ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສປຊ ກ່າວວ່າ ເຫດການ ໃນລັດ ຣາໄຄນ໌ ເປັນສັນຍາ​ລັກ ​ການ​ຂ້າ​ລ້າງເຜົ່າພັນ


ທ່ານນາງ​ແຢງ​ຮີ ລີ ຜູ້ລາຍງານພິ​ເສດ ຂອງສະຫະ​ປະຊາ​ຊາດ ກ່ຽວ​ກັບເລື່ອງ​ສິດທິ​ມະນຸດ ​ຢູ່ໃນ​ມຽນ​ມາ.
ທ່ານນາງ​ແຢງ​ຮີ ລີ ຜູ້ລາຍງານພິ​ເສດ ຂອງສະຫະ​ປະຊາ​ຊາດ ກ່ຽວ​ກັບເລື່ອງ​ສິດທິ​ມະນຸດ ​ຢູ່ໃນ​ມຽນ​ມາ.

ຫົວໜ້າຜູ້​ຊ່ຽວຊານດ້ານ​ສິດທິ​ມະນຸດ​ ຂອງ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ການປາບ
ປາມພວກຊົນກຸ່ມນ້ອຍໂຣຮິງຢາ ໃນມຽນມາ ແມ່ນເປັນ “ສັນຍາລັກຂອງການ​ຂ້າ​
ລ້າງເຊື້ອຊາດເຜົ່າພັນ" ໃນຂະນະທີ່ ລາຍງານສະບັບໃໝ່ ກ່າວຫາ ທະຫານມຽນ
ມາວ່າ ​ໄດ້​ຕັ້ງຄ້າຍຕ່າງໆໃສ່ບ່ອນຊຶ່ງ​ຄັ້ງນຶ່ງເຄີຍເປັນບ້ານ​ເຮືອນ​ຊາວ​ໂຣຮິງ​ຢາ​.

ທ່ານນາງ​ແຢງ​ຮີ ລີ ຜູ້ລາຍງານພິ​ເສດຂອງສະຫະ​ປະຊາ​ຊາດ ກ່ຽວ​ກັບເລື່ອງ​ສິດທິ​ມະ
ນຸດ​ຢູ່ໃນ​ມຽນ​ມາ ​ໄດ້​ໃຊ້​ຄຳ​ເວົ້າ​ທີ່​ຮ້າຍ​ແຮງ​ຂອງ​ທ່ານນາງ ​ເພື່ອ​ອະທິ​ຍາຍ​ເຖິງ​ສະຖາ
ນະການ ​ໃນລັດ​ຣາໄຄນ໌ ທາງພາກເໜືອ​ຂອງ​ມຽນ​ມາ ຕໍ່​ສະພາ​ສິດທິ​ມະນຸດ​ສະຫະ​ປະ
ຊາ​ຊາດ ​ໃນ​ນະຄອນ​ເຈ​ນີວາ​ ເມື່ອວັນ​ຈັນ​ວານ​ນີ້.

ທ່ານ​ນາງ​ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ແມ່ນມີຄວາມໝັ້ນໃຈຫຼາຍກວ່າເກົ່າ​ວ່າ ອາຊະຍາກຳ
ດັ່ງກ່າວ ໄດ້ກໍ່ຂຶ້ນຫຼັງ​ຈາກວັນ​ທີ 9 ຕຸລາ ປີ 2016 ​ແລະ​ວັນ​ທີ 25 ​ເດືອນ​ສິງຫາ ປີ
2017 ທີ່​ເຫັນເປັນ​ລັກ​ຖານ​ຂອງ​ການ​ຂ້າ​ລ້າງເຊື້ອຊາດເຜົ່າພັນ ​ແລະ​ຮຽກຮ້ອງ​ໂດຍ
ໃຊ້ຄຳເວົ້າທີ່​ແຮງ​ສຸດ ເພື່ອໃຫ້ມີການຮັບເອົາ​ຄວາມຮັບຜິດຊອບ.”

ສະຫະ​ປະຊາ​ຊາດ ກ່ອນໜ້ານີ້ ໄດ້​ໃຊ້​ຄວາມເວົ້າ "ການ​ກວດລ້າງຊົນຊາດຊົນເຜົ່າ”

​ເພື່ອ​ອະທິບາຍ ກ່ຽວກັບການປາບປາມ ​ຕໍ່ຊາວ​ມຸສລິ​ມ​ໂຣຮີ​ງຢາ ເກືອບ 700,000
ຄົນ ​ຜູ້​ທີ່​ໄດ້​ຖືກ​ບັງຄັບ​ໃຫ້​ຫລົບໜີ​ໄປ​ສູ່​ບັງ​ກລາ​ແດັສ. ພວກ​ທະຫານ​ມຽນມາ​ໄດ້​ຖືກ​
ກ່າວ​ຫາ​ວ່າ ສັງຫານ ຂົ່ມຂືນ ​ແລະ​ຈູ​ດ​ເຜົາ​ໝູ່​ບ້ານ​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​
ໂຈມ​ຕີປ້ອມ​ຍາມ​ໂດຍ​ພວກ​ກະບົດ​ໂຣຮິງຢາ.

ນອກນັ້ນ​ ໃນ​ວັນ​ຈັນ​ວານ​ນີ້ ລາຍ​ງານສະບັບ​ໃໝ່​ທີ່ອອກໂດຍອົງການ​ນິລະ​ໂທດ​ກຳ
​ສາກົນ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດ ທີ່​ສ​ະ​ແດງ​ໃຫ້​ເຫັນ​ວ່າທະຫານ​ມຽນມາ ກຳ
ລັງ​ສ້າງ​ຖະໜົນ​ຫົນທາງ​ໃໝ່ ​ແລະ​ຄ້າຍທະຫານຕ່າງໆ​ໃສ່​ບ້ານ​ຊາວ​ໂຣ ຮິງ​ຢາທີ່ຖືກ
ຈູດເຜົານັ້ນ.

ທີ່​ປືກສາດ້ານວິ​ກິດ​ການ​ອະວຸ​ໂສ ຂອງອົງການ​ນິລະ​ໂທດ​ກຳ​ສາກົນ ທ່ານ​ແມັ​ຕ ​ແວ​ລສ໌
ກ່າວ​ຕໍ່​ວີ​ໂອ​ເອວ່າ “ບ່ອນ​ທີ່​ເຄີຍ​ ເປັນ​ບ້ານເຮືອນ ​ຂອງ​ຊາວ​ໂຣຮິງ​ຢາ ຕະຫຼາດ ​ແລະ​ວັດ
ນັ້ນ ​ບັດ​ນີ້ ພວກ​ເຈົ້າ​ໜ້າ​ທີ່ໄດ້​ດຸດ​ຖີ້ມໝົດ.”

ທ່ານ​ກ່າວ​ວ່າ “ຢູ່​ໃນ​ບ່ອນຢູ່​ສິ່ງເຫຼົ່ານີ້ ສິ່ງ​ທີ່​ພວກ​ເຮົາ​ເຫັນ​ຮູບ​ພາບ​ຈາກ​ດາວ​ທຽມ ​ແລະ
​ໄດ້​ຢືນຢັນໂດຍ​ການ​ສຳພາດ​ທີ່ພວກ​ເຮົາ​ໄດ້​ໂອ້ລົມນັ້ນ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກໍ່​ສ້າງ​ຄ້າຍ
​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ ຖະໜົນ​ຫົນທາງ​ແລະພື້ນຖານ​ໂຄງລ່າງ​ອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG