ບັນດາເຈົ້າໜ້າທີ່ ຟີລິບປິນ ໄດ້ສັ່ງຫ້າມປະຊາຊົນຜູ້ທີ່ໄດ້ຮັບອະນຸຍາດໃຫ້ໄປຢ້ຽມຢາມບ້ານເຮືອນທີ່ເຂົາເຈົ້າໄດ້ຫຼົບໜີອອກມາໃນແຕ່ລະວັນໃນວັນຈັນມື້ນີ້ ຫຼັງຈາກພູໄຟ ຕາລ ໄດ້ລະເບີດຂຶ້ນ, ໂດຍອ້າງເຖິງໄພຂົ່ມຂູ່ຕ່າງໆທີ່ວ່າມັນອາດຍັງຈະເບີດຂຶ້ນອີກໃນເວລາໃດກໍໄດ້.
ປະຊາຊົນຫຼາຍກວ່າ 110,000 ຄົນໄດ້ພັກອາໄສຢູ່ສູນອົບພະຍົບນັບຕັ້ງແຕ່ພູໄຟ ຕາລ ໄດ້ປະທຸຂຶ້ນເມື່ອນຶ່ງອາທິດທີ່ຜ່ານມາ, ແຕ່ຫຼາຍເມືອງທີ່ໄດ້ຮັບຜົນກະທົບຮຸນແຮງແມ່ນໄດ້ອະນຸຍາດໃຫ້ປະຊາຊົນເຂົ້າໄປເອົາສິ່ງຂອງຕ່າງໆ, ເກືອສັດ ແລະ ອະນາໄມເຮືອນຂອງເຂົາເຈົ້າ.
ທ່ານ ເອປິມາໂກ ເດັນຊິງ, ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນໄດ້ກ່າວວ່າ “ພວກເຮົາໄດ້ສັ່ງໃຫ້ບັນດາເຈົ້າໜ້າທີ່ປ້ອງກັນພົນລະເຮືອນ ບໍ່ໃຫ້ອະນຸຍາດຄົນເຂົ້າໄປໃນເຂດອັນຕະລາຍ.”
ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ມັນອັນຕະລາຍ, ຍ້ອນແນວນັ້ນພວກເຮົາຈຶ່ງໄດ້ກຳນົດການຫ້າມນັ້ນ.”
ພູໄຟດັ່ງກ່າວໄດ້ພົ່ນຂີ້ເຖົ່າສູງ 15 ກິໂລແມັດໃນການປະທຸຂຶ້ນເມື່ອວັນທີ 12 ມັງກອນທີ່ຜ່ານມາ, ເຊິ່ງໄດ້ທຳລາຍເຮືອນຫຼາຍຫຼັງ ແລະ ເຮັດໃຫ້ສັດລ້ຽງພ້ອມກັບຜົນລະປູກຕາຍ.
ແນວໃດກໍຕາມ, ບັນດາຜູ້ຊ່ຽວຊານກ່ຽວກັບແຜ່ນດິນໄຫວໄດ້ເຕືອນວ່າ ພູໄຟອາດທຳການລະເບີດຄັ້ງໃຫຍ່ກວ່ານີ້ຫຼາຍໃນໄວໆນີ້, ເຮັດໃຫ້ມັນເປັນຄວາມສ່ຽງຕໍ່ທຸກຄົນທີ່ຢູ່ໃນລັດສະໝີ “ເຂດອັນຕະລາຍ” 14 ກິໂລແມັດ ທີ່ຢູ່ອ້ອມຮອບມັນນັ້ນ.
ທ່ານ ເຣນາໂຕ ໂຊລີດຳ, ຫົວໜ້າອົງການກ່ຽວກັບແຜ່ນດິນໄຫວໄດ້ກ່າວຕໍ່ບັນດານັກຂ່າວວ່າ, “ໄພຂົ່ມຂູ່ແມ່ນຍັງຄົງມີຢູ່. ມັນຍັງບໍ່ໄດ້ຫຼຸດລົງເທື່ອ.”
ທ່ານໄດ້ກ່າວວ່າ ພູໄພດັ່ງກ່າວອາດພົ່ນຂີ້ເຖົ່າອອກມາໜ້ອຍກວ່າສອງສາມວັນແລ້ວນີ້, ແຕ່ລາວາທີ່ຈະກໍ່ໃຫ້ເກີດການປະທຸຂະໜາດໃຫຍ່ນັ້ນແມ່ນຍັງຄົງໄຫຼໄປຫາມັນ.
ຈົນກວ່າບັນດາຜູ້ຊ່ຽວຊານເຫັນວ່າໄພຂົ່ມຂູ່ໄດ້ຜ່ານໄປນັ້ນ, ຜູ້ອົບພະຍົບຈະຕ້ອງໄດ້ພັກອາໄສກະຈາຍຢູ່ທົ່ວສະຖານທີ່ຕ່າງໆປະມານ 400 ແຫ່ງນັບຈາກໂຮງຮຽນ ຫາເດີ່ນກິລາບາສແກັດບອລໃນຮົ່ມ.
ບັນດາເຈົ້າໜ້າທີ່ເວົ້າວ່າ ປັດຈຸບັນນີ້ເຂົາເຈົ້າສາມາດທີ່ຈະສະໜອງການບໍລິການພື້ນຖານໃຫ້ບັນດາຜູ້ອົບພະຍົບໄດ້, ລວມທັງສະຖານທີ່ໃຫ້ນອນ, ກິນ ແລະ ອາບນ້ຳ.
ທ່ານ ອາເລັກ ມາຊີກແລັດ, ໂຄສົກສຳລັບໜ່ວຍຟື້ນຟູໄພພິບັດໃນພາກພື້ນ ຄາລາບາຊອນ ທີ່ເປັນຕຳແໜ່ງຂອງພູໄພລະເບີດນັ້ນໄດ້ກ່າວວ່າ “ພວກເຮົາສາມາດຮັບມືກັບຈຳນວນຜູ້ອົບພະຍົບໃນປັດຈຸບັນນີ້. ບັນດາກໍມີຢູ່ວ່າ ພວກເຮົາຈະຮັກສາແຫຼ່ງຊັບພະຍາກອນສຳລັບໄລຍະຍາວໄດ້ແນວໃດ.”