ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ ເອເວີແກຣນ໌ດ ຂອງ ຈີນ ກ່າວວ່າ ໄດ້ກັບຄືນມາດໍາເນີນງານໃນ 10 ໂຄງການທີ່ຖືກຢຸດເຊົາ


ແມ່ຍິງຄົນນຶ່ງຍ່າງຜ່ານການພັດທະນາທີ່ຢູ່ອາໄສແຫ່ງໃໝ່ຂອງ ເອເວີແກຣນ໌ດ ໃນນະຄອນຫລວງປັກກິ່ງ, ເດືອນ ກັນຍາ, ປີ 2021.
ແມ່ຍິງຄົນນຶ່ງຍ່າງຜ່ານການພັດທະນາທີ່ຢູ່ອາໄສແຫ່ງໃໝ່ຂອງ ເອເວີແກຣນ໌ດ ໃນນະຄອນຫລວງປັກກິ່ງ, ເດືອນ ກັນຍາ, ປີ 2021.

ຫຸ້ນຂອງບໍລິສັດຜູ້ພັດທະນາຊາວຈີນ ເອເວີແກຣນ໌ດ (Evergrande) ທີ່ໄດ້ປະເຊີນກັບບັນຫາ ໄດ້ປັບໂຕໃຫ້ສູງຂຶ້ນໃນມື້ວັນຈັນນີ້ ຫລັງຈາກທີ່ທາງບໍລິສັດກ່າວວ່າໄດ້ກັບມາດໍາເນີນງານຕໍ່ໃນຫລາຍກວ່າ 10 ໂຄງການ, ເພື່ອບັນເທົາຈິດໃຈໃນຄວາມຢ້ານກົວທີ່ຕ້ອງພະຍາຍາມຕໍ່ສູ້ກັບໜີ້ຂອງບໍລິສັດ. ອີງຕາມອົງການຂ່າວ AFP ຈາກນະຄອນຫລວງປັກກິ່ງໃນວັນທີ 25 ຕຸລາ.

ວິກິດການສະພາບການປ່ຽນແປງທາງການເງິນ ໃນບໍລິສັດພັດທະນາອະສັງຫາລິມິຊັບທີ່ໃຫຍ່ທີ່ສຸດຂອງປະເທດໄດ້ກະທົບເຖິງຄວາມເຊື່ອໝັ້ນຂອງນັກລົງທຶນ, ເຮັດໃຫ້ຕະຫລາດອະສັງຫາລິມະຊັບທີ່ສໍາຄັນຂອງຈີນມີການສັ່ນສະເທືອນ ແລະມີການເວົ້າເຖິງກ່ຽວກັບຜົນກະທົບຕໍ່ລະບົບເສດສະກິດຢ່າງກວ້າງຂວາງ.

ແຕ່ບໍລິສັດກໍາລັງຈົມລົງທະເລແຫ່ງໜີ້ສິນໃນມູນຄ່າຫລາຍກວ່າ 300 ຕື້ໂດລາໃນອາທິດທີ່ຜ່ານມາ ອັນຕ້ອງໄດ້ຈ່າຍດອກເບ້ຍເງິນຄໍ້າປະກັນກ່ອນກໍາໜົດເວລາໃນວັນເສົາທີ່ຈະມາເຖິງນີ້, ເພື່ອຫລີກລ້ຽງການຜິດນັດໃນການຈ່າຍໜີ້ ແລະເພື່ອໃຫ້ບັນເທົາລົງທີ່ສຸດເທົ່າທີ່ຈໍາເປັນ.

ມີລາຍງານວ່າ ເອເວີແກຣນ໌ດ ບໍ່ໄດ້ຈ່າຍເງິນປະຄໍ້າກັນມາຫລາຍຄັ້ງແລ້ວ ແລະໃນຂະນະທີ່ທາງບໍລິສັດເອງມີໄລຍະເວລາ 30 ວັນໃນການຕົກລົງຈ່າຍ, ແຕ່ກໍ່ຄາດໝາຍໂດຍທົ່ວໄປວ່າ ທາງບໍລິສັດຈະບໍ່ສາມາດປະຕິບັດຕາມຂໍ້ຕົກລົງນັ້ນໄດ້.

ແລະໃນວັນຈັນມື້ນີ້ ນັກລົງທຶນມີຄວາມຍິນດີໃນການປະກາດວ່າ ການປະຕິບັດການຂອງ ເສິນເຈີ້ນ (Shenzhen) “ໄດ້ກັບມາດໍາເນີນງານ ແລະທໍາການປະຕິບັດຕໍ່ຫລາຍກວ່າ 10 ໂຄງການຢູ່ໃນ 6 ຂົງເຂດ.”

ຫຸ້ນໃນບໍລິສັດດັ່ງກ່າວໄດ້ເພີ່ມຂຶ້ນຫລາຍກວ່າ 4 ເປີເຊັນໃນຊ່ວງທໍາອິດຂອງການຊື້-ຂາຍ.

ຢູ່ໃນກຸ່ມມີ 778 ໂຄງການ ຄວບຄຸມ 233 ເມືອງຢູ່ໃນປະເທດຈີນພາຍໃນທ້າຍເດືອນ ມິຖຸນາ, ອີງຕາມລາຍງານທີ່ຍັງບໍ່ເປັນທາງການຫລ້າສຸດ.

ບໍລິສັດຕົກຢູ່ໃນພາວະວິກິດນັບຕັ້ງແຕ່ປັກກິ່ງເລີ້ມປາບປາມພາກອະສັງຫາລິມະຊັບຂະໜາດໃຫຍ່ຂອງປະເທດໃນປີທີ່ຜ່ານມາ ໂດຍມີການປະມານວ່າ ທາງບໍລິສັດມີສ່ວນເຖິງ 1 ສ່ວນ 4 ໃນລະບົບເສດຖະກິດ ເພື່ອພະຍາຍາມຄວບຄຸມໜີ້ໃນສ່ວນທີ່ຫລາຍເກີນໄປ.

ແຕ່ມາດຕະການເພື່ອຫ້າມການກູ້ຢືມດັ່ງກ່າວ ໄດ້ຕັດຄວາມສາມາດຂອງບໍລິສັດ ເພື່ອເຮັດໂຄງການຕ່າງໆໃຫ້ແລ້ວສໍາເລັດ.

ບັນດາຜູ້ຊື້ເຮືອນທີ່ມີຄວາມກັງວົນທັງຫລາຍໄດ້ບອກກັບ AFP ເມື່ອໄວໆນີ້ວ່າ ພວກເຂົາເຈົ້າໄດ້ໄປທີ່ສະຖານທີ່ກໍ່ສ້າງທີ່ຍັງບໍ່ແລ້ວນັ້ນ ເພື່ອຂໍຂໍ້ມູນທີ່ຕ້ອງການ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG