ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ມີການ​ຍົກຍ້າຍ ​​ຫຼາຍ​ພັນ​ຄົນ ອອກຈາກ​ເກາະ Vanuatu​ ຍ້ອນຢ້ານ ພູໄຟລະເບີດ


ພາກສ່ວນເອກກະຊົນ ແລະກຸ່ມຊ່ອຍເຫຼືອບັນເທົາທຸກ ນຳນ້ຳດື່ມນ້ຳໃຊ້ ໃສ່ເຮືອບິນທະຫານຝຣັ່ງ ໄປຍັງເກາະ Vanuatu, ໃນຄ້າຍທະຫານອາກາດ Lieutenant Paul Klein (ທີ່ຮູ້ກັນໃນຊື່ເກົ່າວ່າ La Tontouta) ຢູ່ພາກເໜືອ ຂອງ Noumea, New Caledonia, 15 ມີນາ, 2015.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງເກາະ Vanuatu ​ໄດ້​ພາກັນ​ຍົກຍ້າຍ​ຜູ້​ຄົນ​ຈຳນວນ​ຫຼາຍ​ເຖິງ
6 ພັນ​ຄົນ ຈາກ​ທີ່ຢູ່ອາ​ໄສ​ຂອງ​ພວກ​ເຂົາ​ເຈົ້າ ​ໄປ​ຍັງ​ສູນ​ອົບ​ພະຍົບຊົ່ວຄາວ ຍ້ອນ
ກິດຈະການ​ທີ່​ເພີ້ມຂຶ້ນ ຂອງພູໄຟ​ທີ່ເກາະ​ເໜືອ ຂອງ​ປະ​ເທດ​ໃນມະຫາ​ສະໝຸດ
​ປາ​ຊິຟິກດັ່ງກ່າວ.

ພູ​ໄຟ Manoro ​ໃນ​ເກາະ Ambae ​ແມ່ນ​ໄດ້​ສົ່ງ​ຂີ້​ເຖົ່າ ​ໄຟ ​ແກັສພູໄຟ ​ແລະ lava
ມາໄດ້​ເປັນ​ອາທິດ​ແລ້ວ ຊຶ່ງ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຢ້ານກົວ ​ທີ່​ອາດ​ຈະລະ​ເບີດ​ຂຶ້ນ​
ໄດ້​ນັ້ນ. ການລະ​ເບີດ​ຂອງພູ​ໄຟ​ຄັ້ງ​ຫລ້າ​ສຸດ​ ​ແມ່ນໃນ​ປີ 2005.

​ເກາະ Vanuatu ​ແມ່ນ​ເປັນ​ທີ່​ພັກ​ພາ​ອາ​ໄສ​ຂອງ​ຜູ້​ຄົນ ຈຳນວນ​ພຽງ​ແຕ່ 280 ພັນ ຄົນ
ທີ່​ອາ​ໄສ​ຢູ່ ກະຈັດກະຈາຍ ​ໃນ​ທົ່ວ 80 ​ເກາະ ທີ່​ຕັ້ງ​ຢູ່​ເຂດ​ມະຫາ​ສະໝຸດ​ປາ​ຊິຟິກ
ທີ່​ຮູ້​ກັນ ​ໃນ​ຊື່ວົງ​ແຫວນ​ໄຟ ຫລື “Ring of Fire” ຢູ່​ຕາມ​ຮອຍ​ແຕກ​ແຫງ​ຂອງ​ພື້ນດິນ
ທີ່​ມັກ​ເກີດແຜ່ນ​ໄຫວ ​ແລະ​ພູ​ໄຟ​ລະ​ເບີດ​ນັ້ນ

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG