ​ໃຫ້
ການ​ສືບສວນ​ສອບ​ ກ່ຽວກັບການວາງ​ລະ​ເບີດໃສ່ ສູນກາງ​ຊຸມ​ຊົນ
​ຊາວຢິວ ​ທີ່​ເຮັດໃຫ້​ມີຜູ້ເສຍ​ຊີວິດ ຈຳນວນນຶ່ງ ເມື່ອ​ປີ 1994 ນັ້ນ
ປະສົບກັບຄວາມຫຼົ້ມ​ແຫຼວ.

​ບັນດາໄອ​ຍະ​ການ ກ່າວ​ຫາ​ ທ່ານ Menem ​ແລະ ພວກ​ຈຳ​ເລີຍ​
ຮ່ວມ​ໃນ​ຄະດີ ທີ່ລວມທັງ ອະດີດ​ຫົວໜ້າ​ໜວຍສືບ​ລັບ ​ແລະ
ອະດີດ ຜູ້​ພິພາກສາ ລັດຖະບານ​ກາງຂອງ​ທ່ານ ວ່າ ​ພວກ​ກ່ຽວ
ພະຍາຍາມ ບັງ ຄັບ​ບັນດາ​ໄອ​ຍະ​ການ ບໍ່​ໃຫ້​ເຊື່ອມ​ໂຍງ ​ການ
ວາງ​ລະ​ເບີດ​ ​ໃສ່ອາຄານ ສະມາຄົມຮ່ວມ​ມື ​ຊາວ​ອາ​ເຈັນ​ຕີ​ນາ​ເຊື້ອສາ​ຍຢິວ ຫຼື AIMA ​ໃສ່​ກັບ​
ນາຍ Alberto Kanoore Edul ທີ່​ເກີດ​ຢູ່​ປະ​ເທດ​ຊີ​ເຣຍ ຜູ້​ທີ່​ສົ່ງ​ໄສ​ວ່າ ມີ​ສ່ວນ​ຮ່ວມ​ໃນ​
ການ​ໂຈມ​ຕີນັ້ນ.

ທ່ານ Menem ອາຍຸ 85 ປີ ຜູ້​ທີ່​ໄດ້ເຂົ້າຮັບ​ຕຳ​ແໜ່​ງ ​ປະທານາທິບໍດີ ອາ​ເຈັນ​ຕິ​ນາ ໃນ​ປີ 1989 ​ແລະ ດຳລົງ​ຕຳ​ແໜ່​ງມາໄດ້ໜຶ່ງ​ທົດ​ສະ​ວັດ​ນັ້ນ ​ແມ່ນ ສືບ​ເຊື້ອສາຍ​ມາຈາກ​ຊີ​ເຣຍ. ​ປັດຈຸບັນ​ນີ້ ທ່ານ Menem ດຳລົງ​ຕຳ​ແໜ່​ງ​ເປັນ​ສະມາຊິກ​ສະພາ​ສູງ​ຂອງ​ອາ​ເຈັນ​ຕິ​ນາ ໄດ້​ປະຕິ​ເສດ ຕໍ່​ຂໍ້
​ກ່າວ​ຫາ​ຕ່າງໆ.

ບໍ່​ມີ​ຜູ້​ໃດ​ເລີຍ ຖືກ​ຈັບ​ກຸມ ຫຼື ຖືກ​ດຳ​ເນີນ​ຄະດີ ໃນ​ການ​ໂຈມ​ ດັ່ງກ່າວ ທີ່​ນະຄອນຫຼວງ ​Buenos Aires ເມື່ອ​ວັນ​ທີ 18 ກໍລະກົດ 1994 ​ທີ່​ໄດ້​ເຮັດ​ໃຫ້ 85 ຄົນ​ເສຍ​ຊີວິດ ເມື່ອ​ລົດ​ກະບະ​ຄັນ​ໜຶ່ງທີ່​ບັນຈຸ​ລະ​ເບີດ​ແຕກ​ຂຶ້ນ ​ແລະ ສົ່ງ​ຜົນໃຫ້​ອາຄານ AIMA ພັງ​ທະລາ​ຍລົງ.

Argentina Bombing
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG