ກຸ່ມຕິດຕາມກວດກາ ແລະ ແຫລ່ງຂ່າວຄວາມໝັ້ນຄົງ ກ່າວວ່າ
ແຜນການໄກ່ເກ່ຍ ໂດຍອົງການສະຫະປະຊາຊາດ ທີ່ຈະຍົກ
ຍ້າຍ ພວກນັກລົບຈີຮາດ ຫຼາຍພັນຄົນທີ່ຖືກປິດລ້ອມຢູ່ໃກ້ໆ
ນະຄອນຫຼວງຂອງຊີເຣຍ ໄດ້ຖືກທ່ວງດຶງໄວ້ ຫຼັງຈາກມີການສັງ
ຫານ ເມື່ອວັນສຸກທີ່ຜ່ານມາ ຜູ້ນຳກຸ່ມຕໍ່ຕ້ານລັດຖະບານຊີເຣຍ
ຜູ້ທີ່ຮັບປະກັນຄວາມປອດໄພ ຕໍ່ການຜ່ານອອກໄປຫາພວກຫົວ
ຮຸນແຮງດັ່ງກ່າວ.
ຄາດກັນວ່າ ການຍົກຍ້າຍພວກລັດອິສລາມຫົວຮຸນແຮງຈັດ
ຈຳນວນ 4,000 ຄົນ ແລະ ຄອບຄົວຂອງພວກເຂົາເຈົ້າ ອອກ
ຈາກນະຄອນຫຼວງ Damascus ຢູ່ທາງພາກໃຕ້ນັ້ນ ຈະມີຂຶ້ນ
ໃນຕອນເຊົ້າວັນເສົາວານນີ້. ແຕ່ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຢູ່ໃນອັງກິດ
ໄດ້ກ່າວວ່າ ຂໍ້ຕົກລົງຂອງສະຫະປະຊາດັ່ງກ່າວ ໄດ້ຢຸດຊະງັກຫຼາຍຊົ່ວໂມງ ຫຼັງຈາກຜູ້ນຳ
ກຸ່ມຕໍ່ຕ້ານລັດຖະບານ Zahran Alloush ໄດ້ຖືກຂ້າຕາຍ ໃນວັນສຸກຜ່ານມາ ຈາກການ
ໂຈມຕີທາງອາກາດ ຢູ່ໃກ້ກັບນະຄອນຫຼວງ Damascus.
ກຸ່ມດັ່ງກ່າວ ເວົ້າອີກວ່າ ທ່ານ Alloush ແມ່ນກຽມພ້ອມທີ່ຈະຮັບປະກັນ ຄວາມປອດໄພໃຫ້
ພວກຫົວຮຸນແຮງ ເພື່ອຜ່ານອອກໄປຈາກນະຄອນຫຼວງ Damascus ໄປຍັງ ເມືອງ Raqqa
ທີ່ໝັ້ນຂອງພວກລັດອິສລາມ ອັນເປັນພາກສ່ວນ ແຜນການ ຂອງອົງການສະຫະປະຊາຊາດ
ທີ່ໄດ້ແນເປົ້າໝາຍໃສ່ ເພື່ອຍຸດຕິ ສົງຄາມກາງເມືອງ ທີ່ແກ່ຍາວມາໄດ້ 5 ປີ ແລະໄດ້ທຳລາຍ ລ້າງຜານຊີເຣຍ.
ລາຍລະອຽດການເສຍຊີວິດ ຂອງທ່ານ Alloush ຍັງຄົງບໍ່ຈະແຈ້ງເທື່ອໃນວັນເສົາວານນີ້
ເຖິງແມ່ນວ່າ ຈະມີລາຍງານວ່າ ກຳລັງທະຫານ ລັດຖະບານ ຂອງປະທານາທິບໍດີ Bashar
al-Assad ໄດ້ສັງຫານຜູ້ກ່ຽວ ດ້ວຍການໂຈມຕີທາງອາກາດກໍຕາມ.
ຂໍ້ຕົກລົງການຍົກຍ້າຍດັ່ງກ່າວ ເປັນຊະນິດທຳອິດ ລະຫວ່າງ ລັດຖະບານຂອງ ທ່ານ Assad ແລະ ກຸ່ມທີ່ປະກາດຕົນເອງວ່າເປັນລັດອິສລາມ ແລະ ມັນຍັງບໍ່ຈະແຈ້ງເທື່ອວ່າ ຈະມີການຍົກຍ້າຍເກີດຂຶ້ນ ໃນເວລາອື່ນຫຼືບໍ່.
ອົງການສະຫະປະຊາຊາດ ບໍ່ໄດ້ມີຄຳເຫັນຢ່າງເປີດເຜີຍ ກ່ຽວກັບວ່າ ຈະມີການປະຕິບັດ ຂໍ້ຕົກລົງຍົກຍ້າຍ ໃນຢາມໃດອີກ.
ແຕ່ບັນດາຜູ້ໄກ່ເກ່ຍ ແລະລັດຖະບານຕ່າງປະເທດ ໄດ້ເພີ້ມຄວາມພະຍາຍາມຫຼາຍຂຶ້ນ
ເມື່ອສອງສາມເດືອນບໍ່ດົນມານີ້ ເພື່ອໄກ່ເກ່ຍໃຫ້ໄດ້ຂໍ້ຕົກລົງຢຸດຍິງໃນທ້ອງຖິ່ນ ຕິດຕໍ່ກັນ
ແລະ ຂໍ້ຕົກລົງການຜ່ານອອກໄປຢ່າງປອດໄພ ເພື່ອຫລຸດຜ່ອນການສູ້ລົບກັນ.