ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຍົກຍ້າຍ ປະຊາຊົນ ຈາກເມືອງ ທີ່ຖືກ ປິດລ້ອມ ໃນຊີເຣຍ ເລີ້ມຄືນອີກ

ພາບຈາກວີດີໂອນີ້ ໄດ້ຖືກສະໜອງໂດຍ ສື່ມວນຊົນ ຂອງສູນກາງຂ່າວທະຫານຊີເຣຍ ທີ່ຄວບຄຸມໂດຍລັດຖະບານ ສະແດງໃຫ້ເຫັນ ລົດເມທັງຫຼາຍ ທີ່ບັນທຸກ ພວກນັກລົບຝ່າຍຕໍ່ຕ້ານ ອອກຈາກເມືອງ Zabadani, ຢູ່ໃກ້ກັບນະຄອນຫຼວງ Damascus ຂອງຊີເຣຍ, ວັນທີ 19 ເມສາ 2017 ມຸ້ງໜ້າໄປຍັງທາງພາກເໜືອ ແຂວງ Idlib ທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ.

ການຍົກຍ້າຍ ອອກຈາກເມືອງຕ່າງໆ ຂອງຊີເຣຍ ທີ່ຖືກປິດລ້ອມ ໄດ້ເລີ້ມຄືນອີກ ໃນ
ວັນພຸດມື້ນີ້ ຫຼັງຈາກທີ່ໄດ້ຖືກໂຈະໄວ້ ໂດຍການວາງລະເບີດ ໃນວັນເສົາຜ່ານມາ ທີ່ໄດ້
ສັງຫານປະຊາຊົນ ຢ່າງໜ້ອຍ 126 ຄົນ.

ສື່ມວນຊົນຂອງທາງການຊີເຣຍ ແລະ ກຸ່ມສິ້ງຊອບສິດທິມະນຸດ ຊີເຣຍ ທີ່ມີຫ້ອງການ
ຕັ້ງຢູ່ໃນປະເທດອັງກິດ ໄດ້ກ່າວວ່າ ລົດເມຫຼາຍຄັນ ທີ່ບັນທຸກປະຊາຊົນ 3,000 ຄົນ
ອອກຈາກເມືອງ Foua ແລະ Kfarya ທີ່ຄວບຄຸມ ໂດຍລັດຖະບານ ຊຶ່ງເປັນພື້ນທີ່
ຂອງການປິດລ້ອມ ໂດຍພວກນັກລົບຝ່າຍຕໍ່ຕ້ານລັດຖະບານ.

ສ່ວນລົດເມຄັນອື່ນໆ ໄດ້ນຳເອົາປະຊາຊົນ ຫຼາຍຮ້ອຍຄົນຈາກເມືອງ Madaya ແລະ
Zabadani ອັນເປັນພື້ນທີ່ຄວບຄຸມ ໂດຍພວກຕໍ່ຕ້ານລັດຖະບານ ບ່ອນທີ່ກຳລັງ
ທີ່ສະໜັບສະໜູນ ລັດຖະບານ ແມ່ນຮັບຜິດຊອບ ​ໃນການປິດລ້ອມນັ້ນ.

ການຍົກຍ້າຍດັ່ງກ່າວ ດຳເນີນໄປໄດ້ ເພາະເປັນສ່ວນນຶ່ງ ຂອງການຕົກລົງ ທີ່ໄດ້
ບັນລຸກັນ ເມື່ອເດືອນແລ້ວນີ້.

ການວາງລະເບີດເມື່ອວັນເສົາຜ່ານມາ ໃນເມືອງ Rhashideen ຖືກຂະບວນລົດເມ
ທີ່ໄດ້ຂົນສົ່ງພວກປະຊາຊົນ ອອກຈາກພື້ນທີ່ ທີ່ສະໜັບສະໜູນລັດຖະບານ ແລະ
ພວກທີ່ຖືກຂ້າຕາຍ ສ່ວນຫຼາຍແມ່ນຜູ້ທີ່ຖືກຍົກຍ້າຍ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ປະນາມການໂຈມຕີດັ່ງກ່າວ
ໃນຖະແຫລງການສະບັບ ວັນອັງຄານ ໂດຍເອີ່ນ ມັນວ່າ “ປ່າເຖື່ອນ ແລະ ຂີ້ຂາດ
ຕາຂາວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG