ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ນແຕ່ຜູ້ພິພາກສາ ທີ່ຖືກແຕ່ງຕັ້ງ ໂດຍ ທ. ທຣຳ ກໍໄດ້ຕ້ອງຕິ ຄວາມພະຍາຍາມ ທີ່ຈະຕ່າວປີ້ນ ການເລືອກຕັ້ງຂອງທ່ານ


ໃນຂະນະທີ່ ພວກຄົນທັງຫຼາຍ ພາກັນສະເຫຼີມສະຫຼອງ ການປະກາດຊອງສານທີ່ວ່າ ຜູ້ສະເໜີຊື່ໃຫ້ເປັນປະທານາທິບໍດີ ສະຫະລັດຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ໄດ້ຊະນະການເລືອກຕັ້ງ 2020 ເປັນປະທານາທິບໍດີ ທີ່ຖືກເລືອກໃໝ່, ໃນນະຄອນ ຟີລາແດວເຟຍ ລັດເພັນຊີລເວເນຍ, ວັນທີ 7 ພະຈິກ 2020.
ໃນຂະນະທີ່ ພວກຄົນທັງຫຼາຍ ພາກັນສະເຫຼີມສະຫຼອງ ການປະກາດຊອງສານທີ່ວ່າ ຜູ້ສະເໜີຊື່ໃຫ້ເປັນປະທານາທິບໍດີ ສະຫະລັດຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ໄດ້ຊະນະການເລືອກຕັ້ງ 2020 ເປັນປະທານາທິບໍດີ ທີ່ຖືກເລືອກໃໝ່, ໃນນະຄອນ ຟີລາແດວເຟຍ ລັດເພັນຊີລເວເນຍ, ວັນທີ 7 ພະຈິກ 2020.

ຜູ້ພິພາກສາລັດຖະບານກາງ ທ່ານສເຕັບຟານໂນສ໌ ບີບັສ (Stephanos Bibas) ບໍ່ຍັບຍັ້ງໄວ້ເລີຍ ເມື່ອທ່ານໄດ້ອອກບົດຄວາມເຫັນທີ່ດູຖູກດູໝິ່ນ ເມື່ອວັນເສົາແລ້ວນີ້ ໂດຍການປະຕິເສດຕໍ່ຄວາມພະຍາຍາມຄັ້ງຫລ້າສຸດຂອງຄະນະໂຄສະນາຫາສຽງຂອງທ່ານທຣຳ ທີ່ຈະຕ່າວປີ້ນຜົນການເລືອກຕັ້ງປະທານາທິບໍດີ ໃນວັນທີ 3 ພະຈິກ ທີ່ຜ່ານມາ.

“ຂໍ້ກ່າວຫາຂອງຄວາມບໍ່ເປັນທໍາທັງຫຼາຍ ແມ່ນເປັນເລື້ອງຮ້າຍແຮງ. ແຕ່ການເອີ້ນການເລືອກຕັ້ງວ່າບໍ່ເປັນທຳນັ້ນ ແມ່ນບໍ່ໄດ້ເຮັດໃຫ້ມັນເປັນຈັ່ງຊັ້ນ” ນັ້ນແມ່ນຂໍ້ຄວາມທີ່ທ່ານບີບັສ ໄດ້ຂຽນລົງໃນບົດຄຳຕັດສິນ 21 ໜ້າ ໃນການຍົກຟ້ອງທີ່ຫາທາງຈະຢຸດຢັ້ງ ການຮັບຮອງເອົາຜົນການປ່ອນບັດ ຂອງລັດເພັນຊີລເວເນຍ. ທ່ານຂຽນອີກວ່າ “ຂໍ້ກ່າວຫາທັງຫຼາຍຕ້ອງລະບຸຢ່າງສະເພາະເຈາະຈົງແຕ່ລະຄຳກ່າວອ້າງ ແລ້ວຕໍ່ຈາກນັ້ນ ໃຫ້ພິສູດ. ພວກເຮົາບໍ່ມີທັງສອງຢ່າງທີ່ນີ້.”

https://www2.ca3.uscourts.gov/opinarch/203371np.pdf

ອັນນີ້ແມ່ນນຶ່ງໃນການປະຕິເສດຄັ້ງຫຼ້າສຸດ ຕໍ່ການກ່າວອ້າງທີ່ບໍ່ມີເຫດຜົນຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າ ການເລືອກຕັ້ງ ທີ່ທ່ານໄດ້ຜ່າຍແພ້ຕໍ່ອະ ດີດຮອງປະທານາທິບໍດີ ໂຈ ໄບເດັນ ນັ້ນແມ່ນໄດ້ຖືກສໍ້ໂກງ ແລະວ່າ ຫຼາຍລ້ານຄະແນນສຽງ ແມ່ນໄດ້ປ່ອນຢ່າງຜິດກົດໝາຍ ຫຼືບໍ່ໄດ້ຖືກນັບ.

ນຶ່ງເດືອນຜ່ານມາ ນັບຕັ້ງແຕ່ມີການເລືອກຕັ້ງ ທ່ານທຣຳ ແລະກຸ່ມພັນທະມິດຂອງທ່ານ ໄດ້ຍື່ນຟ້ອງຫຼາຍກວ່າ 30 ຄະດີ ສ່ວນໃຫຍ່ຢູ່ສານຂອງລັດຕ່າງໆ ໂດຍບັນດາຜູ້ພິພາກສາ ໄດ້ຕັດສິນບໍ່ເຫັນພ້ອມກັບຄຳຟ້ອງຮ້ອງພວກນັ້ນເກືອບທັງໝົດ ຍົກເວັ້ນແຕ່ຄະດີບໍ່ຮ້າຍແຮງອັນນຶ່ງ.

ແຕ່ທ່ານບີບັສອາຍຸ 51 ປີ ບໍ່ພຽງແຕ່ເປັນຜູ້ພິພາກສາຄົນນຶ່ງໃນສານອື່ນໆເທົ່ານັ້ນ. ທ່ານເປັນຜູ້ທີ່ທ່ານທຣຳ ແຕ່ງຕັ້ງໃຫ້ເປັນຜູ້ພິກສາສານອຸທອນສະຫະລັດ ເຂດສາມ ໂດຍມີອຳນາດຄວບຄຸມລັດເພັນຊີລເວເນຍ ແລະອີກສອງລັດ. ທ່ານບີບັສຍັງເປັນອະດີດສະມາຊິກຂອງກຸ່ມອານຸລັກນິຍົມ Federalist Society ຊຶ່ງທ່ານໄດ້ຖືກແຕ່ງຕັ້ງໃນປີ 2017 ແລະເປັນນຶ່ງໃນ 53 ຜູ້ພິພາກສາ ສານອຸທອນ ທີ່ປະທານາທິບໍດີ ໄດ້ສົ່ງໄປປະຈຳການຢູ່ສານລັດຖະບານກາງ ນັບຕັ້ງແຕ່ທ່ານໄດ້ເຂົ້າດຳລົງຕຳແໜ່ງ ຮັບໃຊ້ຫຼາຍໆປະທານາທິບໍດີ ນັບຕັ້ງແຕ່ທ່ານ ຈິມມີ ຄາເຕີ ເປັນຕົ້ນມາ.

ທ່ານບີບັສ ບໍ່ພຽງແຕ່ເປັນຜູ້ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານລັດຖະບານກາງຈາກພັກຣີພັບບລີກັນ ທີ່ໄດ້ຍົກຟ້ອງການກ່າວອ້າງຂອງທ່ານທຣຳ ທີ່ວ່າມີການສໍ້ໂກງການລົງຄະແນນສຽງຢ່າງແຜ່ຫຼາຍ ແລະການນັບຄະແນນທີ່ຜິດປົກ ກະຕິ. ທ່ານສຕີບເວັນ ກຣິມເບີກ ຈາກເຂດພາກເໜືອຂອງລັດຈໍເຈຍແລະພວກຜູ້ພິພາກສາທີ່ໄດ້ຖືກແຕ່ງຕັ້ງໂດຍພັກຣີພັບບລີກັນຄົນອື່ນໆ ກໍໄດ້ຕັດສິນ ບໍ່ເຫັນພ້ອມກັບ ປະທານາທິບໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG