ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອະ​ດ​ີດ ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ເດີນ​ທາງ​ໄປຍັງ ປະ​ເທດ​ເມັກ​ຊິ​ໂກ ເພື່ອ​ຂໍ​ລີ້​ໄພ ຫຼັງ​ຈາກ ລາ​ອອກ​ຈາກ​ຕຳ​ແໜ່ງ


ພາບນີ້ ໄດ້​ຖືກ​ເປີດ​ເຜີຍ​ໂດຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ຕ່າງ​ປະ​ເທດ ທ່ານ ມາ​ແຊ​ໂລ ເອີ​ແບ​ຣດ (Marcelo Ebrard) ທີ່​ສະ​ແດງ​ໃຫ້​ເຫັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ​ທ່ານ​ອີ​ໂວ ໂມ​ຣາ​ແລ​ສ ຖື​ທຸງ​ຊາດເມັກ​ຊິ​ໂກ ຢູ່​ເທິງ​ເຮືອ​ບິນກອງ​ທັບ​​ອາ​ກາດ​ຂອງ​ເມັກ​ຊິ​ໂກ, ວັນ​ທີ 11 ພະ​ຈິກ 2019.
ພາບນີ້ ໄດ້​ຖືກ​ເປີດ​ເຜີຍ​ໂດຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ຕ່າງ​ປະ​ເທດ ທ່ານ ມາ​ແຊ​ໂລ ເອີ​ແບ​ຣດ (Marcelo Ebrard) ທີ່​ສະ​ແດງ​ໃຫ້​ເຫັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ​ທ່ານ​ອີ​ໂວ ໂມ​ຣາ​ແລ​ສ ຖື​ທຸງ​ຊາດເມັກ​ຊິ​ໂກ ຢູ່​ເທິງ​ເຮືອ​ບິນກອງ​ທັບ​​ອາ​ກາດ​ຂອງ​ເມັກ​ຊິ​ໂກ, ວັນ​ທີ 11 ພະ​ຈິກ 2019.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂບ​ລີ​ເວຍ ທ່ານ​ອີ​ໂວ ໂມ​ຣາ​ເລ​ສ ແມ່ນ​ຢູ່​ໃນ​ຖ້ຽວ​ບິນ ​ທີ່​ບິນໄປ​ຍັງ​ປະ​ເທດ​ເມັກ​ຊິ​ໂກ ບ່ອນ​ທີ່​ຜູ້​ກ່ຽວ ໄດ້​ຮັບອະ​ນຸ​ຍາດ​ໃຫ້​ລີ້​ໄພ​ໄດ້.

ລັດ​ຖະ​ມົນ​ຕີ​ວ່າ​ການ​ຕ່າງ​ປະ​ເທດ ທ່ານ​ມາ​ແຊ​ໂລ ເອີ​ຣ​ແບ​ຣດ ໄດ້​ນຳ​ເອົາ​ພາບ​ຖ່າຍ​ຂອງ​ທ່ານ​ໂມ​ຣາ​ເລນ ຢູ່​ເທິງ​ເຮືອ​ບິນກອງ​ທັບ​ອາ​ກາດ​ຂອງ​ເມັກ​ຊິ​ໂກ ລົງ​ໃນ​ທວີດ​ເຕີ້ ທີ່​ສະ​ແດງ​ໃຫ້​ເຫັນ ທຸງ​ຊາດ​ຂອງ​ເມັກ​ຊິກ​ໂກ​ພາດຢູ່​ເທິງ​ໜ້າ​ຕັກ​ຂອງ​ທ່ານ​ໂມ​ຣາ​ເລ​ສ​ ຢູ່ ໃນ​ຂະ​ນະ​ທີ່​ເຮືອ​ບິນ​ ບິນ​ອອກ​ຈາກ​ນະ​ຄອນ ລາ ປາ​ຊ ໃນ​ຄືນ​ວັນ​ຈັນ​ວານນີ້. ທ່ານ​ເອີ​ຣ​ແບ​ຣດ ໄດ້​ຂຽນ​ລົງ​ທວີ​ດ​ເຕີ້​ວ່າ “ຊີ​ວິດ ແລະຄວາມ​ຊື່​ສັດ​ຂອງ​ທ່ານ ປອດ​ໄພ​.”

ທ່ານ​ໂມ​ຣາ​ແລ​ສ ໄດ້​ຂໍ​ລີ້​ໄພ ຢູ່​ໃນ​ເມັກ​ຊິ​ໂກ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່ ທ່ານ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ຢ່າງ​ກະ​ທັນ​ຫັນ ໃນ​ວັນ​ອາ​ທິດ​ຜ່ານ​ມານີ້ ທ່າມ​ກາງ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ ທີ່ໄດ້​ເກີດ​ຂຶ້ນ ຕະຫຼອດ​ໄລ​ຍະ​ນຶ່ງ​ເດືອນ​ຜ່ານ​ມາ ຍ້ອນ​ບັນ​ຫາ​ຂັດ​ແຍ້ງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ ດ້ວຍ​ການ​ປະ​ກາດ​ໃຫ້​ທ່ານ​ເປັນ​ຜູ້​ຊະ​ນະ​ເລີດ ຫຼັງ​ຈາກ​ການ​ນັບ​ຄະ​ແນນ​ໃນ​ບາງ​ສ່ວນ ໄດ້​ຖືກ​ຄາດ​ຄະ​ເນ​ວ່າ ທ່ານ​ຈະ​ປະ​ເຊີນ​ກັ​ບ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂ​າດ​ໃນ​ເດືອນ​ທັນ​ວາ ກັ​ບ​ຄູ່​ແຂງ​ຂອງ​ທ່ານ​ຄື ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ໂລ​ສ ເມ​ສາ.

ເມື່ອ​ຕອນ​ແລງວັນ​ຈັນ​ວານນີ້ ທ່ານ​ໂມ​ຣາ​ແລ​ສ ໄດ້​ຂຽນ​ລົງ​ໃນ​ທວີ​ເຕີ້​ວ່າ ທ່ານ​ກຳ​ລັງ​ເດີນ​ທາງ​ໄປ​ເມັກ​ຊິ​ໂກ ແລະ ວ່າ “ຮັບ​ຮູ້​ບຸນ​ຄຸນ​ຕໍ່ການ​ເປີດ​ກວາງ ​ຂອງ​ພວກ​ສະ​ຫາຍ​ທັງຫຼາຍ ຜູ້​ທີ່​ໄດ້ສະ​ເໜີ​ໃຫ້​ພວກ​ເຮົາມາລີ້​ໄພ ເພື່ອ​ປົກ​ປ້ອງ​ຊີ​ວິດ​ຂອງ​ພ​ວກ​ເຮົາ. ມັນ​ເຈັບ​ແຄ້ນ​ໃຈ​ຂ້າ​ພະ​ເຈົ້າ​ທີ່​ຕ້ອງ​ອອກ​ຈາກ​ປະ​ເທດ ຍ້ອນ​ເຫດ​ຜົນ​ທາງ​ການ​ເມືອງ ແຕ່​ຂ້າ​ພະ​ເຈົ້າ​ຈະ​ຍັງ​ຄົງ​ເປັນ​ຫ່ວງ​ຢູ່​ສະ​ເໝີ. ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ມາ​ໃນ​ໄວໆ​ນີ້ ພ້ອມ​ດ້ວຍ​ກຳ​ລັງວັງ​ຊາ​ຫຼາຍ​ຂຶ້ນກວ່ານີ້.”

ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ຍົກ​ຍ້ອງ​ທ່ານ​ໂມ​ຣາ​ແລ​ສ ໃນ​ການ​ລາ​ອອກ​ຈ​າກ​ຕຳ​ແໜ່ງ​ຂອງ​ທ່ານ ໂດຍ​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ໂດຍ​ບັນ​ດາ​ປະ​ເທດ​ຕ່າງໆ ທີ່​ລວມ​ມີ ເມັກ​ຊິ​ໂກ ທີ່​ວ່າ ທ່ານ​ໂມ​ຣາ​ແລ​ສ ໄດ້​ຖືກ​ກົດ​ດັນ​ອອກ ຍ້ອນ​ການກໍ່​ລັດ​ຖະ​ປະ​ຫານ.

ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ໄດ້​ເອີ້ນ​ການ​ເດີນ​ທາງ​ອອກ​ປະ​ເທດ​ຂອງ​ທ່ານ​ໂມ​ຣາ​ແລ​ສ ນັ້ນ ວ່າ “ເປັນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ ໃນ​ຊີກ​ໂລກ​ເຂດ​ຕາ​ເວັນ​ຕົກ. ຫຼັງ​ຈາກ ເກືອບ 14 ປີ​ຜ່ານ​ມາ ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໂມ​ຣາ​ແລ​ສ ​ເມື່ອບໍ່​ດົນ​ມານີ້ ທີ່​ຈະລົບ​ລ້າງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ໂບ​ລີ​ເວຍ ແລະ​ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຊາວ​ໂບ​ລີ​ເວຍ ​ຊຶ່ງການ​ເດີນ​ທາ​ງ​ອອກ​ຈາກ​ປະ​ເທດ​ຂອງ​ທ່ານ​ໂມ​ຣາ​ແລ​ສ ນັ້ນ ຍັງ​ຄົງ​ຮັກ​ສາ​ໄວ້​ຊຶ່ງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ ແລະ​ແຜ້ວ​ທາງ​ໃຫ້​ປາກ​ສຽງ​ຂອງປະ​ຊາ​ຊົນ​ຊາວ​ໂບ​ລີ​ເວຍ ໄດ້​ຖືກ​ຮັບ​ຟັງ.”

ອ່ານ​ຂ່າວນີ້​ຕື່ມ ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG