ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ອີນເດຍ ຮຽກຮ້ອງໃຫ້ ນາໆຊາດ ອອກໝາຍຈັບ ຜູ້ສົງໄສຊາວອີຣ່ານ


ເຈົ້າໜ້າທີ່ຕໍາຫລວດນອກເຄື່ອງແບບ ອາລັກຂານາຍ Syed Mohammed Kazmi (ກາງ) ອອກຈາກສານ. ລາວເປັນຜູ້ຕ້ອງຫາ ການວາງລະເບີດໃສ່ລົດ ຂອງນັກການທູດອິສຣາແອລ.

ອີ​ນ​ເດຍ ຊອກ​ຫາ​ຊ່ອງ​ທາງ​ຢາກ​ໃຫ້​ນາໆ​ຊາດ​ອອກ​ໝາຍ​ຈັບຜູ້​ຕ້ອງ​ສົງ ​ໄສ​ຊາວ​ອີຣ່ານ 3 ຄົນຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການວາງ​ແຜນ​ໂຈມ​ຕີ​ພວກ ນັກ​ການ​ທູດ​ອິສຣາ​ແ​ອລນັ້ນ.

ຜູ້​ບັນຊາ​ການຕໍາຫລວດ ທີ່​ກຸງນີວ​ແດ​ລີ ທ່ານ Brijesh Gupta ກ່າວ​ໃນ​ວັນ​ສຸກ​ນີ້​ວ່າ ອີນ​ເດຍ​ໄດ້​ຕິດ​ຕໍ່ໄປ​ຫາອົງການຕໍາຫລວດ​ສາກົນ ກ່ຽວ​ກັບ​ການ​ອອກ​ໝາຍ​ຈັບ​ຜູ້​ຊາຍທັງ​ສາມ​ ຊຶ່ງ​ຄິດ​ວ່າ ​ຢູ່​ເບື້ອງຫລັງການ ວາງລະ​ເບີດ​ໃສ່​ລົດ​ຂອງສະຖານທູດ​ອິສຣາ​ແອລ. ທ່ານ​ກ່າວ​ອີກ​ວ່າ ໜ່ວຍ​ສືບສວນ​ຍັງພົບ​ເຫັນ​ວ່າ​ບຸກຄົນ​ທັງ​ສາມ​ພົວພັນ​ກັບ​ການວາງ​ລະ​ເບີດ​ທີ່​ບໍ່​ສໍາ​ເລັດ​ຢູ່ໃນປະ​ເທດ​ໄທ.

ການ​ໂຈມ​ຕີ​ໃນວັນ​ທີ 14 ເດືອນ​ກຸ​ມພາຜ່ານ​ມາ ຢູ່ທີ່​ກຸ​ງນີວ​ແດລີນັ້ນ​ໄດ້​ເຮັດ​ໃຫ້​ພັນລະຍາ​ຂອງເຈົ້າ​ໜ້າ​ທີ່ສະຖານ​ທູດ​ໄດ້​ຮັບ​ບາດ​ເຈ​ບ​ໃນ​ຂະນະ​ທີ່​ນາງ​ກໍາລັງ​ໄປ​ຮັບ​ເອົາ​ລູກ​ຢູ່​ໂຮງຮຽນ. ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ພວກ​ໂຈມ​ຕີ​ໄດ້​ເອົ​າລູກ​ລະ​ເບີດໄປຕິດ​ໃສ່ລົດໂດຍ​ໃຊ້ເຫລັກ​ກ້າ. ​ເຈົ້າ​ໜ້າ​ທີ່​ຕໍາຫລວດໄທກ່າວ​ວ່າ ​ເຫັລກກ້າຊະນິດ​ດຽວ​ກັນນີ້​ ໄດ້​ຖືກໄຊ້ກັບ​ລ​ະ​ເບີດທີ່​ແຕກ​ກ່ອນ​ກໍາໜົດ​ມື້​ນຶ່ງ​ຢູ່ໃນ​ບາງກອກ.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄທ ​ໄດ້​ຈັບ​ກຸ​ມຊາວ​ອີຣ່ານສອງ​ຄົນ​ ທີ່​ພົວພັນ​ກັບ​ລະ​ເບີດທີ່​ແຕກ​ຢູ່​ບາງກອກ ຜູ້​ຊາຍ​ຄົນ​ທີ່​ສາມນາຍ ​Sedaghatzadeh Masoud ໄດ້​ຖືກກັກ​ຂັງ​ໄວ້​ຢູ່​ທີ່​ມາ​ເລ​ເຊຍ.

ໃນ​ວັນ​ສຸກ​ມື້​ນີ້ ຫົວໜ້າ​ຕໍາຫລວດ​ກຸງນີວ​ແດນລີ ​ກ່າວ​ວ່າ ໜ່ວຍ​ສືບ ສວນ​ໄດ້​ພິຈາລະນາ​ວ່າ​ຜູ້​ຕ້ອງ​ສົງໄສ​ທີ່ກຸງນີວ​ແດ​ລີ​ໄດ້​ຕິດ​ຕໍ່​ກັບນາຍ Masoud.

ອິສຣາ​ແອນ ​ກ່າວຫາ​ຢ່າງ​ເປີດ​ເຜີຍ​ວ່າ​ ອີຣ່ານ ພະຍາຍາມ​ນໍາພາ​ການ​ໂຈມ​ຕີຫຼາຍໆ​ຄັ້ງ ຮ່ວມ​ທັງ​ການວາງ​ລ​ະ​ເບີດ​ທີ່ນະຄອນຫຼວງ Tbili ປະ ​ເທດ​ Georgia ​ແຕ່ອີຣ້ານ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ.

XS
SM
MD
LG