ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຖິງ​ແມ່ນ​ ມີ​ຂໍ້​ຕົກ​ລົງການ​ຄ້າ ການ​ເກັບພາ​ສີ ​ສຫລ ຕໍ່​ຈີນ ອາດ​​ຈະຍັງ ມີ​ຢູ່ເ​ໝືອນ​ເດີມ


ບັນ​ດາ​ຫີບ​ບັນ​ຈຸ​ເຄື່ອງ ທີ່​ມີ​ເຄື່ອງ​ໝາຍ "ສົ່ງ​ຈາກ​ຈີນ" ກອງ​ກັນ​ຂຶ້ນ​ຢູ່ ຢູ່ບ່ອນ​ເກັບໄວ້ທີ່ Paul W. Conley Container ໃນ​ນະ​ຄອນ ບອດ​ສ​ຕັນ ​ລັດ​ແມັ​ສ​ຊາ​ຈູ​ແຊັສ ວັນ​ທີ 9 ພຶດ​ສະ​ພາ 2018.
ບັນ​ດາ​ຫີບ​ບັນ​ຈຸ​ເຄື່ອງ ທີ່​ມີ​ເຄື່ອງ​ໝາຍ "ສົ່ງ​ຈາກ​ຈີນ" ກອງ​ກັນ​ຂຶ້ນ​ຢູ່ ຢູ່ບ່ອນ​ເກັບໄວ້ທີ່ Paul W. Conley Container ໃນ​ນະ​ຄອນ ບອດ​ສ​ຕັນ ​ລັດ​ແມັ​ສ​ຊາ​ຈູ​ແຊັສ ວັນ​ທີ 9 ພຶດ​ສະ​ພາ 2018.

ການ​ເກັບ​ພາ​ສີ​ຂອງ​ສະ​ຫະ​ລັດ​ຕໍ່​ຈີນ ມີ​ທ່າ​ທາງວ່າ​ຈະ​ຍັງ​ຢູ່​ເໝືອນ​ເດີມ​ຊົ່ວ​ໄລ​ຍະ​ນຶ່ງ
ເຖິງ​ແມ່ນ​ວ່າ​ຂໍ້​ຕົກ​ລົງການ​ຄ້າ​ ໄດ້​ມີ​ການ​ບັນລຸ​ກັນ. ປະ​ທາ​ນາທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້
​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວໃນ​ວັນ​ພຸດ​ວານ​ນີ້.

“​ການ​ຕົກ​ລົງ​ໄດ້ດຳ​ເນີນ​ໄປ​ຢ່າງ​ງົດ​ງາມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີທີ່ໄດ້​ກ່າວ​
ກ່ຽວ​ກັບ​ການເຈ​ລະ​ຈາ​ການ​ຄ້າທີ່​ກຳ​ລັງ​ດຳ​ເນີນ​ໄປກັບ​ປັກ​ກິ່ງ ໂດຍໃຫ້​ຂໍ້​ສັງ​ເກດວ່າ ຜູ້
​ຕາງ​ໜ້າ​ທາງການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີ​ຣ​ຕ໌ ໄລ​ທີເຊີ​ ແລະ​ລັດ​ຖະ​ມົນ​ຕີ​ກະ​
ຊວງການ​ເງິນ ທ່ານ​ສ​ະ​ຕີ​ເວີນ ມະ​ນູ​ຈິນ ​ຈະ​ເດີນ​ທາງ​ໄປ​ຈີນ​ໃນ​ອີກບໍ່​ເທົ່າ​ໃດ​ມື້​ເພື່ອ​ສືບ
​ຕໍ່​ການ​ເຈ​ລະ​ຈາ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ “ພວກ​ເຮົາ​ເວົ້າ​ກ່ຽວ​ກັບເງິນຫຼາ​ຍພັນ​ລ້ານ​ໂດ​ລາ​ໃນ​ປັດ​ຈຸ​
ບັນ​ນີ້​ຈາກ​ເງິນ​ເກັບ​ພາ​ສີ ແລະ​ໄລ​ຍະ​ເວ​ລາ​ທີ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້.”

ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ແມ່ນຂໍ້​ຕົກ​ລົງການ​ຄ້າໄດ້​ບັນ​ລຸກັນ
ການ​ເກັບ​ພາ​ສີໂດຍ​ວໍ​ຊິງ​ຕັນ ອາດ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ຈົນ​ກວ່າວ່າພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​
ລັດແນ່​ໃຈ​ວ່າ​ ຈີນ​ປະ​ຕິ​ບັດ​ຕາມເງື່ອນ​ໄຂ​ຂອງ​ຂໍ້​ຕົກ​ລົງ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ໃຫ້​ຂໍ້​ສັງ​ເກດ​ຢູ່​ເດີ່ນ​ຫຍ້າ​ທາງ​ໃຕ້​ຂອງ​ທຳ​ນຽບ​ຂາວ ກ່ອນ​ຂຶ້ນ​ເຮືອ​
ບິນ​ເຮ​ລິ​ຄອບ​ເຕີ ມາຣີນວັນ ວ່າ “ເຂົາ​ເຈົ້າ​ໄດ້​ມີ​ບັນ​ຫາ​ຫຼາຍຢູ່​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.”

ຈີນ​ອາດ​ຮັບ​ເອົາ​ຂໍ້​ຕົກລົງ​ບ່ອນ​ທີ່​ການ​ເກັບ​ພາ​ສີ​ສະ​ຫະ​ລັດ​ສ່ວນ​ໃຫຍ່ໄດ້​ຮັບ​ການ​ຍົກ
ເລີກ ອີ​ງ​ຕາມສະ​ມາ​ຊິກ​ອະ​ວຸ​ໂສຈາກສະ​ຖາ​ບັນ​ບຸກ​ກິ່ງ ທ່ານ​ເດ​ວິດ ໂດ​ລາ​ ແຕ່​ທ່ານ​
ຄາດ​ວ່າ ປະ​ທານ​ປະ​ເທດ​ຈີນ ​ທ່ານສີ ຈິນ​ຜິງ ຈະ​ບໍ່​ຮັບ​ເອົາ​ຂໍ້​ຕົກ​ລົງ​ໃດໆ ​ບ່ອນ​ທີ່​ການ
​ເກັບ​ພາ​ສີ​ບໍ່ໄດ້​ຮັບ​ການ​ຍົກ​ເລີກ.

ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ​ທ​ຣ​ຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ​ໄປ​ລັດ​ໂອ​ຮາຍ​ໂອ ວັນ​ທີ 20 ມີ​ນາ 2019.
ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ​ທ​ຣ​ຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ​ໄປ​ລັດ​ໂອ​ຮາຍ​ໂອ ວັນ​ທີ 20 ມີ​ນາ 2019.

ທ່ານໂດ​ລາ​ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ມັນ​ຍາກ ສຳ​ລັບ​ປະ​ທາ​ນ​ປະ​ເທດ​ຈີນ​ ທີ່​ຈະ ຮັບ​ເອົາ
​ຂໍ້ຕົກລົງ​ທີ່​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າບໍ່​ສົມ​ດຸນ ແລະ​ປະ​ຊາ​ຊົນ​ຈີນ​ພາ​ກັນ​ໃຊ້​ອິນ​ເຕີ​ແນັດ
ແລະ​ສື່​ສັງ​ຄົມ​ຫຼາຍ ແລະ​ປະ​ທ​ານ​ປະ​ເທດ​ຈີນ ທ່ານ​ສີ ຈະ​ໄດ້​ຍິນ​ກ່ຽວ​ກັບ​ເລື້ອງ​ນີ້​ຈາກ
​ປະ​ຊາ​ຊົນ ຖ້​າ​ຫາກ​ທ່ານ​ເຮັດ​ຂໍ້​ຕົກ​ລົງ​ທີ່​ເບິ່ງ​ບໍ່​ດີສຳ​ລັບຈີນ.”

ການຕອບ​ໂຕ້ກັນ​ໄປ​ມາກ່ຽວ​ກັບ​ການ​ເກັບ​ພາ​ສີ​ໃນ​ປີ​ກາຍ​ນີ້​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​
ຢ້ານ​ກົວທີ່​ຈະ​ເກີດ​ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ ແລະ​ຈີນ ສອງ​ປະ​ເທດທີ່​ມີ​
ເສດ​ຖະ​ກິດ​ໃຫ​ຍ່ສຸດ​ຂອງ​ໂລກ ຊຶ່ງ​ການ​ຄ້າ​ປະ​ຈຳ​ປີ​ມີ​ການ​ຊື້​ຂາຍ​ສິນ​ຄ້າ​ກັນ​ຫຼາຍ
ກວ່າ​ເຄິ່ງ​ພັນ​ຕື້​ໂດ​ລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG