ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຖິງແມ່ນທ່ານປະ​ຢຸດ ຈະ​ຕົກ​ຢູ່​ໃນ​ບ່ອນ​ນັ່ງ​ທີ່ລຳ​ບາກ​ທາງ​ການ​ເມືອງ ແຕ່ຜູ້ສະໜັບສະໜຸນປະຊາທິປະໄຕ ກໍ​ຍັງ​ບໍ​່​ພໍ​ໃຈ


ແຟ້ມ-ໃນຮູບທີ່ຖ່າຍເມື່ອວັນທີ 17 ສິງຫາ 2022 ນີ້, ນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ ກ່າວໃນການປະກາດລາງວັນ ຢູ່ບາງກອກ, ວັນທີ 24 ສິງຫາ 2022, ສານລັດຖະທໍາມະນູນຂອງໄທ ສັ່ງໂຈະການປະຕິບັດໜ້າທີ່ຂອງທ່ານ ໃນລະຫວ່າງທີ່ພວກເຂົາມີກໍລະນີທີ່ວ່າ ອາດຈະເຫັນທ່ານຖືກປົດອອກຈາກຕໍາແໜ່ງ.
ແຟ້ມ-ໃນຮູບທີ່ຖ່າຍເມື່ອວັນທີ 17 ສິງຫາ 2022 ນີ້, ນາຍົກລັດຖະມົນຕີຂອງໄທ ທ່ານປຣະຢຸດ ຈັນໂອຊາ ກ່າວໃນການປະກາດລາງວັນ ຢູ່ບາງກອກ, ວັນທີ 24 ສິງຫາ 2022, ສານລັດຖະທໍາມະນູນຂອງໄທ ສັ່ງໂຈະການປະຕິບັດໜ້າທີ່ຂອງທ່ານ ໃນລະຫວ່າງທີ່ພວກເຂົາມີກໍລະນີທີ່ວ່າ ອາດຈະເຫັນທ່ານຖືກປົດອອກຈາກຕໍາແໜ່ງ.

ການໂຈະໃນ​ການປະຕິບັດໜ້າທີ່ ​ຂອງນາຍົກລັດຖະມົນຕີຊຶ່ງບໍ່ເປັນທີ່ນິຍົມຂອງໄທ ທ່ານປຣະຢຸດ ຈັນໂອຊາ, ໄດ້ຖືກຕ້ອນຮັບແບບອົບອຸ່ນໃນວັນພະຫັດວານນີ້ໂດຍກໍາລັງປະຊາທິປະໄຕ ທີ່ໄດ້ກ່າວວ່າ ຜູ້ທີ່ຈະມາດໍາລົງຕໍາແໜ່ງຊົ່ວຄາວແທນທ່ານ ແມ່ນອະດີດຜູ້ບັນຊາການທະຫານຂັ້ນສູງອີກຜູ້ນຶ່ງ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ຍັງຄົງແມ່ນຜູ້​ນຳ​ຜະ​ເດັດ​ການ​ ແບບ​ດຽວ​ກັນ ​ຄອບ​ງຳ​ການເມືອງລະດັບຊາດ.

ທ່ານປຣະຢຸດໄດ້ຖືກ​ສັ່ງ​ໃຫ້ໂຈະການປະຕິບັດໜ້າທີ່ໃນວັນພຸດແລ້ວນີ້ ໂດຍສານ ລັດຖະທໍາມະນູນຂອງປະເທດ, ໃນລະຫວ່າງທີ່ສານໄດ້ພິຈາລະນາວ່າ ທ່ານໄດ້ດໍາລົງຕໍາແໜ່ງຄົບ 8 ປີ ຕາມກໍານົດເວລາແລ້ວຫຼືບໍ່.

ຂໍ້ຈໍາກັດ ທີ່ນໍາມາໃຊ້ໃນລັດຖະທໍາມະນູນຂຽນຂຶ້ນ​ໂດຍພັນທະມິດຂອງທ່ານປຣະ ຢຸດ ລຸນຫຼັງທີ່ທ່ານໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງໃນປີ 2014 ໃນໄລຍະທີ່ທ່ານ ດໍາລົງຕໍາແໜ່ງຜູ້ບັນຊາການກອງທັບ, ເຊິ່ງທ່ານໄດ້ສັນຍາວ່າ ທ່ານຈະດໍາລົງຕໍາແໜ່ງເນື່ອງຈາກຄວາມຈໍາເປັນເພື່ອແກ້ໄຂບັນຫາຄວາມຮຸນແຮງທາງການເມືອງ ທີ່ສ້າງ​ຄວາມແຕກແຍກມາເປັນເວລາຫຼາຍປີ.

ແຕ່ 8 ປີຫຼັງຈາກນັ້ນ, ທ່ານໄດ້ປະຕິເສດທີ່ຈະກ້າວລົງຈາກຕໍາແໜ່ງ, ໂດຍເປັນສາເຫດເຮັດໃຫ້ເກີດມີການປະທ້ວງຂະໜາດໃຫຍ່ຫຼາຍຄັ້ງ, ວິກິດການທາງດ້ານເສດຖະກິດ, ການລົງມະຕິບໍ່ໄວ້ວາງໃຈຢູ່ໃນລັດຖະສະພາ ແລະແມ່ນແຕ່ ການສູນເສຍບັນດາພັນທະມິດ ທີ່ສໍາຄັນຂອງທ່ານ.

ທ່ານປຣະວິດ ວົງສຸວັນ, ຜູ້ເປັນຮອງແລະເປັນພັນທະມິດທາງການເມືອງທີ່ຍາວນານຂອງທ່ານປຣະຢຸດ ຮັບຜິດຊອບເປັນຜູ້ດໍາເນີນວຽກງານແທນທ່ານຈົນເຖິງເວລາທີ່ສານຈະມີການ​ຕັດ​ສິນຂັ້ນສຸດທ້າຍອອກມາ, ເຊິ່ງອາດຈະໃຊ້ເວລາຫຼາຍອາທິດ.

ແຕ່​ດ້ວຍຄວາມຫວັງໃນກາ​ນ​ປ່ຽນແປງແບບໄວວາ ຂອງແຮງຜັກດັນສໍາລັບ​ຂະ​ບວນການເຄື່ອນໄຫວ​ເພື່ອປະຊາທິປະໄຕທີ່ພັງທະລາຍລົງຂອງໄທ ແມ່ນຍາກ ທີ່ຈະທີ່ຊອກຫາ ກັບທ່ານປຣະວິດ ອາຍຸ 77 ປີ ທີ່ກໍາອໍານາດລັດຖະບານຢູ່ນະເວລານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG