ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫລັກຖານ ບົ່ງຊີີ້ວ່າ ຈີນ ພ້ອມແລ້ວ ທີ່ຈະແນ ເປົ້າໝາຍໃສ່ ການເລືອກຕັ້ງ ຂອງ ສະຫະລັດ


ພົນລະເມືອງ ຄົນນຶ່ງ ໄປປ່ອນບັດເລືອກຕັ້ງ ຢູ່ທີ່ໜ່ວຍເລືອກຕັງ ໃນຫໍກາງ ເຄນເນບັ້ງ ຂອງເມືອງ ເຄນເນບັ້ງ ລັດເມນ, ວັນທີ 12 ມິຖຸນາ 2018.
ພົນລະເມືອງ ຄົນນຶ່ງ ໄປປ່ອນບັດເລືອກຕັ້ງ ຢູ່ທີ່ໜ່ວຍເລືອກຕັງ ໃນຫໍກາງ ເຄນເນບັ້ງ ຂອງເມືອງ ເຄນເນບັ້ງ ລັດເມນ, ວັນທີ 12 ມິຖຸນາ 2018.

ຈີນ ອາດ​ໄດ້​ຮຽນ​ຮູ້ຈາກປຶ້ມແຜນຍຸດທະສາດ ທີ່ນຳໃຊ້ໂດຍຣັດເຊຍ ເພື່ອແຊກແຊງເຂົ້າ
ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ປີ 2016 ໂດຍການຕັ້ງ ເປົ້າໝາຍໃສ່
ບັນດາຄະນະກຳມະການ ເຄື່ອນໄຫວດ້ານການເມືອງ ຂອງສະຫະລັດ ແລະ ບັນດາ
ອົງການວິເຄາະຕ່າງໆ ດ້ວຍການສົ່ງອີເມລ ເພື່ອເຈາະເອົາຂໍ້ມູນລັບ.

ການສິ້ງຊອມເບິ່ງໂດຍ FireEye ເຊິ່ງເປັນບໍລິສັດເອກກະຊົນ ທີ່ດຳເນີນການ ໃນດ້ານ
ຄວາມປອດໄພທາງໄຊເບີ ຫຼື ອິນເຕີເນັດ ກໍຍັງ​ມີຄຳຖາມສຳຄັນຕ່າງໆ ທີ່ບໍ່ສາມາດຕອບ
ໄດ້ ເຊັ່ນວ່າ ຂໍ້ມູນຫຍັງ ທີ່ຈີນສາມາດເຈາະ​ເອົາໄດ້ ຈາກຜົນສຳເລັດຂອງການໂຈມຕີ
ຕ່າງໆ ຖ້າຫາກວ່າມີ ພ້ອມດ້ວຍວ່າ ປັກກິ່ງ ມີຈຸດ ປະສົງຈະໃຊ້ຂໍ້ມູນ ໃນວິທີໃດນັ້ນ ແມ່ນ
ຍັງບໍ່ຈະແຈ້ງເທື່ອ.

ບໍລິສັດ FireEye ໄດ້ບອກວີໂອເອ ວ່າ “ພວກເຮົາຍັງບໍ່ໄດ້ສັງເກດເບິ່ງກິດຈະກຳຂອງ
ຜູ້ໂຈມຕີ ໂດຍກົງເທື່ອ ຫຼັງຈາກເຫດການໄດ້ເກີດຂຶ້ນ ທີ່ອາດຈະບົ່ງຊີ້ ເຖິງແຮງຈູງໃຈ
ຫຼື ເຈດຈຳນົງ.”

ແຕ່ວ່າ ມັນເພີ້ມຄວາມກັງວົນຫຼາຍຂຶ້ນ ທີ່ວ່າ ຈີນ ບໍ່ພຽງແຕ່ຢາກຈະລັກເອົາຂໍ້ມູນ ເພື່ອ
ສົ່ງເສີມການທະຫານຂອງຕົນ ຫຼື ສ້າງຄວາມຮັ່ງມີ ໃຫ້ແກ່ພວກບໍລິສັດ ເທັກໂນໂລຈີ
ຂອງຈີນເທົ່ານັ້ນ ແລະ ບາງທີ ພ້ອມທີ່ຈະຝຶກແອບຄວາມອາດສາມາດທາງໄຊເບີ້
ຂອງຕົນ ເພື່ອເປົ້າໝາຍຍຸດທະສາດ ທີ່ໃຫຍ່ກວ່ານີ້ກໍເປັນໄດ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວອ້າງໃນວັນພຸດຜ່ານມາ ໂດຍ
ອີງໃສ່ ຄວາມບໍ່ພໍໃຈ ຂອງຈີນ ກັບການເກັບພາສີຕໍ່ສິນຄ້າຂອງຈີນ ມູນຄ່າຫຼາຍຮ້ອຍ
ຕື້ໂດລາ ອັນເປັນສ່ວນນຶ່ງຂອງສົງຄາມການຄ້າ ທີ່ທະວີຂຶ້ນ ເລື້ອຍໆນັ້ນ ວ່າ “ພວກເຂົາ
ເຈົ້າ ຢາກຈະເຫັນ ຂ້າພະເຈົ້າເສຍໄຊ ​ໃນການ ເລືອກຕັ້ງ ເພາະວ່າ ພວກເຂົາເຈົ້າ
ບໍ່ເຄີຍຖືກທ້າທາຍແບບນີ້ມາ​ກ່ອນ.”

ທ່ານທຣຳ ເວົ້າຕື່ມວ່າ “ພວກເຮົາມີຫລັກຖານ. ມັນຈະອອກມາ.”

ມາເຖິງເວລານີ້ ບັນດາເຈົ້າໜ້າທີ່ຂອງລັດຖະບານທ່ານ ທຣຳ ໄດ້ພາກັນປິດປາກມິດງຽບ
ຫາກສັນຍາ ວ່າ ຈະເປີດເຜີຍຕື່ມອີກ ໃນການກ່າວຄຳປາໄສ ໃນສັບປະດາຈະມາເຖິງນີ້
ຢູ່ໃນວໍຊິງຕັນ ໂດຍຮອງປະທານາທິບໍດີ ໄມຄ໌ ເພັນສ໌.

ເຖິງຢ່າງນັ້ນກໍຕາມ ບັນດາເຈົ້າໜ້າທີ່ສືບລັບຂອງສະຫະລັດ ກໍໄດ້ເຕືອນໄປແລ້ວ ຫຼາຍ
ເດືອນວ່າ ຈີນ ພວມກຽມທີ່ຈະກະທຳແນວໃດແນວນຶ່ງຢ່າງຮຸນແຮງຕື່ມອີກ.

ທ່ານ ແດນ ໂຄຕສ໌ ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ໄດ້ກ່າວຢູ່ໃນງານ ເມື່ອ ສັບປະດາຜ່ານມານີ້ ກ່ອນໜ້າຈະມີຄຳເຫັນຂອງທ່ານປະທານາທິບໍດີ ວ່າ ຈີນ ແມ່ນ
“ກຳລັງປະກາດຍຸດທະສາດແຫ່ງຊາດໂດຍລວມ ໃນດ້ານໄຊເບີ້ ຫຼື ອິນເຕີເນັດ ໃນລະດັບທີ່ບໍ່ເຄີຍມີມາກ່ອນ.”

ທ່ານໄດ້ກ່າວອີກວ່າ “ຈີນ ສວຍໃຊ້ຄວາມໂປ່ງໄສ ແລະ ການເປັນສັງຄົມທີ່ເປີດ ກວ້າງຂອງພວກເຮົາ. ຈີນ ແມ່ນຍັງແນເປົ້າໝາຍໃສ່ລັດຕ່າງໆ ຂອງສະຫະລັດ
ແລະ ລັດຖະບານທ້ອງ​ຖິ່ນ ແລະ ບັນດາເຈົ້າໜ້າທີ່ ໂດນພະຍາຍາມທີ່ຈະສ້າງ
ຄວາມແຕກແຍກໃນເລືຶ້ອງຂອງນະໂຍບາຍ ລະຫວ່າງ ລັດຖະບານກາງ ແລະ
ລັດຖະບານຮທ້ອງຖິ່ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG