ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຊາວ​ບ້ານ ອັ​ຟ​ກາ​ນິ​ສ​ຖານ ​ໃນ​ແຂວງ ເຮ​ຣັດ ເວົ້າ​ວ່າ​ "ທ​ຸກ​ຢ່າງ​ຖືກ​ທຳ​ລາຍ​ໝົດ"


​ເດັກ​ຍິງ ອັ​ຟ​ກາ​ນິ​ສ​ຖານ ໄຫ້​ຢູ່​ໜ້າ​ເຮືອນ​ຂອງ​ລາວ, ເຊິ່​ງ​ຖືກ​ທຳ​ລາຍ​ໂດຍ​ແຜ່ນ​ດິນ​ໄຫວ ໃນ​ເມືອງ ຊິນ​ດາ​ຈານ, ແຂວງ ເຮ​ຣັດ, ອັ​ຟ​ກາ​ນິ​ສ​ຖານ, 11 ຕຸ​ລາ 2023.
​ເດັກ​ຍິງ ອັ​ຟ​ກາ​ນິ​ສ​ຖານ ໄຫ້​ຢູ່​ໜ້າ​ເຮືອນ​ຂອງ​ລາວ, ເຊິ່​ງ​ຖືກ​ທຳ​ລາຍ​ໂດຍ​ແຜ່ນ​ດິນ​ໄຫວ ໃນ​ເມືອງ ຊິນ​ດາ​ຈານ, ແຂວງ ເຮ​ຣັດ, ອັ​ຟ​ກາ​ນິ​ສ​ຖານ, 11 ຕຸ​ລາ 2023.

ພັນ​ລະ​ຍາ ແລະ ລູກ​ສາວ​ຂອງ​ທ້າວ ກູ​ລາມ ອາ​ລີ ແມ່ນ​ມີ​ອາ​ການ​ສາ​ຫັດ ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ຖືກ​ດຶງ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ​ຂອງ​ເຮືອນ​ຂອງ​ເຂົາ​ເຈົ້າ​ທີ່​ຖືກ​ທຳ​ລາຍ​ ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຂອງວັນ​ເສົາ​ທີ່​ຜ່ານ​ມາ​ໃນ​ແຂວງ ເຮ​ຣັດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ອັ​ຟ​ກາ​ນິ​ສ​ຖານ.

ທ້າວ ອາ​ລີ, ຜູ້​ອາ​ໄສ​ຢູ່​ໃນ​ເມືອງ ເຊັນ​ດາ ຈານ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເມຍ​ຂອງ​ຂ້ອຍ​ແຂນ​ຫັກ, ຂາ ແລະ ສະ​ດູກ​ກະ​ໂພກ​ຫັກ, ແລະ ລູກ​ສາວ​ຂອງ​ຂ້ອຍ​ແມ່ນ​ກະ​ດູກ​ສັນຫຼັງ​ຫັກ.” ລາວ​ໄດ້​ກ່າວ​ຕື່ມ​ວ່າ​ຄົນ​ອື່ນໆ​ຢູ່​ໃນ​ໝູ່​ບ້ານ, ລວມ​ທັງ​ອ້າຍ​ຂອງ​ລາວ​ຜູ້​ທີ່​ໄດ້​ສູນ​ເສຍ​ລູກ​ຊາຍ, ແມ່ນ​ໂຊກບໍ່​ດີ​ໃນ​ຂະ​ນະ​ທີ່ “ຫຼາຍ​ຄົນ​ໄດ້​ເສຍ​ຊີ​ວິດ.”

ຫ້ອງ​ການ​ເພື່ອ​ການ​ປະ​ສານ​ງານ​ດ້ານ​ມະ​ນຸດ​ສະ​ທຳ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ຫຼາຍກວ່າ 1,300 ຄົນ​ໄດ້​ເສຍ​ຊີ​ວິດ ແລະ 500 ຄົນ​ຍັງ​ຫາຍ​ສາບ​ສູນ​ລຸນຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ຮຸນ​ແຮງ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ແລະ ແຜ່ນ​ດິນ​ໄຫວ​ຕາມຫຼັງມາ​ອີກຫຼາຍ​ຄັ້ງ.

ພວກເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ໄດ້ຫຼຸດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ ຈາ​ກ​ທີ່​ໄດ້​ລາຍ​ງາ​ນ​ກ່ອນ​ໜ້າ​ນີ້​ວ່າ ເສຍ​ຊີ​ວິດ 2,000 ຄົນ​ລົງ​ເປັນ​ປະ​ມານ 1,000 ຄົນ. ພວກເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ຍັງ​ໄດ້​ລາຍ​ງານ​ວ່າຫຼາຍກວ່າ 2,400 ຄົນ​ໄດ້​ຮັບ​ບາດ​ເຈັບ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຜູ້​ທີ່​ເສຍ​ຊີ​ວິດຫຼາ​ຍ​ກວ່າ 90 ເປີ​ເຊັນ ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ແມ່ນ​ແມ່​ຍິງ ແລະ ເດັກ​ນ້ອຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG